28.7.14

ແຂວງ ຫົວພັນ​ຈັດ​ກງ​ປະຊຸມ​ວຽກງານ ​ສົ່ງ​ເສີມ​ການທ່ອງທ່ຽວຄັ້ງ​ທີ I

ເມືອງ ວຽງໄຊ
 ກອງປະຊຸມວຽກງານສົ່ງເສີມການທ່ອງທ່ຽວຄັ້ງທີ I ຂອງແຂວງຫົວພັນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງ ທ່ານ ວັນໄຊ ແພງຊຸມມາ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳຂົງເຂດວັດທະນະທຳຂັ້ນແຂວງ, ມີບັນດາ ທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຜ່ານຜົນງານການຈັດຕັ້ງປະຕິບັດ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການທີ່ຈະຕ້ອງໄດ້ຈັດຕັ້ງປະ
ຕິບັດຕໍ່ໜ້າ, ທົ່ວແຂວງຫົວພັນມີແຫຼ່ງທ່ອງທ່ຽວທັງໝົດ 139 ແຫ່ງ, ໃນນີ້ແຫຼ່ງທ່ອງທ່ຽວທຳມະຊາດມີ 49 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະ ນະທຳມີ 32 ແຫ່ງ ແລະ ແຫຼ່ງ ທ່ອງທ່ຽວປະຫວັດສາດມີ 58 ແຫ່ງ,
ແຫຼ່ງທ່ອງທ່ຽວທີ່ເປີດ ໃຫ້ບໍລິການແລ້ວຈຳນວນ 37 ແຫ່ງ, ແຫຼ່ງທ່ອງທ່ຽວທີ່ສຳຫຼວດ ແລ້ວມີ 66 ແຫ່ງ, ບໍ່ທັນໄດ້ ສຳຫຼວດ 36 ແຫ່ງ ແລະ ອີກ ຈຳນວນໜຶ່ງແມ່ນບໍ່ທັນໄດ້ຂຶ້ນບັນຊີ. ໃນປີ 2013 ຜ່ານມານີ້ມີນັກທ່ອງ ທ່ຽວເຂົ້າມາທ່ຽວແຂວງຫົວພັນ ມີຈຳນວນ 32.315 ຄົນ, ຍິງ 8.118 ຄົນ, ນັກທ່ອງທ່ຽວພາຍ ໃນ 14.699 ຄົນ, ນັກທ່ອງທ່ຽວ ຕ່າງປະເທດ 17.616 ຄົນ. ປະ ຈຸບັນທົ່ວແຂວງຫົວພັນໄດ້ມີທຸ ລະກິດທ່ອງທ່ຽວນັບມື້ເພີ່ມ ຂຶ້ນ, ໄດ້ມີ ບໍລິສັດ ທ່ອງທ່ຽວ 1 ແຫ່ງ, ໂຮງແຮມ 8 ແຫ່ງ, ເຮືອນພັກ 47 ແຫ່ງ, ຮ້ານອາ ຫານ - ຮ້ານກິນດື່ມ 168 ແຫ່ງ ແລະ ຮ້ານບັນເທີງ 4 ແຫ່ງ. ປີ ໜຶ່ງສາມາດສ້າງລາຍຮັບໃຫ້ຜູ້ ປະກອບການຕ່າງໆພາຍໃນ ແຂວງຫົວພັນໄດ້ 12 ຕື້ກີບ. ສຳລັບທິດທາງແຜນການວຽກ ງານສົ່ງເສີມການທ່ອງທ່ຽວຈະ ໄດ້ສືບຕໍ່ສະໜອງຂໍ້ມູນຂ່າວ ສານໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ກວ້າງ ຂວາງກວ່າເກົ່າ ແລະ ຈັດສັນ ປ້າຍຊີ້ບອກແຫຼ່ງທ່ອງທ່ຽວໃຫ້ ບັນດາເມືອງທີ່ເປັນລະບຽບ ຮຽບຮ້ອຍ ແລະ ວຽກງານອື່ນໆ ອີກຫຼາຍດ້ານ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ