29.7.14

8 ເດືອນ ແຂວງ ຫົວພັນເກັບລາຍໄດ້ 40 ຕື້ກວ່າກີບ

 ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ ​ແຂວງ​ຫົວພັນ ເປີດ​ເຜີຍ​ຕໍ່​ໜັງສືພິມ ​ເສດຖະກິດ-ສັງຄົມ​ວ່າ: ໃນ​ໄລຍະ 8 ເດືອນມາ​ນີ້ ​ແຂວງຫົວພັນ ​ໄດ້​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດຕາມ​ແຜນພັດ ທະນາ​ເສດຖະກິດ-ສັງຄົມ ​ໂດຍ​ສະ​ເພາະວຽກ​ການ​​ເກັບ​ລາຍ​ຮັບ​ເຂົ້າງົບປະມານ ​ແລະ ຜ່ານ​ການ​ປະຕິບັດ​ຕົວ​ຈິງ​ເຫັນ​ວ່າ ແຂວງສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 40,76  ຕື້ກີບ (ລວມທັງ ບ້ວງຂອງແຂວງ ແລະ ສູນກາງ) ທຽບໃສ່ແຜນການປີປະຕິບັດໄດ້ 53,24%, ​ສຳລັບລາຍຮັບພາຍໃນແຂວງໄດ້ 31,84 ຕື້ກີບ ​ເທົ່າ​ກັບ 60,43% ຂອງ​​ແຜນການ​ປີ ຊຶ່ງ​ປະກອບ​ມີລາຍຮັບຈາກສ່ວຍສາອາກອນຈຳນວນ 27,79 ຕື້ກີບ, ຮັບຈາກພູດພາສີແບ່ງປັນໃຫ້ ເມືອງສາມສ້າງປະຕິບັດໄດ້ 1,70  ຕື້ ກີບ ແລະ ຮັບຈາກຊັບສິນ​ເປັນ​ເງິນ 2,33 ຕື້ກີບ.
   ສ່ວນ​ດ້ານ​ລາຍ​ຈ່າຍ ແຂວງ​ປະຕິບັດ​ໄດ້​ທັງ​ໝົດ 268,11 ຕື້​ກີບ ທຽບໃສ່​ແຜນການ​ປີ​ປະຕິບັດ​ໄດ້ 62,10% ໃນ​ນັ້ນ ຈ່າຍ​ເງິນເດືອນ​ພື້ນຖານ​ຈຳນວນ 178,30 ຕື້​ກີບ, ຈ່າຍ​ເງິນ​ນະໂຍບາຍ​ຊ່ວຍ​ໜູນ​ຕ່າງໆ ເປັນ​ມູນ​ຄ່າ
12,42 ຕື້​ກີບ, ຈ່າຍ​ຮັບ​ໃຊ້​ບໍລິຫານ​ປົກກະຕິ​ແມ່ນ 16,65 ຕື້​ກີບ, ຈ່າຍ​ດັດສົມ, ສົ່ງເສີມ ແລະ ບຳລຸງ ລວມ​ແລ້ວ​ປະມານ 7,55 ຕື້​ກີບ, ຈ່າຍ​ຊື້​ຊັບ​ສົມບັດ​ຮັບ​ໃຊ້​ບໍລິຫານ​ລັດ​ມູນ​ຄ່າ 3,35 ຕື້​ກີບ, ຈ່າຍ​ອື່ນໆ​ອີກ​ຈຳນວນ 1,40 ຕື້​ກີບ ແລະ ຈ່າຍ​ການ​ລົງທຶນ​ຂອງ​ລັດ​ສະເລ່ຍ​ເປັນ​ມູນ​ຄ່າ 48,42 ຕື້​ກີບ.
   ເນື່ອງ​ຈາກ​ໄລຍະ 8 ​ເດືອນ​ຜ່ານ​ມາ ທົ່ວ​ແຂວງ​ຫົວພັນ​ປະຕິບັດ​ລາຍ​ຮັບໄດ້​ພຽງ 50 ກວ່າ​ສ່ວນ​ຮ້ອຍ​ຂອງ​​ແຜນການ ຈິ່ງ​ຕ້ອງ​ໄດ້​ສູ້ຊົນ​ໃຫ້​ໜັກ​ຂຶ້ນເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ ​ໃນໄລຍະ 4​ ເດືອນ​ທ້າຍ​ສົກ​ປີ ​ບັນລຸ​ຕາມ​ຄາດໝາຍ ​ໃນ​ນັ້ນ ແຂວງ​ສຸມ​ໃສ່ປະຕິບັດ​ນະ​ໂຍ​ບາຍ​ປະຢັດ​ມັດ​ທະ​ຫຍັດ, ສືບຕໍ່​ກວດກາ​ຕິດຕາມ ພ້ອມ​ທັງສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ​ທຸກ​ຮູບ​ການ ແລະ ປະຕິບັດ​ວິໄນ​ການ​ເງິນ​ໃຫ້​ເຂັ້ມ​ງວດ, ຄຽງ​ຄູ່​ກັນ​ນັ້ນ ແຂວງ​ຍັງ​ຈະ​ສູ້​ຊົນ​ໃນ​ການເກັບ​ ລາຍ​ຮັບ​ເຂົ້າ​ງົບປະມານ​ໃຫ້​ໄດ້​ທັງ​ໝົດ 22,75 ຕື້​ກີບ, ສຳລັບ​ລາຍ​ຮັບ​ພາຍ​ໃນ​ແຂວງ​ແມ່ນ 12,01 ຕື້​ກີບ, ໃນ​ນີ້ ປະກອບ​ມີລາຍ​ຮັບ​ຈາກ​ສ່ວຍ​ສາ​ອາກອນ​ໄດ້  12,45 ຕື້​ກີບ, ຮັບ​ຈາກ​ພູດ​ພາສີ​ແບ່ງປັນ​ໃຫ້​ເມືອງ​ສາມ​ສ້າງ​ໃຫ້​ໄດ້ 680 ລ້ານ​ກີບ ແລະ ຮັບ​ຈາກ​ຊັບ​ສິນ 5,88 ຕື້​ກີບ.
   ສ່ວນ​ລາຍ​ຈ່າຍ​ງົບປະມານ​ໃນ 4 ເດືອນ​ທ້າຍ​ປີ​ແມ່ນ​ບໍ່​ໃຫ້​ເກີນ 431,75 ຕື້​ກີບ, ໃນ​ນັ້ນ ຈ່າຍ​ເງິນເດືອນ​ພື້ນຖານຈຳນວນ 300,28 ຕື້​ກີບ, ເງິນ​ນະໂຍບາຍ​ຊ່ວຍ​ໜູນ​ຕ່າງໆແມ່ນ 22,38 ຕື້ກີບ, ຈ່າຍ​ຮັບ​ໃຊ້​ບໍລິຫານ​ປົກກະຕິມີ  25,60 ຕື້​ກີບ, ຈ່າຍ​ດັດສົມ, ສົ່ງເສີມ ແລະ ບຳ ລຸງ​ລວມ 11,72 ຕື້​ກີບ, ຊື້​ຊັບ​ສົມບັດ​ຮັບ​ໃຊ້​ບໍລິຫານ​ລັດ 1 ຕື້​ກີບ, ຈ່າຍ​ອື່ນໆ​ອີກ​ຈຳນວນ 1,50 ຕື້​ກີບ ແລະ ຈ່າຍ​ການ​ລົງທຶນ​ຂອງ​ລັດ​ມູນ​ຄ່າ 18,50 ຕື້​ກີບ.
   ຢ່າງ​ໃດ​ກໍ​ດີ ເພື່ອ​ຮັບປະກັນ​ໃຫ້ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ໃນສົກປີ 2013-2014 ນີ້​ ບັນລຸ​ຜົນສຳ​ເລັດຕາມ​ເອກະສານ​ລາຍ​ງານ​ຂອງ​ພະ​ແນ​ກ​ແຜນ ການ ​ແລະ ການ​ລົງທຶນ​ໃຫ້​ຮູ້​ວ່າ:​ ທຸກ​ພະ​ແນ​ກການ, ອົງການ, ຫ້ອງການ​ທຽບ​ເທົ່າ ​ແລະ ​ບັນດາ​ເມືອງ ຍັງ​ຕ້ອງເອົາ​ໃຈ​ໃສ່ບາງ​ມາດ​ຕະການ​ ​ເປັນຕົ້ນ​ແມ່ນ ໃຫ້ຖື​ເອົາ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 3 ​ເດືອນທ້າຍ​ປີ​ເປັນ​ໜ້າ​ທີ່​ການ​ເມືອງ, ​ເປັນ​ພັນທະ ແລະ​ ຄວາມ​ຮັບຜິດ ຊອບ​ຂອງ​ວຽກງານ​ຕົນ​, ເພື່ອ​ຈັດຕັ້ງປະ ຕິບັດແຜນດັ່ງກ່າວໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້, ພ້ອມທັງ​​ມີຄວາມ​ວ່ອງ​ໄວ, ມີ​ປະສິດທິພາ​ບ, ປະສິດທິ​ຜົນ ແລະ ​ມີ​ຜົນສຳ​ເລັດ​ຢ່າງຕໍ່​ເນື່ອງ, ເພີ່ມທະວີຄວາມ​ຮັບຜິດຊອບ​ໃນ​ການ​ຂຸດ​ຄົ້ນ​ແຫຼ່ງລາຍ​ຮັບໃໝ່, ປະຕິບັດ​ລະບຽບ​ກົດໝາຍພາສີ-ອາກອນມູນ​ຄ່າ​ເພີ່ມ, ແກ້​ໄຂ​ບັນຫາ​ທີ່​ເປັນ​ຊ່ອງ​ຫວ່າງ​ໃນ​ການ​ເກັບ​ລາຍ​ຮັບ ​ແລະ ຈຳກັດ​ການ​ຮົ່ວ​ໄຫຼ​ຂອງ​ງົບປະມານຢ່າງ​ສຸດ​ຂີດ, ​ແລະ ​ເຄັ່ງ​ຄັດ​ການ ກໍປະຕິບັດ​ລະບຽບ​ວິ​ໄນທາງດ້ານ​ການ​ເງິນ​ຢ່າງ​​ເປັນ​ເຈົ້າ​ການ, ​ການຫັນ​ທີ່​ດິນ,​ ຫັນຊັບ​ສິນ​ໃຫ້​ເປັນ​ທຶນ ແລະ ລວມທັງການ​ເພີ່ມ​ທະວີປະຢັດ​ມັດທະຫຍັດ, ຕ້ານ​ການ​ຟູມ​ເຟືອຍ ​ແລະ ສະກັດກັ້ນການ​ໃຊ້​ຈ່າຍ​ທີ່​ບໍ່​ກໍໃຫ້​ເກີດ​ຜົນ​ປະ​ໂຫຍ​ດຕ່າງໆ. 
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ