3.4.14

ກຸ່ມບ້ານ ເມືອງໂສຍ, ເມືອງ ວຽງໄຊ ຊົມໃຊ້ໂຮງຮຽນຫລັງໃໝ່

ຮູບປະກອບຂ່າວ
ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ກຸ່ມບ້ານ ເມືອງໂສຍ ເມືອງ ວຽງໄຊ ແຂວງ ຫົວພັນ ໄດ້ເລີ່ມລົງມືກໍ່ສ້າງມາ ແຕ່ກາງ ເດືອນມິຖຸນາ 2012 ເຖິງຕົ້ນເດືອນກັນຍາ 2013 ໄດ້ສຳເລັດເປັນທີ່ຮຽບຮ້ອຍຕາມສັນຍາ. ໂຄງການດັ່ງກ່າວ ເປັນອາຄານ ກໍ່ສອງຊັ້ນ ມີຂະໜາດ 50 x 8 ແມັດ, ມຸງກະເບື້ອງ, ປະກອບມີ 12 ຫ້ອງ ຮຽນ ແຕ່ລະຫ້ອງສາມາດບັນຈຸ ນັກຮຽນໄດ້ 35-40 ຄົນ, ມີໂຕະ, ຕັ່ງ, ໄຟຟ້າຄົບຊຸດ ແລະ ຫ້ອງນ້ຳ 1 ຫ້ອງ ໂດຍແມ່ນບໍລິສັດ ຫຶງພາດ ເປັນຜູ້ຮັບເໝົາກໍ່ ສ້າງ ຊຶ່ງແມ່ນທຶນຊ່ວຍເຫຼືອລ້າ ຈາກແຂວງ ບັກນິງ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ລວມມູນຄ່າທັງໝົດ 3 ຕື້ 900 ລ້ານກີບ. ມາຮອດວັນທີ 26 ມີນາ  ຜ່ານມາເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍໄດ້ສົມທົບກັນຈັດ ພິທີ ມອບ - ຮັບໂຮງຮຽນດັ່ງກ່າວ ນີ້ໃຫ້ແກ່ກຸ່ມບ້ານ ເມືອງໂສຍ ເປັນຜູ້ປົກປັກຮັກສາ ແລະ ນຳ ໃຊ້ຕໍ່ໄປໃຫ້ເກີດປະສິດທິຜົນ ແລະ ຍາວນານກ່າວມອບໂດຍແມ່ນ
ທ່ານ ຫງວຽນ ເຢິນຈ່ຽນ ປະທານຄະນະກຳມະ ການປະຊາຊົນແຂວງ ບັກນິງ ສສ ຫວຽດນາມ ກ່າວຮັບແມ່ນ ທ່ານ ຄຳຮຸ່ງ ເຮືອງວົງສີ ເຈົ້າ ແຂວງ ຫົວພັນ ໂດຍໄດ້ມອບຕໍ່ ໃຫ້ຫ້ອງການສຶກສາ ແລະ ກິ ລາ ກໍຄືອຳນາດການປົກຄອງ ພໍ່ແມ່ປະຊາຊົນກຸ່ມບ້ານ ເມືອງໂສຍ ເມືອງ ວຽງໄຊ ເປັນຜູ້ຊົມ ໃຊ້. ໃນໂອກາດດຽວກັນການ ນຳ ຂອງແຂວງບັກນິງ ຍັງໄດ້ນຳ ເອົາຄອມພິວເຕີຈຳນວນ 20 ຊຸດ ແລະ ໂທລະພາບຈໍໃຫຍ່ 1 ເຄື່ອງລວມມູນຄ່າທັງໝົດ 250 ລ້ານດົງ ມອບໃຫ້ແຂວງ ຫົວພັນຕື່ມອີກ.
(ໂດຍ: ຈັນສຸກ) ໜັງສືພີມປະຊາຊົນ