19.9.14

6 ເດືອນຕົ້ນປີ ໄຟຟ້າແຂວງ ຫົວພັນປະຕິບັດລາຍຮັບໄດ້ 9,5 ຕື້ກ່ວາກີບ

ສະຫາຍເລຂາໜ່ວຍພັກລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫົວພັນໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນການ 6 ເດືອນຕົ້ນປີ 2014 ຕໍ່ກອງປະຊຸມສະຫຼຸຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍ ປີ 2014 ເມື່ອບໍ່ດົນມານີ້ ຊຶ່ງໄດ້ຍົກໃຫ້ເຫັນໃນ 6 ເດືອນຕົ້ນປີ, ຄະນະສາຂາໄດ້ເອົາໃຈໃສ່ 
     ຊີ້ນຳເປັນປະຈຳ, ກຳນົດຄາດໝາຍສູ້ຊົນລວມແຜນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ຜ່ານການຈັດຕັ້ງປະຕິ ບັດແຜນດັ່ງກ່າວຮອດປະຈຸບັນ, ທົ່ວແຂວງມີ 9 ເມືອງໄດ້ ໃຊ້ໄຟຟ້າ 414 ບ້ານ,
28.825 ຄົວເຮືອນ ກວມເອົາ 61,83% ຂອງ ຈຳນວນຄົວເຮືອນໃນທົ່ວແຂວງ ທຽບໃສ່ປີ 2013 ເພີ່ມ ຂຶ້ນ 2,12% ຈັດຕັ້ງປະຕິບັດໂຄງການຂະຫຍາຍໃໝ່ດ້ວຍທຶນຂອງ ໄຟຟ້າລາວ ມູນຄ່າ 2,6 ຕື້ກີບ ກວມເອົາ 2 ບ້ານ, 295 ຄົວເຮືອນໄດ້ຊົມໃຊ້ໄຟຟ້າ 1.162 ຄອບຄົວ. ສຳລັບການລົງ ທຶນຂອງລັດ ລວມມີ 11 ໂຄງການມູນຄ່າການລົງທຶນ 688 ຕື້ກວ່າກີບ, ກວມເອົາ 322 ບ້ານ 15.000 ກວ່າຄົວເຮືອນ ຊຶ່ງພະລັງ ງານໄຟຟ້າມີ 13.813 ກວ່າ KWh ທຽບໃສ່ແຜນການປີແມ່ນປະຕິບັດໄດ້ 57,48% ຈຳໜ່າຍພະລັງງານໄຟຟ້າມີ 12.481 ກວ່າ KWh ທຽບໃສ່ແຜນການປີປະຕິບັດ ໄດ້ 50%, ການດຳເນີນທຸລະ ກິດໃນ 6 ເດືອນຕົ້ນປີປະຕິບັດ ໄດ້ມີລາຍຮັບທັງໝົດ 9,5 ຕື້ ກວ່າກີບ ທຽບໃສ່ແຜນການປີ ປະຕິບັດໄດ້ 47%, ລາຍຈ່າຍປະຕິບັດໄດ້ 18,1 ຕື້ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 62%, ມອບອາກອນທຸລະກິດ ແລະ ອາກອນເງິນເດືອນໃຫ້ຫ້ອງການສ່ວຍສາອາກອນແຂວງ 937,2 ລ້ານກວ່າກີບ, 6 ເດືອນຕົ້ນປີຂາດ ທຶນ 8,5 ຕື້ກີບ.
      ສຳລັບທິດທາງແຜນການ ໃນ 6 ເດືອນທ້າຍປີຈະສືບຕໍ່ດ້ານການເມືອງແນວຄິດໃຫ້ມີຄວາມໜັກແໜ້ນ, ມີຄວາມ ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະສາຂາເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນໃຫ້ໜັກແໜ້ນພາຍນອກໃຫ້ ກ້ວາງຂວາງ. ເອົາໃຈໃສ່ວຽກງານວິຊາສະເພາະຢ່າງຈິງຈັງ, ຄຸ້ມຄອງບໍລິຫານວຽກງານຂອງສາຂາເປັນຕົ້ນຕໍຕິດພັນກັບແຜນພັດທະ ນາເສດຖະກິດ-ສັງຄົມຂອງແຂວງ, ການບໍລິການຕິດຕັ້ງໄຟຟ້າ, ການຄຸ້ມຄອງລະບົບຕາຂ່າຍໄຟຟ້າ, ການເກັບກູ້ໜີ້ສິນຄ່າກະແສ ໄຟຟ້າ, ຫຼີກລ່ຽງບໍ່ໃຫ້ມີໜີ້ສິນແກ່ຍາວຄຸມເຄືອ, ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການ ເພື່ອບໍລິການໄຟຟ້າເຂົ້າເຖິງຄອບຄົວ ທີ່ທຸກຍາກ, ສືບຕໍ່ຕິດຕາມບັນດາໂຄງການການລົງທຶນຂອງລັດໃນການຂະຫຍາຍໄຟຟ້າເຂົ້າໃຫ້ສຳເລັດ ແລະ ມີຄຸນນະພາບ. ພ້ອມ ທັງບໍລິການຕິດຕັ້ງໄຟຟ້າເຂົ້າເຮືອນໃຫ້ແກ່ປະຊາຊົນໃຫ້ວ່ອງໄວທົ່ວເຖິງໃນຈຳນວນຄົວເຮືອນໃຫ້ໄດ້ໃຊ້ໄຟຟ້າໃນທົ່ວແຂວງໃຫ້ບັນລຸ ໄດ້ 65% ຂຶ້ນ ໄປ. 
ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ