18.7.14

ທ່ອງທ່ຽວແຂວງ ຫົວພັນຂະຫຍາຍຕົວ 9 ເດືອນມີແຂກເຂົ້າຢ້ຽມ ຊົມແລ້ວເກືອບ 26 ພັນຄົນ

ພາບຕົວເມືອງ ຊຳເໜືອ
ຫົວພັນ​ເປັນ​ອີກ​ແຂວງ​ທີ່​ຖື​ເອົາ​ວຽກ​ງານ​ການທ່ອງທ່ຽວ​ເປັນ​ບຸລິ​ມະ​ສິດ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ກໍ​ເຫັນ​ວ່າ​ວຽກ​ງານ​ດັ່ງກ່າວ​ຂອງ​ແຂວງ​ນັບ​ມື້​ໄດ້ຮັບ​ການ​ປັບປຸງ​ພັດທະນາ ແລະ ມີ​ບາດກ້າວ​ຂະຫຍາຍຕົວ​ດີ​ຂຶ້ນ ສະແດງ​ອອກ​ໃຫ້​ເຫັນ 9 ເດືອນ​ຂອງ​ສົກ​ປີ 2013-2014 ນີ້ ​ສາມາດ​ດຶງ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຢ້ຽມ​ຊົມ​ແລ້ວ​ເກືອບ 26 ພັນ​ຄົນ, ສ້າງ​ລາຍ​ຮັບ​ແກ່​ສັງຄົມ​ໄດ້ 10,3 ຕື້​ກວ່າ​ກີບ.
   ອີງ​ຕາມ​ຂໍ້​ມູນ​ຈາກ​ພະ​ແນກ ຖວ​ທ ແຂວງ​ຫົວພັນ​ໃຫ້​ຮູ້​ວ່າ: ວຽກ​ງານ​ການທ່ອງທ່ຽວໄດ້ກາຍ ເປັນ​ບຸລິ​ມະ​ສິດ​ທີ່​ສຳຄັນໃນ​ການ​ພັດທະນາ​ເສດຖະ ກິດ-ສັງຄົມ​ຂອງ​ແຂວງ ເນື່ອງຈາ​ກວ່າ​: ເປັນ​ແຂວງພູ​ດອຍ​ເຕັມ​ໄປ​ດ້ວຍ​ພູ, ຜາ​ປ່າໄມ້, ຫ້ວຍ​ນ້ຳ ລຳເຊ​ອັນ​ອຸດົມສົມບູນ ໂດຍ​ສະເພາະ​ສະຖານທີ່​ທ່ອງ​ທ່ຽວ​ທາງ​ວັດທະນະທຳ​ທີ່​ລື​ຊື່, ທຳ​ມະຊາດ​ທີ່​ສວຍ​ງາມ ແລະ ທາງ​ປະຫວັດສາດ​ທີ່​ໜ້າ​ສົນໃຈ ຊຶ່ງ​ມາ​ຮອດ​ປະຈຸ​ບັນ ​ວຽກ​ງານທ່ອງ​ທ່ຽວຖື​ວ່າ​ໄດ້​ຮັບ​ການ​ປັບປຸງ​ພັດທະນາ​ຢ່າງ
​ຕັ້ງໜ້າ ແລະ ມີ​ ທ່າ​ກ້າວ​ຂະຫຍາຍຕົວ​ດີຂຶ້ນ​ເປັນຕົ້ນ​ ສິ່ງ​ຮອງຮັບ ​   ແກ່​ການທ່ອງທ່ຽວ​ເຊັ່ນ: ສະຖານທີ່​ທ່ອງ​ທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານ​ອາຫານ, ລົດ​ໂດຍ ສານ-ລົດ​ບໍລິການ​ນຳ​ທ່ຽວ ແລະ ອື່ນໆ​ ອັນ​ສາ ມາດ​ຮອງ​ຮັບ​ໄດ້ໃນ​ຂັ້ນ​ພື້ນຖານ.
   ສຳລັບ​ໄລຍະ 9 ເດືອນ​ຜ່ານ​ມາ​ຂອງ​ສົກ​ປີ​ນີ້ ແຂວງ​ຫົວພັນ​ໄດ້​ມີ​ການເຄື່ອນໄຫວວຽກ​ງານ​ການທ່ອງທ່ຽວ​ຫຼາຍ​ດ້ານ​ດ້ວຍ​ກັນ​ຄື: ໄດ້ປະ ສານ​ສົມທົບ​ກັບ​ກົມ​ພັດທະນາ​ການທ່ອງທ່ຽວ ລົງ​ກວດກາ​ໂຄງການ​ກໍ່ສ້າງສູນ​ຂໍ້​ມູນ​ຂ່າວສານ, ກໍ່ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກຢູ່​ບໍ່​ນ້ຳຮ້ອນ ​ເມືອງ​ວຽງ​ທອງ, ເອົາໃຈໃສ່​ໂຄສະນາ​ການທ່ອງທ່ຽວ​ຂອງ​ແຂວງ​ດ້ວຍ​ການ​ປັບປຸງ​ກະດານຂ່າວ​ຫ້ອງ​ຂໍ້​ມູນ, ອັບ​ເດດ​ຂໍ້​ມູນ​ເວັບ​ໄຊ, ແປ​ຂໍ້​ມູນ​ການທ່ອງທ່ຽວ​ຂອງ​ແຂວງ​ເປັນພາສາຫວຽດ ນາມ ເພື່ອ​ໂຄສະນາ​ໃຫ້​ກວ້າງຂວາງ​ກວ່າ​ເກົ່າ; ສຳເລັດ​ການ​ລົງ​ຕິດ​ຕັ້ງ​ປ້າຍຊີ້​ບອກ​ແຫຼ່ງ​ທ່ອງ​ທ່ຽວ​ບາງ​ຈຸດ​ຢູ່​ເມືອງ​ແອດ, ເມືອງ​ຊຳ​ເໜືອ​, ນອກ​ນີ້​ ຍັງ​ໄດ້​ຄຸ້ມ​ຄອງກວດກາລົງ​ເກັບ​ກຳສະຖິຕິ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ທີ່​ກ່ຽວ​ພັນ​ກັບ​ການທ່ອງທ່ຽວ​ໃຫ້​ເຄື່ອນໄຫວ​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ, ປັບປຸງ​ບໍລິສັດ​ທ່ອງ​ທ່ຽວ​ທີ່​ມີ​ແລ້ວ​ໃຫ້​ເຂົ້າ​ກັບ​ລະບຽບຫຼັກການ, ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ການ​ບໍ​ລິ​ການທ່ອງທ່ຽວ​ເບິ່ງ​ສັດປ່າ​ເຂດ​ປ່າ​ສະຫງວນ.

   ຢ່າງໃດ​ກໍ​ຕາມ ໃນ​ໄລຍະ​ດັ່ງກ່າວມີ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ເດີນທາງ​ເຂົ້າ​ມາ​ຢ້ຽມ​ຊົມ​ແຂວງ​ຫົວພັນ​ທັງ​ໝົດ 25.911 ຄົນ, ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະເທດ 14.505 ຄົນສ້າງ​ລາຍ​ຮັບ​ແກ່​ສັງຄົມ, ຜູ້​ປະກອບ​ການ​ດ້ານ​ການ​ບໍລິການ ສະເລ່ຍ​ໄດ້ 10,3 ຕື້​ກວ່າ​ກີບ, ສ່ວນ​ສະຖານທີ່​ທ່ອງ​ທ່ຽວ​ທົ່ວ​ແຂວງ​ມີ​ທັງ​ໝົດ 139 ແຫ່ງ, ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ 49 ແຫ່ງວັດທະນະທຳ 32 ແຫ່ງ ແລະ ແຫຼ່ງ​ທ່ອງ​ທ່ຽວ ທາງ​ປະຫວັດສາດ 58 ແຫ່ງ, ໃນ​ນີ້​ ໄດ້​ເປີດ​ບໍລິການ​ແລ້ວ 37 ແຫ່ງ. 
ແຫລ່ງຂ່າວຈາກ: ຫນັງສືພີມເສດຖະກິດ-ສັງຄົມ