13.8.14

ເຂດທີ່ໝັ້ນເມືອງ ວຽງໄຊ ດິນແດນການປະຕິວັດ

ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 64 ປີ 13/8/1950-13/8/2014
-------------------------- ********* --------------------------
ເມືອງວຽງໄຊ ດັ້ງເດີ່ມແມ່ນມີນາມວ່າ ທົ່ງຄັງສະອິນ ທັງນີ້ກໍຍ້ອນວ່າ ມັນໄດ້ກວມເອົາຫຼາຍໆເຂດ ເປັນຕົ້ນແມ່ນທົ່ງ ນາໄກ, ລ່ອງກູ້, ທົ່ງບ້ານບັກ, ເຂດພູແຄ, ຖ້ຳໝາຫຼົງ ແລະ ອື່ນໆ. ຈຸດພິເສດຂອງເມືອງວຽງໄຊແມ່ນມີພູມສັນຖານອ້ອມລ້ອມໄປດ້ວຍພູຜາ ຫີນທີ່ສູງ ຊັນຄ້າຍຄືກັບວ່າມີຜູ້ຄົນແຕ່ບູຮານນະການໄດ້ຕົບແຕ່ງປະດິດສະຖານໄວ້, ມີທິວທັດທຳມະຊາດ, ຖ້ຳຜາຫີນທີ່ມີຄວາມສວຍງາມ ແຕກຕ່າງ ກັນໄປ, ໃນຍາມໜາວອາກາດເຢັນ, ມີນ້ຳໝອກກ້າມ, ມີຝົນຝອຍ ແລະ ໜາວຫຼາຍໃນເດືອນຈຽງ ເດື່ອນຍີ່, ອຸນຫະພູມໃນຂົງເຂດນີ້ມີ ການປ່ຽນແປງຢ່າງໄວວາ. ເມືອງວຽງໄຊແຫ່ງນີ້
ເປັນເມືອງວິລະກຳອັນລ້ຳເລີດຂອງບັນດານັກຮົບປະຕິວັດປະຊາຊົນໃນສະໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວທີ່ມາຮຸກຮານ ເພື່ອຫວັງດັບມອດກຳລັງຮັກຊາດຂອງປະຊາຊົນລາວນອກຈາກເປັນເມືອງປະຫວັດ ສາດແລ້ວ ເມືອງວຽງໄຊຍັງເປັນບ່ອນເຕົ້າໂຮມເອົາບັນດານັກຮົບພະນັກງານປະຕິວັດຜູ້ທີ່ມີນ້ຳໃຈຮັກຊາດ ແລະ ຮັກບ້ານ ເກີດເມືອງນອນຂອງ ລາວເຮົາ, ໃນອະດີດບັນດານັກຮົບປະຕິວັດເຫຼົ່ານີ້ໄດ້ອຸທິດຊີວິດ ແລະ ເຫື່ອແຮງຂອງຕົນຮ່ວມຈິດ ຮ່ວມໃຈສາມັກຄີຕໍ່ສູ້ຕ້ານກັບ ບັນດາກຳລັງຮຸກຮານຂອງພວກ ສັດຕູ ທາງພາກພື້ນດິນ ແລະ ທາງອາກາດທັງເວັນ ແລະ ຄືນ. 
ໃນທົດສະວັດ 60-​70 ຂອງສະຕະວັດທີ 20 ຊຶ່ງເປັນໄລຍະທີ່ຜູ້ນຳແນວລາວຮັກຊາດພ້ອມກັບປະຊາຊົນຜູ້ທີ່ ຮັກຊາດໄດ້ດຳເນີນ ການຕໍ່ສູ້ອັນລະອິດລະອ້ຽວ, ດຸເດືອດຂ້ຽວຂາດ. ຕ້ານສັດຕູຜູ້ທີ່ຫວັງທຳລາຍ ແລະ ດັບມອດກຳລັງຮັກຊາດຂອງປະຊາຊົນລາວ; ເລີ່ມ ແຕ່ວັນທີ 17 ພຶດສະພາ 1964 ເປັນຕົ້ນມາ, ກອງກຳລັງອາກາດຂອງພວກຈັກກະພັດ ໄດ້ຖິ້ມລະເບີດບຸກໂຈມຕີໃສ່ ເຂດປົດປ່ອຍຢ່າງ ໜັກທັງເວັນ ແລະ ຄືນ ໂດຍສະເພາະເມືອງວຽງໄຊ ຊຶ່ງແມ່ນຈຸດໃຈກາງ ແລະ ທີ່ຕັ້ງຂອງສຳນັກງານແນວລາວຮັກຊາດ,ເປັນກອງ ບັນຊາການຊີ້ນຳ-ນຳພາພາລະກິດຕໍ່ສູ້ກູ້ຊາດ ໃນເວລານັ້ນບັນດາຜູ້ນຳແນວລາວຮັກຊາດໄດ້ອາໄສຢູ່ຕາມຖ້ຳຜາຫີນ ເປັນທີ່ກັ້ງບັງລູກລະ ເບີດຂອງພວກສັດຕູເຊັ່ນ: ຖ້ຳຂອງທ່ານ ໄກສອນ ພົມວິຫານ ຕັ້ງຢູ່ບໍລິເວນຜາລວກຫານ ຊຶ່ງເປັນຜາຫີນປູນສູງ ແລະ ແຂງແກ່ນຢູ່ ທາງເບື້ອງໜ້າຂອງຸຖ້ຳສາມາດ ຫຼຽວເຫັນທິວທັດຕົວເມືອງວຽງ ໄຊ ໄດ້ຢ່າງສວຍງາມ, ພ້ອມ ກັນນັ້ນຍັງມີທາງເຂົ້າໄປໃນຖ້ຳ ສາມທາງ ແຕ່ລະບ່ອນໄດ້ຖືກດັດແປງໃຫ້ເປັນທາງເຂົ້າ-ອອກ ໂດຍພາຍໃນຖ້ຳໄດ້ເຈາະໃຫ້ເປັນທາງຍ່າງ, ເປັນຫ້ອງປະ ຊຸມ, ຫ້ອງຄົ້ນຄວ້າສະ ເພາະ, ຫ້ອງນອນ, ຫ້ອງນິລະໄພ ເພື່ອປ້ອງກັນອາວຸດເຄມີໃນຍາມສົງຄາມ ພາຍໃນຖ້ຳແຫ່ງນີ້ ປະທານ ໄກສອນ ພົມວິຫານ ຍັງໄດ້ ໃຊ້ເປັນຫ້ອງຄົ້ນຄວ້າ ແລະ ປະຊຸມຮ່ວມກັບຜູ້ນຳແນວລາວຮັກຊາດຜູ້ອື່ນໆວາງແຜນຍຸດທະສາດ, ຍຸດໂທບາຍ ໃນການຕໍ່ສູ້ປາບ ປາມກັບພວກສັດຕູ. ນອກຈາກນັ້ນທາງເບື້ອງ ລຸ່ມຂອງຖ້ຳພວກເຮົາຈະເຫັນ ໄດ້ວ່າມີຖ້ຳນ້ອຍອັນໜຶ່ງ ຊຶ່ງ ແມ່ນຖ້ຳຂອງບັນດາເລຂາຂອງ ປະທານ ໄກສອນ ພົມວິຫານ ໃນຄາວສະໄໝການຕໍ່ສູ້ກູ້ຊາດບັນດາທ່ານເຫຼົ່ານັ້ນກໍຄື: ທ່ານ ບົວສີ ຈະເລີນສຸກແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ; ພາຍຫຼັງທີ່ມີການເຊັນສັນຍາສັນຕິພາບ ໃນປີ 1973 ສູນກາງແນວລາວສ້າງຊາດຈຶ່ງສ້າງຕຶກ 2 ຊັ້ນ ໃສ່ບໍລິເວນໜ້າຖ້ຳ ເພື່ອເປັນບ່ອນຮັບແຂກຄົນທີ່ມາຢ້ຽມຢາມທັງພາຍໃນ ແລະ ຕ່າງປະເທດ ແລະ ສະ ຖານທີ່ແຫ່ງນີ້ເອງທີ່ປະທານ ໄກສອນ ພົມວິຫານ ພ້ອມກັບຜູ້ນຳແນວລາວຮັກຊາດຜູ້ອື່ນໆ ໃຊ້ເປັນທີ່ປະຊຸມປຶກສາ ຫາລືວຽກງານ 3 ບາດຄ້ອນ ຍຸດທະສາດ ໃນການລຸກຮື້ຂຶ້ນຢຶດອຳນາດໃນທົ່ວປະເທດ. ປະຈຸບັນສະຖານທີ່ແຫ່ງນີ້ໄດ້ຖືກເກັບຮັກສາ ແລະ ບູລະນະສ້ອມ ແປງ ໂດຍໄດ້ກໍ່ກຳແພງ ອ້ອມ ບໍລິເວນນີ້ໄວ້ ເພື່ອເປັນບ່ອນ ທ່ອງທ່ຽວ ແລະ ສຶກສາຄົ້ນຄວ້າ ທາງດ້ານປະຫວັດສາດການ ຕໍ່ສູ້ຂອງພັກ ປະຊາຊົນປະຕິວັດ ລາວ; ທ່ານ ໜູຮັກພູມ ສະຫວັນ ຢູ່ຖ້ຳຜາປຸງ ຊຶ່ງເປັນຜາຫີນ 2 ໜ່ວຍສູງຊັນ ແລະ ປົກຄຸມໄປ ດ້ວຍປ່າໄມ້ໃຫຍ່ຂຽວດົກ, ມີ ຂັ້ນ ໃດ ຂຶ້ນໄປຢູ່ທາງດ້ານໜ້າຂອງຖ້ຳສາມາດຫຼຽວໄປເຫັນທິວທັດຕົວເມືອງວຽງໄຊບໍລິເວນ ເດີ່ນໜ້າຂອງຖ້ຳເຕັມໄປດ້ວຍຕົ້ນໄມ້ກິນໝາກອື່ນໆ, ດອກເຜິ້ງ, ຕົ້ນໄມ້ວິກ, ຕົ້ນສົນທຸກຢ່າງຍັງຄົງປົກປັກຮັກສາໃຫ້ສວຍງາມ ແລະ ມີຊີວິດຊີວາ ຄືເກົ່າເຖິງແມ່ນວ່າເວລາ ຈະລ່ວງເລີຍ ໄປຫຼາຍປີກໍຕາມ; ປະທານ ສຸພານຸວົງ ຢູ່ຖ້ຳໝໍ້ໜຶ້ງເບິ່ງພູມສັນຖານແລ້ວໃຜໆທີ່ ໄດ້ພົບໄດ້ເຫັນກໍເວົ້າເປັນສຽງ ດຽວກັນວ່າ ຄ້າຍຄືກັບ ກ້ອນເສົ້າ, ຖ້ຳດັ່ງກ່າວນີ້ຕັ້ງຢູ່ໃນ ລະຫວ່າງຜາຫີນສູງໃຫຍ່ 3 ໜ່ວຍອ້ອມລ້ອມເປັນແນວກັ້ງ ບັງດີທີ່ສຸດຕໍ່ການທຳລາຍຂອງ ເຮືອບິນ ສັດຕູ, ປົກຄຸມໄປດ້ວຍປ່າໄມ້ອາກາດສົດຊື່ນ ແລະ ຊຸ່ມເຢັນ. ພາຍໃນຖ້ຳໄດ້ຖືກດັດແປງໃຫ້ເປັນຫ້ອງເຮັດວຽກ, ຫ້ອງຄົ້ນຄວ້າ, ຫ້ອງນອນ ແລະ ຫ້ອງນິລະໄພປ້ອງກັນອາວຸດເຄມີ; ປະທານ ສຸພານຸວົງ ໄດ້ໃຊ້ເປັນບ່ອນປຶກສາຫາລືວຽກ ງານຕ່າງໆຮ່ວມກັບຜູ້ນຳແນວ ລາວຮັກຊາດຜູ້ອື່ນໆ, ເປັນ ບ່ອນຕ້ອນຮັບແຂກຕ່າງປະ ເທດທີ່ມາຢ້ຽມຢາມເຂດປົດ ປ່ອຍ ພາຍຫຼັງການເຊັນສັນຍາ ສັນຕິພາບໃນລາວ ຈຶ່ງໄດ້ສ້າງ ເຮືອນຂຶ້ນເປັນເຮືອນ 2 ຊັ້ນ ຢູ່ບໍລິເວນໜ້າຖ້ຳແຫ່ງນີ້ໄດ້ ມີການອອກແບບຕົບແຕ່ງໃຫ້ ເປັນຄ້າຍຄືກັບເຮືອນວິນລ້າ ໃນເມືອງ, ມີສວນດອກໄມ້, ຕົ້ນໄມ້ກິນໝາກ, ເດີ່ນຫຍ້າ, ມີທາງຍ່າງອ້ອມບໍລິເວນສວນ. ປະຈຸບັນສະຖານທີ່ແຫ່ງນີ້ຍັງ ຄົງຖືກປົກປັກ ຮັກສາ ແລະ ບູລະນະໃຫ້ຄືສະໄໝກ່ອນ ແລະ ເປັນແຫຼ່ງທ່ອງທ່ຽວ ສຳລັບອາ ນຸຊົນຮຸ່ນຫຼັງ ເພື່ອສຶກສາທາງ ດ້ານປະຫວັດສາດ ລາວເຮົາ; ທ່ານ ພູມີ ວົງວິຈິດ ຢູ່ຖ້ຳລວກ ຟາດເປັນເຂດທີ່ອ້ອມລ້ອມໄປ ດ້ວຍຜາຫີນສູງທີ່ແຂງແກ່ນ ພາຍໃນຖ້ຳມີທາງເຂົ້າບໍ່ກວ້າງ ພໍປານໃດ ຂ້າງໃນມີການດັດແປງໃຫ້ເປັນຫ້ອງປະຊຸມໃຫຍ່; ທ່ານ ຄຳໄຕ ສີພັນດອນ ຢູ່ຖ້ຳຊ້າງລອດ ເປັນຖ້ຳທຳມະຊາດ ທາງໃນ ໄດ້ດັດແປງໃຫ້ເປັນ ຫ້ອງເຮັດວຽກ, ຫ້ອງປະຊຸມ, ຫ້ອງຄົ້ນຄວ້າ, ຫ້ອງນອນ ແລະ ຫ້ອງນິລະໄພ ປ້ອງກັນອາວຸດ ເຄມີ; ພາຍໃນຖ້ຳຈະມີທາງຍ່າງຊອດໄປອີກຖ້ຳໜຶ່ງພາຍ ໃນຖ້ຳແຫ່ງນີ້ ທ່ານ ຄຳໄຕ ສີພັນດອນ ເຄີຍໄດ້ໃຊ້ເປັນ ບ່ອນປະຊຸມປຶກສາຫາລືຊີ້ນຳ ວຽກງານສູ້ຮົບຫຼາຍໆບັ້ນຮົບເປັນຕົ້ນແມ່ນບັ້ນຮົບໂອເດແອນ, ບັ້ນຮົບກູ້ກຽດທົ່ງໄຫຫີນທີ່ຊຽງຂວາງ ແລະ ບັ້ນຮົບອື່ນໆ; ບໍລິເວນທາງ ດ້ານໜ້າຂອງຖ້ຳຈະມີຝາຄອນກຣີດກັ້ງບັງທາງ ເຂົ້າໄປໃນຖ້ຳ ເພື່ອປ້ອງກັນ ການຖິ້ມລະເບີດຂອງຍົນ, ພາຍ ຫຼັງມີການເຊັນສັນຍາສັນຕິ ພາບໃນລາວ ຈຶ່ງໄດ້ມີການກໍ່ສ້າງເຮືອນຫຼັງໜຶ່ງ 2 ຊັ້ນເຮັດດ້ວຍໄມ້ ແລະ ຕຶກນ້ອຍບ່ອນ ຮັບແຂກ ອ້ອມລ້ອມບໍລິເວນ ໜ້າຖ້ຳມີຕົ້ນໄມ້ ແລະ ພືດພັນ ອື່ນ​ໆ. ປະຈຸບັນນີ້ໄດ້ມີການປົກປັກຮັກສາປົວແປງໃຫ້ຢູ່ໃນສະ ພາບເດີມ ແລະ ເປັນບ່ອນ ທ່ອງທ່ຽວ ແລະ ສຶກສາຄົ້ນ ຄວ້າທາງດ້ານປະຫວັດສາດຂອງຄົນຮຸ່ນຫຼັງ, ສ່ວນຜູ້ນຳຄົນ ອື່ນໆຂອງສູນກາງແນວລາວຮັກຊາດກໍຄືສຳນັກງານອົງການຕ່າງໆ ໄດ້ແຈກ ຢາຍຢູ່ຖ້ຳ ອື່ນໆໃນທົ່ງຄັງສະອິນ ແລະ ທົ່ງລວກກວາງ.
ໃນໄລຍະການຕໍ່ສູ້ປົດ ປ່ອຍຊາດສູນກາງແນວລາວ ຮັກຊາດໄດ້ຕັ້ງສຳນັກງານ ຢູ່ໃນຕາມຖ້ຳຕ່າງໆມີປະມານ 152 ຖ້ຳ. ນັບ ແຕ່ເຂດເມືອງລຽດ, ຫາງລ້ອງ, ເມືອງງາ, ນາແຖນ, ຊຽງຊື, ຊຽງລ່ວງ, ນາ ເມືອງ, ນາວີດ, ຊຽງແມນ ຕະ ຫຼອດຮອດບ້ານເລີຍ ເປັນທີ່ຕັ້ງສຳນັກງານອົງການ, ໂຮງໝໍ, ໂຮງຮຽນ, ໂຮງງານຕ່ຳແຜ່ນ, ເປັນຮ້ານຄ້າ ແລະ ບ່ອນສ້ອມແປງ ອື່ນໆ.ເພື່ອເປັນສັນ ຍາລັກປະຫວັດສາດໃຫ້ແກ່ວິລະກຳອັນ ລ້ຳເລີດ ແລະ ໄຊຊະນະທີ່ຍິ່ງ ໃຫຍ່ໃນການປະກອບສ່ວນ ໃນພາລະກິດປະຕິວັດຕໍ່ສູ້ປົດ ປ່ອຍ ຊາດ, ທາງສູນກາງພັກກໍຄືສູນກາງແນວລາວຮັກຊາດ ໂດຍສະເພາະປະທານ ໄກສອນ ພົມວິຫານ ໄດ້ໃຫ້ກຽດປະກາດ ຕັ້ງຊື່ຕົວເມືອງ ແຫ່ງນີ້ເປັນເມືອງວຽງໄຊ ນັບແຕ່ປີ 1969 ເປັນຕົ້ນມາເຖິງປະຈຸບັນນີ້ ວັນເວລາໄດ້ລ່ວງເລີຍໄປຫຼາຍ ສິບປີຄວັນໝື້ຈາກ ຜົນຮ້າຍຂອງ ສົງຄາມໄດ້ຈາງຫາຍໄປຈາກດິນແດນແຫ່ງນີ້ ຍັງເຫຼືອໄວ້ແຕ່ຄວາມຊົງຈຳອັນບໍ່ມີວັນລືມຂອງບັນດາອະດີດນັກຮົບໃນເມື່ອກ່ອນແຕ່ວັນມີ ຄວາມໝາຍອັນຍາວນານຕໍ່ລູກຫຼານທີ່ເກີດໃໝ່ໃຫຍ່ລຸນໃຫ້ຮຽນຮູ້ວິລະກຳອັນລ້ຳເລີດຂອງປູ່ຂອງຍ່າຂອງບັນດາ ນັກຮົບປະຕິວັດທີ່ໄດ້ອຸທິດຊີວິດໃຫ້ແກ່ການ ປະຕິວັດລາວ ເພື່ອປົກປ້ອງປິ ຕຸພູມອັນແສນຮັກຂອງຕົນ.
ມາຮອດປະຈຸບັນເມືອງວຽງໄຊ ໄດ້ກາຍເປັນເມືອງປະຫວັດສາດ, ເປັນມູູນມໍລະດົກຂອງຊາດ, ກາຍເປັນແຫຼ່ງທ່ອງທ່ຽວ ໂດຍໄດ້ ເປີດກວ້າງໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວຊົມຄົ້ນຄວ້າສຶກສາ ໂດຍມີຫ້ອງການປົກປັກຮັກສາບັນດາຖ້ຳຜູ້ນຳ, ເມືອງ ວຽງໄຊເປັນຜູ້ຄຸ້ມຄອງ.


ບົດຈາກ: ໜັງສືພີມປະຊາຊົນ