6.8.14

ເມືອງ ວຽງໄຊປະກາດ 2 ບ້ານ ເປັນບ້ານວັດທະນະທຳ

ຮູບປະກອບ

ບ້ານລ້ອງກ້ານ ແລະ ບ້ານຕະແອ້ມ ເມືອງວຽງໄຊ ແຂວງຫົວພັນ ຕັ້ງຢູ່ທິດເໜືອ ຂອງເມືອງວຽງໄຊ ທັງສອງບ້ານ ປະກອບມີ 79 ຄົວເຮືອນ 105 ຄອບຄົວ, ມີພົນລະເມືອງ ທັງໝົດ 532 ຄົນ, ຍິງ 271 ຄົນ ເປັນຊົນເຜົ່າກຶມມຸ 100%. ໃນສອງບ້ານປະກອບມີ 2 ໜ່ວຍ ພັກເອກະລາດ ມີສະມາຊິກ ພັກ 18 ສະຫາຍ, ສຳຮອງ 2 ສະຫາຍ, ມີຄະນະປົກຄອງ ບ້ານ 4 ສະຫາຍ, ອົງການຈັດ ຕັ້ງແນວໂຮມ 12 ສະຫາຍ, ໜ່ວຍໄກ່ເກ່ຍ 3 ໜ່ວຍ, ມີ 18 ສະຫາຍ ແລະ ປະກອບ ດ້ວຍອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງຄົບຊຸດເຄື່ອນໄຫວຖືກ ຕ້ອງຕາມພາລະບົດບາດ.
ອາຊີບຕົ້ນຕໍຂອງປະຊາຊົນແມ່ນ ຢຶດຖືເອົາການເຮັດນາປູກເຂົ້າ, ລ້ຽງສັດ ແລະ ຜະລິດຫັດຖະກຳ ອື່ນໆ. ລາຍຮັບທີ່ໄດ້ຈາກເຂົ້າ ນາ 5 ຮ້ອຍ 98 ລ້ານ 5 ແສນ ກີບ, ຈາກການລ້ຽງສັດໃຫຍ່ ແລະ ສັດນ້ອຍ
4 ຮ້ອຍ 70 ລ້ານກີບ, ຈາກຊັບພະຍາກອນ ຕ່າງໆ 2 ຮ້ອຍ 35 ລ້ານກວ່າ ກີບ ແລະ ຮັບຈາກໄມ້ປ່ອງ 1 ຮ້ອຍ 35 ລ້ານກີບ. ລວມຍອດ ຜະລິດຕະພັນ 2 ບ້ານໄດ້ 1 ຕື້ 4 ຮ້ອຍ 38 ລ້ານ 7 ແສນກີບ, ສະເລ່ຍໃສ່ຫົວຄົນຜູ້ໜຶ່ງໄດ້ 2 ລ້ານ 7 ແສນກວ່າກີບຕໍ່ຄົນຕໍ່ ປີ. ວຽກງານການສຶກສາ 2 ບ້ານມີໂຮງຮຽນ 2 ຫຼັງ ເດັກ ນ້ອຍເກນອາຍຸໄດ້ເຂົ້າໂຮງ ຮຽນ 100%, ວຽກງານສາທາ ລະນະສຸກໄດ້ຮັບການສັກຢາ, ຢອດຢາກັນພະຍາດ 100%. ຜ່ານການປະເມີນຜົນສາມາດ ເປັນໜ່ວຍພັກແຂງຮູ້ນຳພາ ຮອບດ້ານ, ເປັນບ້ານປອດຄະ ດີ, ບ້ານສາທາລະນະສຸກໄດ້ 95%, ບ້ານປອດຢາເສບຕິດ 100%. ນອກຈາກນັ້ນທັງສອງ ບ້ານຍັງໄດ້ປະກອບສ່ວນເຂົ້າ ໃນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ວັດ ທະນະທຳ - ສັງຄົມ, ພາຍ ໃນບ້ານມີຄວາມສາມັກຄີມີ ຄວາມສະຫງົບໂດຍພື້ນຖານ. ດັ່ງນັ້ນຫວ່າງບໍ່ດົນມານີ້ຈຶ່ງໄດ້ ປະກາດ 2 ບ້ານດັ່ງກ່າວເປັນ ບ້ານວັດທະນະທຳບ້ານທີ 40 - 41 ຂອງເມືອງວຽງໄຊ ແລະ ບ້ານທີ 239 - 240 ຂອງແຂວງ ຫົວພັນ. ເຂົ້າຮ່ວມໃນພິທີດັ່ງ ກ່າວມີທ່ານ ບົວວັນ ບຸນມີໄຊ ກຳມະການປະຈຳພັກເມືອງ, ຮອງເຈົ້າເມືອງວຽງໄຊ ຜູ້ຊີ້ນຳ ວັດທະນະທຳ - ສັງຄົມຂັ້ນ ເມືອງ, ທ່ານ ວຽງທອນ ຈັນລາວີ ກໍາມະການພັກເມືອງ ຫົວ ໜ້າຖະແຫຼງຂ່າວ - ວັດທະນະ ທຳ ແລະ ທ່ອງທ່ຽວເມືອງວຽງ ໄຊ, ມີຄະນະພັກອຳນາດການ ປົກຄອງທັງສອງບ້ານ, ນາຍ ບ້ານຕະຫຼອດຮອດພໍ່ແມ່ປະ ຊາຊົນທັງສອງບ້ານ ເຂົ້າຮ່ວມ ຢ່າງພ້ອມພຽງ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ