5.8.14

9 ເດືອນແຂວງ ຫົວ­ພັນ​ປະ­ກາດ​ໄດ້​ຫຼາຍ​ກວ່າ 70 ບ້ານ​ວັດ­ທະ­ນະ­ທຳ

ຮູບປະກອບ
ຫົວ­ພັນ ເປັນ​ອີກ​ແຂວງ​ໜຶ່ງ​ທາງ​ພາກ​ເໜືອ​ຂອງ​ລາວ​ທີ່​ມີ​ປະ­ຊາ­ກອນ​ອາ­ໄສ​ຢູ່​ຢ່າງ​ຫຼວງ­ຫຼາຍ ຊຶ່ງ​ການ​ຄຸ້ມ​ຄອງ​ຂອງ​ອຳ­ນາດ​ການ​ປົກ­ຄອງ​ກໍ່​ຂ້ອນ​ຂ້າງ​ຈະ​ຫຍຸ້ງ­ຍາກ​ສັບ­ສົນ ແຕ່​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ກໍ​ໄດ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ດ້ານ​ວັດ­ທະ­ນະ­ທຳ​ໃນ​ໄລ­ຍະ 9 ເດືອນ ປີ​ນີ້​ສາ­ມາດ​ປະ­ກາດ​ຮັບ­ຮອງ​ບ້ານ​ວັດ­ທະ­ນະ­ທຳ​ໄດ້​ຫຼາຍ​ກວ່າ 70 ບ້ານ ແລະ ແຜນ­ການ 3 ເດືອນ​ທ້າຍ​ສົກ​ປີ​ດຽວ​ກັນ​ແມ່ນ​ຈະ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຫຼາຍ​ວຽກ​ງານ​ສຳ­ຄັນ.
ອີງ​ຕາມ​ການ​ລາຍ​ງານ​ຈາກ​ພະ​ແນກ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ແຂວງ​ຫົວ­ພັນ​ໃຫ້​ຮູ້​ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ: ໃນ​ໄລ­ຍະ 9 ເດືອນ​ຂອງ​ສົກ​ປີ 2013-2014 ພະ​ແນກ ຖວ​ທ ພວກ​ເຮົາ​ໄດ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໜ້າ­ທີ່​ວິ­ຊາ​ສະ­ເພາະ​ຕາມ​ພາ­ລະ​ບົດ­ບາດ, ສິດ ແລະ ໜ້າ­ທີ່​ຢ່າງ​ຕັ້ງ­ໜ້າ, ໃນ​ນີ້​ວຽກ​ງານ​ດ້ານ​ວັດ­ທະ­ນະ­ທຳ ພວກ​ເຮົາ​ໄດ້​ຊຸກ­ຍູ້​ສົ່ງ­ເສີມ​ການ­ເຄື່ອນ­ໄຫວ​ດ້ານ​ສີ​ລະ​ປະ​ວັດ­ທະ­ນະ­ທຳ ຮີດ­ຄອງ​ປະ­ເພ­ນີ, ສີ­ໄມ້­ລາຍ­ມື​ທີ່​ເປັນ​ເອ­ກະ­ລັກ​ຂອງ​ບັນ­ດາ­ເຜົ່າ, ຊຸກ­ຍູ້​ສ້າງ​ຄອບ­ຄົວ ແລະ ບ້ານ​ວັດ­ທະ­ນະ­ທຳ​ທົ່ວ​ແຂວງ​ໃຫ້​ມີ​ການ​ເຄືອນ​ໄຫວ​ຢ່າງ​ຕໍ່​ເນື່ອງ ຈົນ​ສາ­ມາດ​ປະ­ກາດ​ບ້ານ​ວັດ­ທະ­ນະ­ທຳ​ໄດ້ 73 ບ້ານ, ມີ 5.300 ຄອບ­ຄົວ, ກຸ່ມ​ບ້ານ​ວັດ­ທະ­ນະ­ທຳ 4 ກຸ່ມ​ບ້ານ, ມາ​ຮອດ​ປະ­ຈຸ​ບັນ​ທົ່ວ​ແຂວງ​ມີ​ບ້ານ​ວັດ­ທະ­ນະ­ທຳ​ທັງ​ໝົດ 220 ບ້ານ, ກວມ​ເອົາ 31% ຂອງ​ຈຳ­ນວນ​ບ້ານ​ທັງ​ໝົດ, ມີ​ຄອບ­ຄົວ​ວັດ­ທະ­ນະ­ທຳ 21.405 ຄອບ­ຄົວ, ກວມ 46% ຂອງ​ຈຳ­ນວນ​ຄົວ​ເຮືອນ​ທັງ​ໝົດ ແລະ ມີ 5 ກຸ່ມ​ບ້ານ​ວັດ­ທະ­ນະ­ທຳ.

ດ້ານ​ວຽກ​ງານ​ສີ​ລະ​ປະ​ວັນ­ນະ­ຄະ­ດີ​ກໍ່​ໄດ້​ຮັບ​ການ​ຊຸກ­ຍູ້​ໃຫ້​ເຄື່ອນ​ໄຫວ​ຢູ່​ຕາມ​ໂຮງ­ຮຽນ, ກົມ​ກອງ, ບ້ານ​ຕ່າງໆ​ເປັນ​ປົກ­ກະ­ຕິ, ສູ­ນວັດ­ທະ­ນະ­ທຳ​ເດັກ​ກໍ​ໄດ້​ເຄື່ອນ​ໄຫວ​ໂດຍ​ໄດ້​ເຕົ້າ­ໂຮມ​ເດັກ​ເຂົ້າ​ຮ່ວມ​ກິດ­ຈະ­ກຳ 32 ຄັ້ງ, ມີ​ເດັກເຂົ້າ​ຮ່ວມ 1.822 ເທື່ອ​ຄົນ ແລະ ຈັດ​ຕັ້ງ​ສະ­ເຫຼີມ­ສະ­ຫຼອງ​ວັນ­ເດັກ­ນ້ອຍ​ສາ­ກົນ​ປີ 2014 ຢ່າງ​ມີ​ບັນ­ຍາ­ກາດ​ມ່ວນ­ຊື່ນ, ຫໍ­ສະ­ໝຸດ​ຂອງ​ແຂວງ​ໄດ້​ຮັບ​ການ​ປັບ­ປຸງ​ດີ​ຂຶ້ນ, ມີ​ຜູ້​ເຂົ້າ​ຊົມ­ໃຊ້​ອ່ານ​ປື້ມ 6 ພັນ​ກວ່າ​ເທື່ອ​ຄົນ, ຈຳ­ນວນ​ປື້ມ​ອ່ານ​ນັບ​ມື້​ຫຼາຍ​ຂຶ້ນ ແລະ ວິ­ທີ​ບໍ­ລິ­ການ​ກໍ​ໄດ້​ຮັບ​ການ​ປັບ­ປຸງ​ເທື່ອ​ລະ​ກ້າວ, ຫໍ​ວັດ­ທະ­ນະ­ທຳ​ກໍ​ໄດ້​ເຄື່ອນ​ໄຫວ​ການ​ບໍ­ລິ­ການ​ຮັບ​ໃຊ້​ສັງ­ຄົມ​ເຊັ່ນ: ຈັດ​ກອງ​ປະ­ຊຸມ, ຈັດ​ງານ​ສຳ​ມະ​ນາ, ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນ​ປະ­ຫວັດ­ສາດ​ຂອງ​ຊາດ ແລະ ເຂົ້າ​ທ່ຽວ​ຊົມ​ອື່ນໆ​ໃຫ້​ແກ່​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ.
ສຳ­ລັບ​ທິດ​ທາງ​ແຜນ­ການ 3 ເດືອນ​ທ້າຍ​ສົກ​ປີ​ຈະ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຫຼາຍ​ວຽກ ງານ​ສຳ­ຄັນ​ເປັນ­ຕົ້ນ: ປຸກ­ລະ­ດົມ​ຊຸກ­ຍູ້​ການ­ເຄື່ອນ­ໄຫວ​ສີ​ລະ​ປະ​ວັນ­ນະ­ຄະ­ດີ​ຢູ່​ບັນ­ດາ​ບ້ານ, ກົມ​ກອງ, ໂຮງ­ຮຽນ​ຕ່າງໆ ແລະ ຮ້ານ​ບັນ­ເທີງ​ໃຫ້​ເປັນ​ຂະ​ບວນ​ຟົດ­ຟື້ນ, ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ, ສອດ­ຄ່ອງ​ກັບ​ມູນ­ເຊື້ອ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ທ້ອງ­ຖິ່ນ, ຊຸກ­ຍູ້​ບັນ­ດາ​ເມືອງ​ສືບ­ຕໍ່​ປົກ​ປັກ​ຮັກ­ສາ ແລະ ຂະ­ຫຍາຍ​ຄອບ­ຄົວ, ບ້ານ, ກົມ​ກອງ​ວັດ­ທະ­ນະ­ທຳ​ໃຫ້​ເປັນ​ຂະ​ບວນ​ກວ້າງ­ຂວາງ ທັງ​ຮັບ­ປະ­ກັນ​ມາດ­ຖານ​ເງື່ອນ­ໄຂ, ສູ້​ຊົນ​ປະ­ກາດ​ບ້ານ​ວັດ­ທະ­ນະ­ທຳ​ໃຫ້​ໄດ້ 17 ບ້ານ, ຄອບ­ຄົວ​ວັດ­ທະ­ນະ­ທຳ 500 ກວ່າ​ຄອບ­ຄົວ, ປັບ­ປຸງ​ກົນ​ໄກ​ການ​ບໍ­ລິ­ການ, ສົ່ງ­ເສີມ​ການ​ອ່ານ, ການ­ເຄື່ອນ­ໄຫວ​ກິດ­ຈະ­ກຳ​ອື່ນໆ​ຂອງ​ຫໍ­ສະ­ໝຸດ, ສູ­ນວັດ­ທະ­ນະ­ທຳ​ເດັກ ແລະ ຫໍ​ວັດ­ທະ­ນະ­ທຳ​ແຂວງ​ໃຫ້​ດີ​ຂຶ້ນ ເພື່ອ​ຊຸກ­ຍູ້​ການ­ເຄື່ອນ­ໄຫວ​ກິດ­ຈະ­ກຳ​ດ້ານ​ວັດ­ທະ­ນະ­ທຳ​ທີ່​ສ້າງ​ຄຸນ​ປະ­ໂຫຍດ​ທາງ​ດ້ານ​ແນວ​ຄິດ​ຈິດ­ໃຈ​ໃຫ້​ແກ່​ສັງ­ຄົມ​ຢ່າງ​ແຜ່​ຫຼາຍ, ສືບ­ຕໍ່​ຄົ້ນ­ຄວ້າ​ເກັບ​ກຳ​ຂຽນ​ປະ­ຫວັດ​ຄວາມ​ເປັນ​ມາ, ຮີດ­ຄອງ​ປະ­ເພ­ນີ​ຂອງ​ເຜົ່າ, ສຳ​ຫຼວດ​ຂຶ້ນ​ບັນ­ຊີ​ສະ­ຖິ­ຕິ​ບູ­ຮານ​ສະ­ຖານ, ວັດ­ຖຸ­ບູ­ຮານ, ມໍ­ລະ­ດົກ​ທາງ​ດ້ານ​ວັດ­ທະ­ນະ­ທຳ​ໃນ​ຂອບ​ເຂດ​ທົ່ວ​ແຂວງ  ເພື່ອ​ຄຸ້ມ​ຄອງ​ອະ­ນຸ​ຮັກ​ບໍ່​ໃຫ້​ສູນ­ຫາຍ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ