31.7.14

ທະນາຄານພັດທະນາລາວແຂວງ ຫົວພັນ ຕິດອັນດັບໜຶ່ງໃນການປ່ອຍສິນເຊື່ອດຽວນີ້ມີເກືອບ 200 ຕື້ກີບ

ທະນາຄານພັດ­ທະ­ນາ​ລາວ​ຄື​ທະ­ນາ­ຄານ​ທີ່​ຕິດ​ອັນ​ດັບ​ໜຶ່ງ​ທີ່​ສາ­ມາດ​ເຂົ້າ​ເຖິງ​ປະ­ຊາ­ຊົນ​ບໍ່​ວ່າ​ຈະ​ເປັນ​ການ​ລະ­ດົມ​ເງິນ​ຝາກ ແລະ ການ​ປ່ອຍ​ສິນ​ເຊື່ອ ເພື່ອ​ການ​ພັດ­ທະນາ ເມື່ອ​ທຽບ­ໃສ່​ກັບ​ທະ­ນາ­ຄານ​ອື່ນ​ໃນ​ໄລ­ຍະ 9 ເດືອນ​ມາ​ນີ້​ໄດ້​ປ່ອຍ​ສິນ​ເຊື່ອແລ້ວ​ເກືອບ 200 ຕື້​ກີບ.
   ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ແຂວງ​ຫົວ­ພັນ ແຈ້ງ​ໃຫ້​ຮູ້​ວ່າ: ຜ່ານ​ການຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ແຜນ​ພັດ­ທະ­ນາ​ເສດ ຖະ​ກິດŒສັງ­ຄົມ​ໃນ​ໄລ­ຍະ 9 ເດືອນ​ມາ​ນີ້ເຫັນ​ໄດ້​ວ່າ ແຂວງ​ມີ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ແລະ ປະ­ຕິ­ບັດ​ໄດ້​ເປັນ­ຕົ້ນ​ແມ່ນ​ວຽກ​ງານໃນ​ຂົງ­ເຂດ​ຂະ­ແໜງ​ທະ­ນາ­ຄານ ຊຶ່ງ​ທົ່ວແຂວງ​ມີ​ທັງ​ໝົດ 4 ທະ­ນາ­ຄານ​ຄື: ສົ່ງ­ເສີມກະ­ສິ­ກຳ, ການ​ຄ້າ​ຕ່າງ­ປະ­ເທດ​ລາວ ມະຫາ​ຊົນ, ພັດ­ທະ­ນາ​ລາວ ແລະ ທະ­ນາ­ຄານນະ­ໂຍ­ບາຍ, ແຕ່​ໃນ​ນີ້ທະນາ­ຄານ​ທີ່​ສາມາດ​ເຂົ້າ​ເຖິງ​ກຸ່ມ​ລູກ​ຄ້າ​ໄດ້ ແລະ ຕອບ​ສະໜອງ​ດ້ານ​ສິນ​ເຊື່ອ
​ໄດ້​ຫຼາຍ​ກວ່າ​ໝູ່​ແມ່ນທະ­ນາ­ຄານ​ພັດ­ທະ­ນາ​ລາວ ໂດຍ​ເຫັນ​ໄດ້ຈາກ​ການ​ປະ­ຕິບັດ​ໄລ­ຍະ 9 ເດືອນ​ຂອງ​ປີ 2014 ນີ້ ລະ­ດົມ​ເງິນ​ຝາກ​ຈຳ­ນວນ 208,97 ຕື້​ກີບ ແລະ ປ່ອຍ​ສິນ​ເຊື່ອ​ໄດ້ 174,93 ຕື້​ກີບ, ທຽບ­ໃສ່​ແຜນ­ການ​ປີ​ປະຕິ​ບັດ​ໄດ້ 97,34%, ຮອງ​ລົງ​ມາ​ແມ່ນ​ທະນາ​ຄານ​ສົ່ງ­ເສີມ​ກະ­ສິ­ກຳ​ມີ​ເງິນ​ຝາກ​ທັງໝົດ 130,25 ຕື້​ກີບ, ປ່ອຍ​ສິນ​ເຊື່ອ​ໄດ້ 113,47 ຕື້​ກີບ ທຽບ​ກັບ​ແຜນ­ການ​ປີ​ປະຕິ ບັດ​ໄດ້ 89,21%.
   ນອກ​ນັ້ນ ຍັງ​ມີ​ທະ­ນາ­ຄານ​ການ​ຄ້າ ຕ່າງ­ປະ­ເທດ​ລາວ ມະ­ຫາ­ຊົນ ທີ່​ໄດ້​ລະ­ດົມເງິນ​ຝາກ​ທັງ​ກະ­ແສ​ລາຍ​ວັນ, ຝາກ​ປະ­ຢັດ ແລະ  ຝາກ​ປະ­ຈຳ​ທັງ​ໝົດ​ມີ 159,20 ຕື້​ກີບ, ປ່ອຍ​ສິນ​ເຊື້ອ​ໄດ້ 109,96 ຕື້​ກີບ ທຽບ­ໃສ່ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 97,50%, ສ່ວນທະ­ນາ­ຄານ​ນະ­ໂຍ­ບາຍ​ປ່ອຍ​ສິນ​ເຊື່ອ 120,11 ຕື້​ກີບ ທຽບ­ໃສ່​ແຜນ­ການ​ປີ​ປະ ຕິ​ບັດ​ໄດ້​ລື່ນ​ຄາດ­ໝາຍ 103,30%.
   ອີງ​ຕາມ​ຂໍ້​ມູນ​ຍັງ​ໃຫ້​ຮູ້​ອີ​ກວ່າ: ໃນການ​ລະ­ດົມ​ເງິນ​ຝາກ ເພື່ອ​ຕອບ​ສະ­ໜອງການ​ປ່ອຍ​ສິນ​ເຊື່ອ​ໃຫ້​ກູ້​ຢືມ​ຈາກ​ບັນ­ດາທະ­ນາ­ຄານ​ເຫຼົ່າ­ນັ້ນ​ແມ່ນ​ໄດ້​ສຸມ​ໃສ່​ວຽກຂອງ​ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງທາງ​ດ້ານ​ເສດ­ຖະ­ກິດ ແລະ ສັງ­ຄົມ​ຂອງແຂວງ​ຫົວ­ພັນ ໂດຍ​ສະ­ເພາະ​ການ​ສົ່ງ­ເສີມການ​ປູກ ແລະ ການ​ລ້ຽງສັດ​ຂອງ​ປະ­ຊາຊົນ ເພື່ອ​ຜະ­ລິດ​ເປັນ​ສິນ­ຄ້າ​ສົ່ງ​ອອກ​ໃຫ້​ນັບມື້​ນັບ​ຫຼາຍ​ຂຶ້ນ ຊຶ່ງ​ໃນ​ໄລ­ຍະ 9 ເດືອນ​ມາ​ນີ້ທະ­ນາ­ຄານ​ພັດ­ທະ­ນາ​ລາວ​ແມ່ນ​ເອົາ­ໃຈໃສ່​ໃນ​ການ​ລະ­ດົມ​ທຶນ ແລະ ເລັ່ງ​ໃສ່​ການປ່ອຍ​ສິນ​ເຊື່ອ​ໃຫ້​ພຽງ­ພໍ​ກັບ​ຄວາມ​ຕ້ອງການ​ຂອງ​ສັງ­ຄົມ ແລະ ໃນ​ນີ້ ທະ­ນາ­ຄານໄດ້​ເນັ້ນ​ໃສ່​ການ​ປ່ອຍ​ກູ້​ທີ່​ເປັນ 3 ໄລ­ຍະ​ຄື: ໄລ­ຍະ​ສັ້ນ, ກາງ ແລະ ຍາວ, ຜ່ານ​ການປະ­ຕິ­ບັດ​ຕົວ​ຈິງ​ເຫັນ​ວ່າ​ຈຳ­ນວນ​ການປ່ອຍ​ກູ້​ໄລ­ຍະ​ສັ້ນ​ໄດ້​ທັງ​ໝົດ 12,37 ຕື້​ກີບ, ໄລ­ຍະ​ກາງ​ແມ່ນ 160,07 ຕື້​ກີບ ແລະ ໄລຍະ​ຍາວ​ຈຳ­ນວນ 980 ລ້ານ​ກີບ, ສ່ວນ ເກັບ​ລາຍ​ຮັບ​ໄດ້ 15,16 ຕື້​ກີບ ແລະ ລາຍຈ່າຍ​ປະ­ຕິ­ບັດ​ໄດ້ 13,66 ຕື້​ກີບ ທຽບ­ໃສ່ ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 66,67% ນອກ ຈາກ​ນັ້ນ ກໍ​ຍັງ​ໄດ້​ມອບ​ພັນ­ທະ​ເຂົ້າ​ງົບ­ປະ­ມານ​ແລ້ວ 420 ລ້ານ​ກີບ.
   ສຳ­ລັບ​ທະ­ນາ­ຄານ​ສົ່ງ­ເສີມ​ກະ­ສິ­ກຳໄດ້​ເອົາ­ໃຈ­ໃສ່​ຕອບ​ສະ­ໜອງ​ສິນ​ເຊື່ອ​ເຂົ້າໃນ​ການ​ຜະ­ລິດ​ອຸດ­ສາ­ຫະ­ກຳŒຫັດ­ຖະ­ກຳ ໄດ້ 7,31 ຕື້​ກີບ, ກະ­ສິ­ກຳ ຈຳນວນ 14,04 ຕື້​ກີບ, ການ​ກໍ່­ສ້າງ 13,34 ຕື້​ກີບ, ປ່ອຍເຂົ້າ​ໃນ​ການ​ຄ້າŒບໍ­ລິ­ການ​ມີ 63,73 ຕື້ ກີບ ແລະ ຂະ­ແໜງ­ການ​ອື່ນໆຈຳ­ນວນ 16,05 ຕື້​ກີບ, ຊຶ່ງ​ເຮັດ​ໃຫ້​ທະ­ນາ­ຄານ​ສາມາດ​ເກັບ​ລາຍ​ຮັບ​ໄດ້​ທັງ​ໝົດ 15,95 ຕື້ກີບ​ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 75,01% ແລະ ລາຍ​ຈ່າຍ​ເທົ່າ​ກັບ 15,43 ຕື້​ກີບ ເມື່ອ​ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ ໄດ້ 74,99%.
   ສ່ວນ​ທະ­ນາ­ຄານ​ການ​ຄ້າ​ຕ່າງ​ປະເທດ​ລາວ ມະ­ຫາ­ຊົນ ແມ່ນ​ໄດ້​ລົງ​ເລິກ​ໃນຂະ­ແໜງ­ການ​ຄ້າŒການ​ບໍ­ລິ­ການ 33,30 ຕື້​ກີບ, ກະ­ສິ­ກຳ 5,27 ຕື້​ກີບ, ກໍ່­ສ້າງ 71,17 ຕື້​ກີບ ແລະ ຂະ­ແໜງ­ການ​ອື່ນໆ​ໄດ້ 220 ລ້ານ​ກີບ, ຊຶ່ງ​ສາ­ມາດ​ເກັບ​ລາຍ​ຮັບ​ໄດ້​ທັງໝົດ 8,60 ຕື້​ກີບ, ລາຍ​ຈ່າຍ 11,43 ຕື້​ກີບ ແລະ ທະນາຄານ​ນະ­ໂຍ­ບາຍ​ແມ່ນ​ໄດ້​ກະຈາຍ​ເຂົ້າ​ໃນ​ຂະ­ແໜງ​ປູກ­ຝັງ 21 ຕື້​ກີບ ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້​ລື່ນ​ຄາດໝາຍ 135,69%, ລ້ຽງ­ສັດ 77,93 ຕື້​ກີບທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້​ລື່ນ​ແຜນ 161,77%, ຫັດ­ຖະ­ກຳ 16,27 ຕື້​ກີບເທົ່າ 149,25% ຂອງ​ແຜນ­ການ​ປີ, ອຸດ​ສາຫະ​ກຳ​ປຸງ​ແຕ່ງ​ໄດ້ 1,28 ຕື້​ກີບ ລື່ນ​ແຜນ 0,24%, ການ​ຄ້າŒການ​ບໍ­ລິ­ການ​ໄດ້ 3,61 ຕື້​ກີບ ເທົ່າ​ກັບ 28,60% ຂອງແຜນ­ການ​ປີ.
ແຫລ່ງຂ່າວຈາກ: ໜັງສືພີເສດກິດ-ສັງຄົມ