24.7.14

ຄວາມຄືບ​ໜ້າການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່ 6 ​ເມືອງ​ແຂວງ ​ຫົວພັນ

ການກໍ່ສ້າງພື້ນຖານໂຄງລ່າງເຊ່ິງ ເປັນໂຄງກາຍນຍ່ອຍໃນຮອບວຽນທີ 11 ສົກປີນີ້ຂອງກອງທຶນຫລຸດຜ່ອນ ຄວາມທຸກຍາກແຂວງຫົວພັນໄດ້ເລີ່ມ ແຕ່ທ້າຍ ເດືອນມີນາຜ່ານມາຢູ່ 6 ເມືອງ ຄື ເມືອງ ຊຽງຄໍ້, ວຽງໄຊ, ຊຳໃຕ້, ຊຳ ເໜືອ, ຫົວເມືອງ ແລະ ວຽງທອງ ກວມ 52 ບ້ານມູນຄ່າກວ່າ 14 ຕື້ກີບ ໃນນີ້ ເປັນທຶນປະກອບສ່ວນຂອງປະຊາຊົນ ທັງແຮງງານ ແລະ ວັດສະດຸທ້ອງຖິ່ນ ກວ່າ 1,4 ຕື້ກີບນັ້ນ ມາຮອດປັດຈຸບັນມີ 17 ໂຄງການຍ່ອຍໄດ້ສໍາເລັດ ພ້ອມທັງ ກວດກາ 100% ແລະ ອີກ 53 ໂຄງການ ໃກ້ຈະສຳເລັດເຊ່ິງມາຮອດກາງເດືອນ ຜ່ານມາຖືວ່າຄືບໜ້າເກືອບ 76%.
ຢູ່ 6 ເມືອງດັ່ງກ່າວໄດ້ຮັບຫລາຍ ໂຄງການຍ່ອຍທີ່ສຳຄັນເປັນຕົ້ນຢູ່ ເມືອງຊຽງຄໍ້ 7 ໂຄງການຍ່ອຍຄືການກໍ່ ສ້າງໂຮງຮຽນປະຖົມ 4 ຫລັງແລະຊົນ ລະ ປະທານ 3 ແຫ່ງໃນນີ້ 3 ໂຄງການ ຍ່ອຍສຳເລັດແລ້ວ100%. ສ່ວນຢູ່ ເມືອງວຽງໄຊມີ 9 ໂຄງການ
ຍ່ອຍຄືກໍ່ ສ້າງຮົ້ວເຂດລ້ຽງສັດ 4 ໂຄງການ, ຊົນ ລະປະທານ 3 ໂຄງການ, ນ້ຳລິນ 1 ໂຄງ ການ ແລະທຶນຮຽນແພດ 1 ໂຄງການ. ຢູ່ເມືອງຊຳໃຕ້ມີ 23 ໂຄງການຍ່ອຍ ຄືໂຮງຮຽນ 5 ໂຄງການ, ນ້ຳລິນ 8 ໂຄງການ, ສ້ອມແປງທາງ 6 ໂຄງ ການ, ຊົນລະປະທານ 3 ໂຄງການ ແລະ ຮົ້ວເຂດລ້ຽງສັດ 1 ໂຄງການ. ຢູ່ເມືອງຊຳເໜືອ 9 ໂຄງການຍ່ອຍ ສຳ ເລັດ100% ມີ 1 ໂຄງການ.ເມືອງຫົວ ເມືອງມີ 9 ໂຄງການຍ່ອຍ ແລະ ເມືອງ ວຽງທອງມີ 13 ໂຄງການ.ຂະນະທີ່ ປະຊາຊົນກໍກຽມ ພ້ອມປະກອບສ່ວນທາງວັດຖຸ ແລະ ແຮງງານຈັດຕັ້ງປະຕິບັດໂຄງການຍ່ອຍຢ່າງເປັນຂະບວນຟົດຟືື້ນ ເພື່ອໃຫ້ສຳເລັດຕາມແຜນການທີ່ວາງໄວ້.


ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ