6.6.14

ອົງຄະນະພັກເມືອງ ວຽງໄຊ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ X


ກອງປະຊຸມໃຫຍ່ອົງຄະນະພັກເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ສະໂມສອນຂອງເມືອງ ເປັນກຽດເຂົ້າ ຮ່ວມຂອງສະຫາຍ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫົວພັນ, ຜູ້ແທນ ສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
   ສະຫາຍ ພູໂຊນ ທຳມະວິໄຊ ຕາງໜ້າໃຫ້ຄະນະບໍລິຫານງານພັກເມືອງໄດ້ກ່າວຕໍ່ກອງປະຊຸມວ່າ: ຜົນສຳເລັດ ຂອງການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງວຽງໄຊ ໄດ້ ນຳພາປະຊາຊົນບັນດາເຜົ່າສູ້ ຊົນບັນດາຄາດໝາຍ ແນວທາງຂອງພັກຕາມ 4 ບຸກທະລຸຂອງກອງປະຊຸມໃຫຍ່
ຄັ້ງທີ IX ຂອງພັກ ເຮັດໃຫ້ເມືອງວຽງໄຊມີສະ ຖຽນລະພາບ ທາງ ດ້ານການ ເມືອງ, ສັງຄົມມີຄວາມສະ ຫງົບ, ເສດຖະກິດຂະຫຍາຍ ຕົວຕໍ່ເນື່ອງ, ພື້ນຖານໂຄງລ່າງ ມີການພັດທະນາດີຂຶ້ນ ເຮັດໃຫ້ ວຽກງານປ້ອງກັນຊາດ - ປ້ອງ ກັນຄວາມສະຫງົບເຂັ້ມແຂງ. ເມືອງວຽງໄຊມີ 104 ບ້ານ   14 ກຸ່ມບ້ານພັດທະນາ ປັບປຸງ ການຈັດຕັ້ງຂອງພັກແຕ່ລະຂັ້ນ ທົ່ວເມືອງມີ 17 ຄະນະພັກຮາກ ຖານ 113 ໜ່ວຍ ມີສະມາຊິກ ພັກ 1.522 ສະຫາຍ, ຍິງ 256 ສະຫາຍ, ມີໜ່ວຍພັກເຂັ້ມແຂງ ຮູ້ນຳພາຮອບດ້ານ 75 ໜ່ວຍ ຊຶ່ງນອນຢູ່ໃນເມືອງ 3 ສ້າງ ຂອງແຂວງ. ທົ່ວເມືອງມີພົນລະ ເມືອງທັງໝົດ 32.715 ຄົນ, 5 ປີຜ່ານມາເສດຖະກິດຂະ ຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນ ທ່ຽງໃນລະດັບ 10,2% ຕໍ່ປີ ລວມຍອດຜະລິດຕະພັນບັນລຸ ໄດ້ 123,66 ຕື້ກີບ, ລາຍຮັບ ສະເລ່ຍຫົວຄົນ 3.780.000 ກີບ ເທົ່າກັບ 473 ໂດລາຕໍ່ປີລື່ນ ຄາດໝາຍ 280.000 ກີບ ທຽບ ໃສ່ປີ 2009 ຫຼຸຸດລົງ 3,85% ທົ່ວເມືອງມີເນື້ອທີ່ປູກຝັງທັງ ໝົດ 5.459 ເຮັກຕາ, ມີເນື້ອທີ່ ປູກເຂົ້າ 2.875 ເຮັກຕາ, ເນື້ອ ທີ່ນາປີ 2.287,5 ເຮັກຕາ, ເນື້ອທີ່ນາແຊງ 3 ເຮັກຕາ, ເນື້ອ ທີ່ໄຮ່ຄົງທີ່ 374 ເຮັກຕາ, ເນື້ອ ທີ່ໄຮ່ໝູນວຽນ 200 ເຮັກຕາ, ເນື້ອທີ່ປູກສາລີ 1.606 ເຮັກ ຕາ, ເນື້ອທີ່ປູກໄມ້ໃຫ້ໝາກ 128 ເຮັກຕາ,  ເນື້ອທີ່ປູກຕົ້ນໄມ້ ພືດອຸດສາຫະກຳ 449 ເຮັກຕາ ແລະ ເນື້ອທີ່ປູກພືດອື່ນໆ 415 ເຮັກຕາ. ນອກຈາກນີ້ປະຊາ ຊົນຍັງໄດ້ເອົາໃຈໃສ່ລ້ຽງສັດ ໃຫຍ່ ແລະ ສັດນ້ອຍ, ວຽກງານອຸດສາຫະກຳ, ຫັດຖະກຳຈັກສານ, ຕ່ຳຫູກທໍໄໝ ແລະ ອື່ນໆຜະລິດເປັນສິນຄ້າ. ກອງ ປະຊຸມຍັງໄດ້ ວາງແຜນສູ້ຊົນ ແຕ່ນີ້ຮອດປີ 2019 ສືບຕໍ່ສະຖຽນລະພາບທາງດ້ານການ ເມືອງ ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ. ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍ ໃນໃຫ້ໄດ້ 237 ຕື້ກີບ, ອັດຕາການຂະຫຍາຍຕົວເສດຖະກິດ ໃນລະດັບ 13% ມູນຄ່າສະ ເລ່ຍໃສ່ຫົວຄົນບັນລຸ 870 ໂດ ລາສະຫະລັດ ໃນປີ 2019 ລົບ ລ້າງຄວາມທຸກຍາກຍັງເຫຼືອ 10% ຂອງຈຳນວນຄອບຄົວໃນທົ່ວເມືອງ.
   ກອງປະຊຸມດັ່ງກ່າວໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຄັ້ງທີ X ຈຳນວນ 23 ສະຫາຍ, ຍິງ 2 ສະຫາຍ, ເລືອກຕັ້ງເອົາຄະນະປະຈຳພັກເມືອງ 7 ສະຫາຍ, ເລືອກຕັ້ງເອົາສະຫາຍ ພູໂຊນ ທຳມະວິໄຊ ເປັນເລຂາຄະນະບໍລິຫານງານ ພັກເມືອງ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ