22.4.14

ທ່ານ ດຣ. ພັນຄໍາ ວິພາວັນ ໂອ້ລົມພະນັກງານການນໍາເມືອງ ວຽງໄຊ

ເມື່ອບໍ່ດົນມານີ້ທ່ານດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງ ສູນກພັກ, ລັດ ຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະ ນະໄດ້ ເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ເມືອງຊຳເໜືອ ແລະ ເມືອງວຽງໄຊ ແຂວງ ຫົວພັນ ໃນໂອກາດນີ້ ທ່ານ ພູໂຊນ ທຳມະວີໄຊ ເລຂາພັກເມືອງ ເຈົ້າເມືອງໆວຽງໄຊ ໄດ້ລາຍງານສະພາບການຈັດຕັ້ງເຄື່ອນໄຫວພັດ ທະນາເສດຖະ ກິດ-ສັງຄົມ ພາຍໃນເມືອງໃນໄລຍະຜ່ານ ມາໃຫ້ທ່ານລັດຖະມົນຕີໄດ້ຮັບຊາບຈາກ ນັ້ນທ່ານລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ຄະນະພັກ, ອຳນາດການ ປົກຄອງ ທຸກຂັ້ນຂອງເມືອງວຽງໄຊ ຈົ່ງສືບຕໍ່ນຳພາ ການເມືອງແນວຄິດຂອງພໍ່ແມ່ ປະຊາຊົນບັນດາເຜົ່າໃຫ້ມີຄວາມໜັກແໜ້ນ, ຊຸກຍູ້ສົ່ງ ເສີມການຜະລິດເປັນສິນຄ້າ,
ເປັນເຈົ້າການແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆ, ສ້າງເທດສະບານເມືອງວຽງໄຊໃຫ້ສົມກັບວ່າເປັນເທດສະບານປະຫວັດສາດຂອງການປະຕິວັດລາວ ໂອກາດດຽວກັນນີ້ທ່ານລັດຖະ ມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ໄດ້ມອບເງິນສົດ 25 ລ້ານກີບ ໃຫ້ກອງເສຍອົງຄະສູນ 11 ນາແທ່ນ ເພື່ອ ນຳໃຊ້ເຂົ້າໃນການບໍລິຫານຕ່າງໆ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ