19.8.14

ຝຶກອົບຮົມກົດໝາຍໄລຍະສັ້ນໃຫ້ພະນັກງານຫຼັກແຫລ່ງແຂວງ ຫົວພັນ

ທ່ານ ຈະເລີນ ເຢຍປາວເຮີ
ແຂວງຫົວພັນໄດ້ຈັດ ພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ແກ່ພະນັກ ງານຫຼັກແຫຼ່ງຂອງແຂວງຄັ້ງ ທີ III ຂຶ້ນເມື່ອ ບໍ່ດົນມານີ້ທີ່ ຫ້ອງວ່າການປົກຄອງແຂວງໃຫ້ກຽດເຂົ້າຮ່ວມພິທີເປີດມີທ່ານ ສຈ. ດຣ. ຈະເລີນ ເຢຍປາວເຮີ ກຳມະການສູນກາງ ພັກລັດຖະມົນຕີວ່າການກະຊວງຍຸຕິທຳ, ທ່ານ ວັນໄຊ ແພງຊຸມມາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຫົວພັນທັງເປັນ ຜູ້ຊີ້ນຳວຽກງານຂົງເຂດຍຸຕິທຳ,  ທ່ານຫົວໜ້າກົມ, ຮອງກົມຈາກກະຊວງຍຸຕິທຳ ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມ ຝຶກອົບຮົມທີ່ເປັນ ພະນັກງານ ການນຳພະແນກການຕ່າງໆ ອ້ອມຂ້າງແຂວງ, ທະຫານ, ຕຳຫຼວດ ແລະ ບັນດາຫ້ອງການຂອງ ເມືອງຈຳນວນໜຶ່ງ ເຂົ້າຮ່ວມ.
   ການຝຶກອົບຮົມກົດໝາຍໃນຄັ້ງນີ້ເປັນເຫດການໜຶ່ງທີ່ ສຳຄັນໃນທ່າມກາງບັນຍາ ກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງ ຊົນລາວທັງຊາດພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX
ຂອງພັກກ່ຽວກັບການເສີມຂະ ຫຍາຍບົດບາດຂອງກົດ ໝາຍໃນການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ - ສັງຄົມຕາມທິດ ສ້າງລັດປະຊາທິປະໄຕ ປະຊາ ຊົນ ໃຫ້ເປັນລັດແຫ່ງກົດ ໝາຍ ຂອງປະຊາຊົນ, ໂດຍປະຊາ ຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນເທື່ອລະກ້າວ.
   ຊຸດຝຶກອົບຮົມກົດໝາຍດັ່ງກ່າວແມ່ນປະຕິບັດຕາມຫຼັກສູດທີ່ກະຊວງຍຸຕິທຳວາງອອກ ຊຶ່ງມີ 21 ໜ່ວຍກິດ, 315 ຊົ່ວ ໂມງ ແລະ ມີ 28 ວິຊາຮຽນ ຊຶ່ງໄດ້ເລີ່ມຕົ້ນຮຽນແຕ່ວັນທີ 11 ສິງຫາ ຫາວັນທີ 21 ຕຸລາ ຈຶ່ງຈະສຳເລັດ. ໂອກາດເຂົ້າຮ່ວມໃນພິທີ ເປີດຊຸດອົບຮົມທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນ ຕາງໜ້າໃຫ້ຄະນະພັກ - ຄະ ນະນຳ ກະຊວງຍຸຕິທຳສະແດງຄວາມຊົມເຊີຍຕໍ່ຄະນະນຳຂອງແຂວງທີ່ເຫັນໄດ້ຄວາມ ໝາຍສຳຄັນຂອງການຮຽນ - ການສອນກົດໝາຍ ແລະ ໄດ້ໃຫ້ຄວາມສະດວກແກ່ພະແນກຍຸຕິທຳ ແລະ ຄະນະຮັບຜິດຊອບທີ່ຖືກແຕ່ງຕັ້ງ ກະກຽມ ວຽກງານຮອບດ້ານເພື່ອຮັບປະ ກັນໃຫ້ແກ່ຊຸດຝຶກອົບຮົມວຽກງານກົດໝາຍຊຸດນີ້ສາມາດໄຂຂຶ້ນຢ່າງເປັນທາງການ. ຊຶ່ງຈຸດປະສົງຂອງຊຸດຝຶກອົບຮົມຄັ້ງນີ້ ແມ່ນ ເພື່ອເປັນການບຳລຸງ, ສ້າງ ແລະ ຍົກສູງລະດັບຄວາມຮັບຮູ້ທາງດ້ານກົດໝາຍເພື່ອຮັບປະກັນໃຫ້ບັນດາການນຳ ຫຼັກແຫຼ່ງສາມາດ ຮັບຮູ້, ກຳໄດ້ເນື້ອໃນຈິດໃຈຂອງກົດໝາຍ ແລະ ສາມາດນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຄວາມໜັກ ແໜ້ນ, ສອດຄ່ອງ, ກົມກຽວ ແລະ ດີຂຶ້ນເທື່ອລະກ້າວ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົ