18.4.14

ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ຊຳເໜືອ ຄາດກາງປີໜ້າເປີດນຳໃຊ້

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນໜອງ​ຄ້າງ​ທີ່​ລົງ­ທຶນ​ເຖິງ 592 ຕື້​ກວ່າກີບ ຄາດ​ຄະ­ເນ​ວ່າ​ຈະ​ໃຫ້​ສຳ­ເລັດ ແລະ ເປີດ​ການ​ນຳ​ໃຊ້​ໃນ​ລະ­ຫວ່າງ​ກາງ​ປີ­ໜ້າຂະ­ນະ​ທີ່​ເວ­ລາ​ນີ້​ວຽກ​ກໍ່­ສ້າງ​ ໂດຍ​ລວມ ໂຄງ­ການ​ຄືບ​ໜ້າ​ພຽງ 10%.
      ເມື່ອ​ວັນ​ທີ 17 ເມ­ສາ​ຜ່ານ​ມາ ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ​ລັດ​ຖະ​ມົນຕີ ພ້ອມ​ດ້ວຍ​ຄະ­ນະ​ໄດ້​ລົງ​ເຄື່ອນ​ໄຫວຢ້ຽມ­ຢາມ​ສະ­ໜາມ​ບິນ​ໜອງ​ຄ້າງ​ຢູ່ເມືອງ​ ຊຳ​ເໜືອ ແຂວງ​ຫົວ­ພັນ, ໂດຍ​ໄດ້ຮັບ​ການ​ຕ້ອນ­ຮັບ​ຈາກ ທ່ານ ຄຳ​ຮຸ່ງ ເຮືອງ​ວົງ​ສີ ເຈົ້າ­ແຂວງໆ​ຫົວ­ພັນ ພ້ອມດ້ວຍ​ບັນ­ດາ​ຫົວ­ໜ້າ​ພະ​ແນກ, ຮອງ​ຫົວໜ້າ​ພະ​ແນກ​ຂະ­ແໜງ­ການ​ຕ່າງໆ​ທີ່​ກ່ຽວ­ຂ້ອງ​ພາຍ​ໃນ​ແຂວງ​ຢ່າງ​ ພ້ອມ­ພຽງ.
       ໃນ​ການ­ເຄື່ອນ­ໄຫວ​ຢ້ຽມ­ຢາມ​ຄັ້ງ​ນີ້, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ຮັບ​ຟັງ​ການລາຍ​ງານ​ຈຸດ­ປະ­ສົງ​ຂອງ​ການ​ສ້າງ ​ໂຄງການ​ນີ້​ໂດຍ​ຫຍໍ້​ຈາກ​ທ່ານ​ເຈົ້າ­ແຂວງໆ ຫົວ­ພັນ​ວ່າ: ໂຄງ­ການ​ນີ້​ເປັນ​ໂຄງ­ການໜຶ່ງ​ຂອງ​ລັດ­ຖະ­ບານ ສປປ ລາວ ທີ່ສ້າງ​ຂຶ້ນ​ມາ​ເພື່ອ​ຮອງ​ຮັບ​
ເຮືອ­ບິນ​ສາຍພາຍ​ໃນ ແລະ ຕ່າງ­ປະ­ເທດ​ໃນ​ອະ­ນາ­ຄົດພ້ອມ​ທັງ​ເພື່ອ​ຊຸກ­ຍູ້, ສົ່ງ­ເສີມ​ການ​ພັດ​ທະນາ​ເສດ­ຖະ­ກິດŒສັງ­ຄົມ ແລະ ການ​ທ່ອງທ່ຽວ​ຂອງ​ແຂວງ​ຫົວ­ພັນ​ກໍ​ຄື​ໃນ​ພາຍ​ໃນປະ­ເທດ ໂດຍ​ສະ­ເພາະ​ແມ່ນ​ວຽກ​ງານຂົນ­ສົ່ງ​ທາງ​ອາ­ກາດ​ໃນ​ໄລ­ຍະ​ຍາວ ແລະ ທັງ​ເປັນ​ການ​ຜັນ​ຂະ­ຫຍາຍ​ເສດ­ຖະ­ກິດŒສັງ­ຄົມ​ຂອງ ສປປ ລາວ ແຕ່​ປິ 2010Œ2020 ຕາມ​ນະ­ໂຍ­ບາຍ​ຂອງ​ພັກŒລັດທີ່​ຈະ​ຫັນ​ຈາກ​ປະ­ເທດ​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ ທະ­ເລມາ​ເປັນ​ບໍ­ລິ­ການ​ທາງ​ຜ່ານ ແລະ ຄວາມ​ມຸ່ງ​ໝັ້ນ​ການ​ປົດ​ປ່ອຍ​ອອກ​ຈາກ​ສະ­ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາໃນ​ປີ 2020.
       ພ້ອມ​ນັ້ນ, ຍັງ​ໄດ້​ຮັບ​ລາຍ​ງານຄວາມ​ຄືບ​ໜ້າ​ຂອງ​ໂຄງ­ການ​ກໍ່­ສ້າງ​ສະໜາມ​ບິນ​ໜອງ​ຄ້າງ​ ຈາກ​ຄະ­ນະ​ຮັບ­ຜິດ­ຊອບ​ກໍ່­ສ້າງ​ຂອງ​ບໍ­ລິ­ສັດ​ພັດ­ທະ­ນາ​ກະ​ສິກຳ​ຮວ່າງ​ແອງ ​ອັດ​ຕະ​ປື ຈຳ­ກັດ ໃນ​ຖານະ​ເປັນ​ຜູ້​ຮັບ​ເໝົາ​ວ່າ: ໂຄງ­ການ​ນີ້​ໄດ້​ລົງກໍ່­ສ້າງ​ນັບ​ແຕ່​ວັນ​ທີ 15 ມິ­ຖຸ­ນາ 2013 ເປັນ­ຕົ້ນ​ມາ ໂດຍ​ມີ­ໜ້າ​ວຽກ​ທັງ​ໝົດ​ຄື: ເລນ​ຂຶ້ນ​ແລ່ນ​ລົງ​ຂະ­ໜາດ 2.488x30 ແມັດ, ທາງ​ແວ່, ລານ​ຈອດ, ອາ­ຄານຜູ້­ໂດຍ­ສານ​ສອງ​ຊັ້ນ, ສະ­ຖາ­ນີ​ອຸ­ຕຸ­ນິ­ຍົມ, ວິ­ທະ­ຍຸ​ຊ່ວຍ​ການ­ບິນ, ລະ­ບົບ​ນ້ຳ ແລະ ໄຟ­ຟ້າ, ຮົ້ວ​ອ້ອມ ແລະ ອື່ນໆ ອີກ​ຈຳນວນ​ໜຶ່ງ​ລວມ​ມູນ​ຄ່າ​ກໍ່­ສ້າງ​ທັງ​ໝົດ 74 ລ້ານໂດ​ລາ​ສະ­ຫະ­ລັດ
       ຊຶ່ງ​ມາ​ຮອດ​ປະ­ຈຸ​ບັນ ໂຄງ­ການ​ດັ່ງ­ກ່າວໄດ້​ສ້າງ​ສຳ­ເລັດ​ໄປ​ແລ້ວ 10% ແລະ ພວມ​ເລັ່ງ​ມື​ກໍ່­ສ້າງ​ຢ່າງ​ເຄັ່ງ­ຮ້ອນ ໂດຍສະ­ເພາະ​ການ​ຖົມ​ໜ້າ­ດິນ​ຊຶ່ງ​ດຳ­ເນີນໄປ​ຕາມ​ມາດ­ຕະ­ຖານ​ຂອງ​ກົມ​ການ ­ບິນພົນ​ລະ​ເຮືອນ ແລະ ສາ­ກົນ​ວາງ​ອອກຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ ແລະ ເປີດ​ນຳໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 25 ມິ​ຖຸນາ ປີ 2015. ຖ້າ​ຫາກ​ໂຄງ­ການ​ນີ້​ສຳເລັດ​ຕາມ​ແຜນ­ການ​ຈະ​ສາ­ມາດ​ຮອງຮັບ​ເຮືອ­ບິນ​ຂະ­ໜາດ 70Œ100 ບ່ອນ​ນັ່ງເຊັ່ນ: ATR 72, Fokker 70 ຫຼື ທຽບ​ເທົ່າ.
       ໃນ​ໂອ­ກາດ​ດຽວ​ກັນ​ນີ້ ທ່ານ ທອງ​ສິງ ທຳ​ມະ​ວົງ ໃຫ້​ທິດ​ຊີ້​ນຳ​ບໍ­ລິ­ສັດ​ພັດ­ທະ­ນາກະ­ສິ­ກຳ​ຮວ່າງ​ແອງ​ອັດ​ຈະ​ປື ຈຳ­ກັດ ຈົ່ງ​ເອົາ­ໃຈ­ໃສ່​ໃນ​ການ​ກໍ່­ສ້າງ​ໜ້າ​ວຽກຂອງ​ສະ­ໜາມ​ບິນ​ແຫ່ງ​ນີ້​ໃຫ້​ໄດ້​ ມາດຕະ​ຖານ​ຂອງ​ກົມ​ການ­ບິນ​ພົນ​ລະ​ເຮືອນວາງ​ອອກ (MOS 2009) ແລະ ມາດຖານ​ສາ­ກົນ (ICAO) ທັງ​ນີ້ ກໍ​ເພື່ອ​ຮັບປະ­ກັນ​ໃຫ້­ການ​ນຳ​ໃຊ້​ສະ­ໜາມ​ບິນ​ໜອງຄ້າງ​ມີ​ຄວາມ​ປອດ​ໄພ ແລະ ສາ­ມາດ​ນຳໃຊ້​ໄດ້​ໃນ​ໄລ­ຍະ​ຍາວ​ຕໍ່​ໄປ.

ແຫລ່ງຂ່າວຈາກ: ເສດຖະກິດ-ສັງຄົມ