7.4.14

ແຂວງ ຫົວພັນສໍາເລັດກອງປະຊຸມຄະນະ ກໍາມາທິການຕ້ານເອດ

ຮູບປະກອບຂ່າວ
ແຂວງ ຫົວພັນໄດ້ສຳເລັດກອງປະຊຸມຄະນະກຳມະທິການຕ້ານເອດ ຢູ່ທີ່ຫ້ອງປະຊຸມຫໍວັດທະນະທຳຂອງແຂວງ  ເມື່ອທ້າຍເດືອນ ມີນາຜ່ານມາ ໂດຍການເປັນປະທານຂອງທ່ານ ດຣ. ວິລະພົນ ພົມວົງສີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ຫົວພັນ, ມີ ບັນດາທ່ານຫົວໜ້າ, ຮອງພະແນກການ, ກົມກອງ, ຄະນະກຳມາທິການ, ກອງເລຂາຕ້ານເອດຂັ້ນແຂວງ ແລະ ເມືອງ ເປົ້າໝາຍ ເຂົ້າຮ່ວມ 30 ກວ່າຄົນ. ໃນກອງປະຊຸມໄດ້ຮັບຟັງການລາຍງານສະເໜີໂຄງການສ້າງຄວາມເຂັ້ມແຂງ ເພື່ອປ້ອງກັນການຕິດເຊື້ອເອສໄອວີ (HIV), ແຜນກິດຈະກຳປີ 2 ສົກປີ 2013-2014 ແລະ ຄວາມ ຄືບໜ້າຂອງການຈັດຕັ້ງປະ ຕິບັດກິດຈະກຳ 6 ເດືອນທ້າຍ ປີ 2013, ສະພາບໂຣກເອດພາຍໃນແຂວງ. ການຈັດຕັ້ງ ປະຕິບັດວຽກງານຕ້ານເອດໃນ ໄລຍະຜ່ານມາ ໂຄງການສ້າງ ຄວາມເຂັ້ມແຂງ ເພື່ອ ປ້ອງກັນການຕິດເຊື້ອ HIV ເອດແມ່ນ ໂຄງການໜຶ່ງທີ່ມີໄລຍະຈັດຕັ້ງ ປະຕິບັດ 5 ປີ ຊຶ່ງເລີ່ມແຕ່ ເດືອນຕຸລາ 2013 ເຖິງທ້າຍ ເດືອນທັນວາ 2017
ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີລວມມູນຄ່າ 5 ລ້ານໂດລາ ແນໃສ່ສ້າງຄວາມ ເຂັ້ມແຂງໃນ ການວາງແຜນ ແລະການຄຸ້ມ ຄອງແຜນງານ, ຍົກລະດັບ ຄວາມສາມາດໃນການບໍລິການ ໃຫ້ມີຄຸນນະພາບ ແລະ ເຂົ້າ ເຖິງໄດ້ງ່າຍໃຫ້ແກ່ປະຊາກອນ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ HIV ສຳລັບປະຊາກອນທີ່ມີ ເປົ້າໝາຍໃນຊຸມຊົນ ແລະ ບໍ ລິເວນຊາຍແດນທີ່ຕິດຈອດລະຫວ່າງແຂວງ ແລະ ເມືອງ, ປັບປຸງປະສິດທິພາບ ແລະ ຄວາມຍືນຍົງຂອງການຮ່ວມ ມືລະດັບ ພາກພື້ນເພື່ອເຄື່ອນໄຫວໃຫ້ມີຄວາມສະດວກ, ຖືກຕ້ອງເໝາະສົມ ແລະ ໄດ້ຮັບ ຜົນໃນຕໍ່ໜ້າສຳລັບແຂວງ ຫົວ ພັນ ຈັດຕັ້ງກິດ ຈະກຳຢູ່ບັນດາ ເມືອງຄື: ເມືອງວຽງໄຊ, ສົບ ເບົາ, ຊຽງຄໍ້ ແລະ ເມືອງແອດ  ມີຈຳນວນ 14 ບ້ານເປົ້າໝາຍ.  ນັບແຕ່ປີ 2003-2013 ທົ່ວ ແຂວງ ມີຈຳນວນຜູ້ມາກວດ ເລືອດ 2.586 ກໍລະນີ, ມີຜູ້ຕິດ ເຊື້ອເອສໄອວີ 30 ຄົນ, ເປັນ ເອດ 11 ຄົນ, ຕາຍຍ້ອນໂຣກ ເອດ 10 ຄົນ, ຜູ້ຕິດເຊື້ອເອດສ່ວນຫຼາຍແມ່ນອາຍຸແຕ່ 25- 34 ປີ.

(ຂ່າວ: ນິດຖະໜອມ), ໜັງສືພີມປະຊາຊົນ