5.9.14

ເມືອງສົບເບົາ ສຳເລັດກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ຄັ້ງທີ IV

ເມືອງ ສົບເບົາ
 ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກເມືອງສົບເບົາ ແຂວງຫົວພັນ ໄດ້ສຳເລັດລົງເມື່ອບໍ່ດົນມານີ້ຊຶ່ງພາຍຫຼັງດຳເນີນມາ ເປັນເວລາ 2 ວັນ ທີ່ເມືອງດັ່ງກ່າວ ໂດຍການເຂົ້າຮ່ວມເປັນກຽດຂອງ ສະຫາຍ ຕຳລາ ອຳຄາທອງຄຳ ຮອງເລຂາພັກແຂວງ ປະທານແນວລາວສ້າງຊາດແຂວງຜູ້ຊີ້ນຳຂົງເຂດວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ ຊຶ່ງມີບັນດາແຂກຖືກເຊີນຈາກພາກສ່ວນ
ກ່ຽວຂ້ອງຂັ້ນແຂວງ, ການນຳເມືອງໃກ້ຄຽງ ແລະ ຜູ້ແທນສົມບູນເຂົ້າຮ່ວມ 150 ກວ່າສະຫາຍ.
   ໃນວາລະດຳເນີນກອງ ປະຊຸມຜ່ານມາ, ກອງປະຊຸມ ໄດ້ສະຫຼຸຸບຕີລາຄາຄືນການຈັດ ຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ III ຂອງອົງຄະນະ ພັກເມືອງສົບເບົາຜ່ານມາ ແລະ ວາງທິດທາງໜ້າທີ່ໃນຊຸມປີຕໍ່ໜ້າ
ຊຶ່ງໃນໄລຍະ 5 ປີຜ່ານມາ ອົງຄະນະພັກເມືອງສົບເບົາ ໄດ້ເອົາໃຈໃສ່ສຶກສາອົບຮົມ ດ້ານການເມືອງແນວຄິດໃຫ້ ແກ່ປະຊາຊົນບັນດາເຜົ່າຮັບຮູ້ ເຊື່ອມຊຶມ, ເຊີດຊູສະຕິລະວັງ ຕົວ, ຕ້ານ ແລະ ສະກັດກັ້ນປະ ກົດການຫຍໍ້ທໍ້ຕ່າງໆໃນສັງຄົມ  ເຮັດໃຫ້ເມືອງສົບເບົາມີສະ ຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ໂດຍພື້ນຖານ, ເສດຖະກິດມີ ການຂະຫຍາຍຕົວຕໍ່ເນື່ອງ, ພື້ນຖານໂຄງລ່າງມີການພັດ ທະນາດີຂຶ້ນ. ໂດຍສະເພາະ ທາງດ້ານເສດຖະກິດຜ່ານມາ ລວມຍອດຜະລິດຕະພັນພາຍ ໃນບັນລຸ 496,77 ຕື້ກີບ ເທົ່າ ກັບ 9,7% ຕໍ່ປີ ສະເລ່ຍໃສ່ພົນ ລະເມືອງຜູ້ໜຶ່ງ 4.005.429 ກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ  500,67 ໂດລາສະຫະລັດຕໍ່ຄົນຕໍ່ປີ. ທົ່ວເມືອງມີເນື້ອທີ່ປູກພືດ ເປັນສິນຄ້າ 11.940,65 ເຮັກ ຕາ, ເກັບກູ້ຜົນຜະລິດໄດ້ 72.742,45 ໂຕນ, ສະມັດຖະ ພາບສະເລ່ຍ 4,8 ໂຕນຕໍ່ເຮັກ ຕາ, ທຽບໃສ່ປີ 2009 ເພີ່ມຂຶ້ນ 0,3 ໂຕນຕໍ່ເຮັກຕາ. ພາຍໃນ ເມືອງມີເສັ້ນທາງທີ່ສາມາດ ທຽວໄດ້ 2 ລະດູ ມີ 37 ບ້ານ, ປະຊາຊົນໄດ້ຊົມໃຊ້ນ້ຳ 93%, ຊົມໃຊ້ໄຟຟ້າ 77,61%, ສາ ມາດລຶບລ້າງຄວາມທຸກຍາກ ຂອງປະຊາຊົນໄດ້ 538 ຄອບ ຄົວ, ປະຈຸບັນຄອບຄົວທຸກຍາກ ຍັງເຫຼືອ 576 ຄອບຄົວ. ສຳລັບ ທິດທາງແຕ່ປີ 2014 - 2019 ເມືອງຈະສືບຕໍ່ເຮັດໃຫ້ມີສະ ຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ເສດຖະກິດໃຫ້ມີການຂະ ຫຍາຍຕົວຕໍ່ເນື່ອງ, ເພີ່ມຂຶ້ນໃນ ຈັງຫວະ 10% ຕໍ່ປີ, ສະເລ່ຍ ໃສ່ຫົວຄົນໃຫ້ໄດ້ 6 ລ້ານກີບຕໍ່ ຄົນຕໍ່ປີເທົ່າກັບ 750 ໂດລາຕໍ່ ຄົນຕໍ່ປີ, ສູ້ຊົນແກ້ໄຂຄວາມ ທຸກຍາກຂອງຄອບຄົວໃຫ້ຍັງ ເຫຼືອຕ່ຳກວ່າ 8% ຂອງຄອບ ຄົວທຸກຍາກທົ່ວເມືອງ.
   ກອງປະຊຸມຍັງໄດ້ປ່ອນ ບັດຄັດເລືອກເອົາຄະນະບໍລິ ຫານງານພັກເມືອງຊຸດໃໝ່ຊຸດ ທີ IV ຈຳນວນ 21 ສະຫາຍ ຍິງ 2 ສະຫາຍ, ເລືອກຕັ້ງເອົາຄະ ນະພັກເມືອງ 7 ສະຫາຍ, ກອງ ປະຊຸມປະຖົມມະລືກໄດ້ເລືອກ ເອົາສະຫາຍ ວົງເພັດ ກຽນສິງ ຮັກ ເປັນເລຂາຄະນະບໍລິຫານ ງານພັກເມືອງສົບເບົາອີກຄັ້ງ, ເລືອກເອົາສະຫາຍ ຈັນສອນ ເຮືອງວົງຄຳ ແລະ ສະຫາຍ ອຸ່ນຫຼ້າ ຊາຍສົມແພງ ເປັນ ຮອງເລຂາ ເລືອກເອົາສະຫາຍ ອຳພອນ ຄຳປັນຍາ ເປັນປະ ທານກວດກາພັກ, ສະຫາຍ ນາງ ສີວັນ ແກ້ວດວງດີ ແລະ ສະຫາຍ ສົມໄຊ ສິງພາວົງ ເປັນຮອງປະທານກວດກາພັກ. ນອກຈາກນີ້ກອງປະຊຸມຍັງໄດ້ ປ່ອນບັດຄັດເລືອກເອົາຜູ້ແທນ ສົມບູນເພື່ອເຂົ້າຮ່ວມກອງປະ ຊຸມໃຫຍ່ຄັ້ງທີ 9 ຂອງອົງຄະ ນະພັກແຂວງຫົວພັນໄດ້ຕາມ ລະດັບຄາດໝາຍ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ