15.8.14

ໄຕມາດທີ 4 ຂະແໜງທະນາຄານຫົວພັນ ຈະປ່ອຍສິນເຊື່ອໃຫ້ໄດ້ 500 ກວ່າຕື້ກີບ

ຂະ­ແໜງ​ທະ­ນາ­ຄານ​ແຂວງ​ຫົວພັນ ວາງ​ເປົ້າ​ຈະ​ປ່ອຍ​ສິນ​ເຊື່ອສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ສັງ­ຄົມ​ໃນ​ໄຕມາດ​ທີ 4 ຂອງ​ສົກ​ປີ 2013-2014 ນີ້, ໃຫ້​ໄດ້ 500 ກວ່າ​ຕື້​ກີບ.
   ອີງ​ຕາມ​ພະ​ແນກ​ແຜນ­ການ ແລະ ການ​ລົງທຶນແຂວງ​ຫົວ­ພັນ ລາຍ​ງານ​ໃຫ້​ຮູ້​ວ່າ: ໃນ​ໄລຍະ 3 ເດືອນ​ທ້າຍ​ສົກ​ປີ 2013-2014 ນີ້, ແຂວງ​ຍັງ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ສະ­ກັດ​ກັ້ນ ແລະ ແກ້​ໄຂ​ໜີ້​ທວງ​ຍາກ​ໃຫ້​ຢູ່​ໃນ​ຂອບ​ຂໍ້​ກຳ­ນົດ​ຂອງທະ­ນາ­ຄານ​ແຫ່ງ ສປປ ລາວ ກຳ­ນົດ​ອອກ, ພ້ອມ​ນັ້ນ​ກໍ​ສຸມ​ໃສ່​ປັບ­ປຸງ​ຂອດ​ຂອງ​ການ​ບໍ​ລິການ​ໃຫ້​ມີ​ຄວາມ​ສະ­ດວກ ແລະ ວ່ອງ­ໄວ ເພື່ອແນ­ໃສ່​ສ້າງ​ຄວາມ​ເຊື່ອ​ໝັ້ນ​ແກ່​ລູກ​ຄ້າ​ລວມ​ໄປເຖິງ​ການ​ສະ­ໜອງ​ດ້ານ​ສິນ​ເຊື່ອ​ໃຫ້​ພຽງ­ພໍກັບ​ຄວາມ​ຕ້ອງ­ການ​ຂອງ​ສັງ­ຄົມ ແລະ ໃນ​ການປ່ອຍ​ສິນ​ເຊື່ອ​ສະ­ເພາະ​ໄຕ​ມາດ​ສຸດ​ທ້າຍ​ຂອງປີ​ນີ້​ຂະ­ແໜງ​ທະ­ນາ­ຄານ​ແມ່ນ​ຈະ​ໃຫ້​ໄດ້ 546,15 ກວ່າ​ຕື້​ກີບ.
   ໃນ​ນີ້​ສະ­ເພາະ​ທະ­ນາ­ຄານ​ສົ່ງ­ເສີມ​ກະ­ສິ­ກຳແມ່ນ​ຈະ​ສຸມ​ໃສ່​ລະ­ດົມ​ເງິນ​ຝາກ​ໃຫ້​ໄດ້​ທັງ​ໝົດ 158,99 ຕື້​ກີບ ແລະ ປ່ອຍ​ສິນ​ເຊື່ອ​ໃຫ້​ໄດ້ 127,20 ຕື້​ກີບ ໃນ​ນັ້ນ ປ່ອຍ​ເຂົ້າ​ຂະ­ແໜງ​ອຸດສາ​ຫະ​ກຳŒການ​ຄ້າ​ຈຳ­ນວນ
8,25 ຕື້​ກີບ, ກະສິ​ກຳ 16,02 ຕື້​ກີບ, ການ​ກໍ່­ສ້າງ 14,67 ຕື້ກີບ, ການ​ຄ້າŒບໍ­ລິການ 66,15 ຕື້​ກີບ ແລະ ຂະ­ແໜງ­ການ​ອື່ນໆ 22,09 ຕື້​ກີບ, ພ້ອມ​ນັ້ນກໍ​ເອົາ­ໃຈ­ໃສ່​ເກັບ​ໜີ້​ສິນ​ໃຫ້​ໄດ້ 21,26 ຕື້​ກີບ ແລະ ລາຍ​ຈ່າຍ​ບໍ່​ໃຫ້​ເກີນ 20,57 ຕື້​ກີບ.
   ສ່ວນ​ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດລາວ ມະ­ຫາ­ຊົນ ກໍ​ຈະ​ສຸມ​ໃສ່​ການ​ລະ­ດົມ​ເງິນຝາກ​ໃຫ້​ໄດ້​ທັງ​ໝົດ 142 ຕື້​ກີບ ແລະ ປ່ອຍ​ສິນເຊື້ອ​ໃນ​ວົງ​ເງິນ 117 ຕື້​ກີບ ໂດຍ​ເນັ້ນ​ໃສ່​ຂະ ແໜງ​ການ​ຄ້າŒການ​ບໍ­ລິ­ການ​ຈຳ­ນວນ 970 ລ້ານ​ກີບ, ກະ­ສິ­ກຳ 7,80 ຕື້​ກີບ, ຂະ­ແໜງ​ກໍ່­ສ້າງ 71,17 ຕື້​ກີບ, ການ​ຄ້າŒການ​ບໍ­ລິ­ການ 35,11 ຕື້​ກີບ ແລະ ຂະ­ແໜງ­ການ​ອື່ນໆ​ໃຫ້​ໄດ້ 1,95 ຕື້ ກີບ, ພ້ອມ​ນັ້ນ ກໍ​ຈະ​ເລັ່ງ​ໃສ່​ການ​ເກັບ​ໜີ້​ສິນ​ໃຫ້​ໄດ້​ທັງ​ໝົດ 18,61 ຕື້​ກີບ, ລາຍ​ຈ່າຍ 17,25 ຕື້​ກີບ.
ສຳ­ລັບທະ­ນາ­ຄານ​ພັດ­ທະ­ນາ​ລາວ ຊຶ່ງ​ເປັນທະ­ນາ­ຄານ​ທີ່​ສາ­ມາດ​ປ່ອຍ​ກູ້​ໄດ້​ຫຼາຍໃນ​ໄລ­ຍະ 3 ໄຕ​ມາດ​ຜ່ານ​ມາ, ກໍ​ຍັງ​ຈະ​ລະ­ດົມ​ເງິນ​ຝາກໃຫ້​ໄດ້​ທັງ​ໝົດ 221,78 ຕື້​ກີບ ແລະ ປ່ອຍ​ສິນເຊື່ອ​ໃຫ້​ໄດ້179,71 ຕື້​ກີບ, ໃນ​ນັ້ນ ສິນ​ເຊື່ອ​ໄລ ຍະ​ສັ້ນ​ໃຫ້​ໄດ້ 12,81 ຕື້​ກີບ, ໄລ­ຍະ​ກາງ​ແມ່ນ 163,38 ຕື້​ກີບ ແລະ1,26 ຕື້​ກີບ ສຳ­ລັບ​ໄລ­ຍະຍາວ​ຄາດ​ວ່າ​ຈະ​ສາ­ມາດ​ສ້າງ​ລາຍ​ຮັບ​ໃຫ້​ໄດ້ 22,74  ຕື້​ກີບ, ລາຍ​ຈ່າຍ​ບໍ່​ໃຫ້​ເກີນ 20,50 ຕື້​ກີບ ແລະ ມອບ​ພັນ­ທະ​ເຂົ້າ​ງົບ­ປະ­ມານ​ໃຫ້​ໄດ້ 630 ລ້ານ​ກີບ.
ກ່ຽວ​ກັບ​ທະ­ນາ­ຄານ​ນະ­ໂຍ­ບາຍແມ່ນ​ຈະເອົາ­ໃຈ­ໃສ່​ເກັບ​ກູ້​ໜີ້​ສິນ 3,25 ຕື້​ກີບ, ລາຍ​ຈ່າຍບໍ່​ໃຫ້​ເກີນ 2,73 ຕື້​ກີບ, ປ່ອຍ​ສິນ​ເຊື່ອ​ໃຫ້​ໄດ້ 122,24 ຕື້​ກີບ, ໃນ​ນັ້ນ ຂະ­ແໜງ​ປູກ­ຝັງ 10,60 ຕື້​ກີບ, ລ້ຽງ­ສັດ 66,86 ຕື້​ກີບ, ຫັດ­ຖະ­ກຳ 10,11 ຕື້​ກີບ, ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ໄດ້ 1,47 ຕື້​ກີບ, ການ​ຄ້າŒການ​ບໍ­ລິ­ການ​ໄດ້ 23,20 ຕື້ກີບ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ