1.10.14

ແຂວງ ຫົວພັນມີມູນຄ່າສົ່ງອອກສິນຄ້າບັນລຸ 22 ລ້ານໂດລາ

ຮູບພາບປະກອບ
 ທ່ານ ພອນສານ ວິໄລເມັ່ງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ຫົວພັນ ໄດ້ໃຫ້ຮູ້ວ່າ: ໃນສົກປີ 2013 - 2014 ນີ້ ໂດຍພາຍ ໃຕ້ການຊີ້ນຳໆພາຂອງອົງຄະ ນະພັກແຂວງຫົວພັນ, ພະແນກ ອຸດສາຫະກຳການຄ້າ ແລະ ບັນດາພາກ ສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ຊຸກຍູ້ຂະບວນ ການຜະລິດເປັນສິນຄ້າ ແລະ ຄຸ້ມຄອງການສົ່ງອອກໃຫ້ຖືກ ຕ້ອງຕາມລະບຽບການ ພາຍ ໃນແຂວງໃຫ້ຫຼາຍຂຶ້ນ ສາມາດ ບັນລຸໄດ້ 22,14 ລ້ານໂດລາ ສະຫະລັດ ເມື່ອທຽບໃສ່ແຜນ ການເຫັນວ່າປະຕິບັດໄດ້ພຽງ ແຕ່ 86% ຂອງແຜນການທີ່ ວາງໄວ້. ສາເຫດຕົ້ນຕໍຍ້ອນ ການຂຸດຄົ້ນຊັບພະຍາກອນ ທຳມະຊາດທີ່ເປັນສິນຄ້າທ່າແຮງ
ຫຼຸຸດລົງ. ແຕ່ໃນຂະນະດຽວ ກັນການສົ່ງອອກສິນຄ້າຜະລິດ ຕະພັນກະສິກຳ ໂດຍສະເພາະ ແມ່ນສາລີມີທ່າອຽງເພີ່ມຂຶ້ນ ຊຶ່ງບັນລຸໄດ້ 81 ພັນ 560 ໂຕນ ເປັນເງິນ 15 ລ້ານ 4 ແສນກວ່າໂດລາສະຫະລັດ ເມື່ອທຽບໃສ່ແຜນການປີແລ້ວ ເຫັນ ວ່າການສົ່ງ ອອກສາລີເກີນຄາດໝາຍ 3,17% ແລະ ຍັງມີ ເຄື່ອງປ່າຂອງດົງເກັບຕາມທຳ ມະຊາດອື່ນໆອີກ. ສ່ວນການ ສົ່ງອອກຫັດຖະ ກຳຜ້າແພໄໝມ້ອນ ຖືວ່າເປັນເອກະລັກທີ່ໂດດ ເດັ່ນເປັນສິນຄ້າຊ່ອງຫວ່າງ ຂອງການຕະຫຼາດທີ່ສາມາດຊື້ - ຂາຍໄດ້ດີທີ່ເປັນ ການຍອມຮັບທັງຕະຫຼາດພາຍໃນ ແລະ ຕ່າງປະເທດບັນລຸໄດ້ 50 ຕື້ ກີບ ແລະ ນອກນີ້ຍັງມີຜະລິດ ຕະພັນຫັດຖະກຳເຄື່ອງຈັກ ສານ, ອຸດສາຫະກຳເຟີນີເຈີກໍ ມີທ່າອ່ຽງເພີ່ມຂຶ້ນ ຊຶ່ງເປັນການ ປະກອບສ່ວນສ້າງວຽກເຮັດ ງານທຳແກ່ປະຊາຊົນ, ຜູ້ປະ ກອບ ການດ້ານຕ່າງໆໃຫ້ມີລາຍຮັບດີຂຶ້ນ ທັງເປັນການປະ ກອບສ່ວນແກ້ໄຂຄວາມທຸກ ຍາກຂອງປະຊາຊົນບັນດາເຜົ່າ ຜູ້ທີ່ຜະລິດໃຫ້ມີ ຊີວິດການປັນ ຢູ່ດີຂຶ້ນເທື່ອລະກ້າວ. ຂະນະ ດຽວກັນໂຕເລກການນຳເຂົ້າ ບັນລຸໄດ້ 14,87 ລ້ານໂດລາ ສະຫະລັດ, ທຽບໃສ່ ແຜນການ ລື່ນ 10%, ສິນຄ້າທີ່ນຳເຂົ້າມາ ຫຼາຍກວ່າໝູ່ແມ່ນນ້ຳມັນເຊື້ອ ໄຟ, ວັດສະດຸກໍ່ສ້າງ, ເຄື່ອງໃຊ້ ສອຍຄົວເຮືອນ, ເຄື່ອງເອເລັກໂຕຼນິກ, ເຄື່ອງກົນຈັກຕ່າງໆ ແລະ ເຄື່ອງພາຫະນະນຳໃຊ້ໃນການຜະລິດ. ສ່ວນການຄຸ້ມຄອງລາຄາສິນ ຄ້າອຸປະ ໂພກຕາມທ້ອງຕະຫຼາດໂດຍສະເພາະແມ່ນລາຄາເຂົ້າ, ຊີ້ນງົວ,  ຄວາຍ, ໝູ, ເຄື່ອງ, ປາອາ ຫານຕ່າງໆ ໃນໄລຍະຜ່ານ ມາທາງພະແນກອຸດສາຫະກຳການຄ້າ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງເປັນຕົ້ນແມ່ນຜູ້ປະກອບການປຶກສາຫາລືຊອກຫາຊ່ອງ ທາງແກ້ໄຂເພື່ອຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ຜູ້ບໍລິໂພກ ແລະ ຜູ້ປະກອບການ.
   ໃນ 1 ປີຜ່ານມາມີຫົວ ໜ່ວຍທຸລະກິດຕ່າງໆມາຂຶ້ນທະບຽນແລ້ວ 148 ຫົວໜ່ວຍ, ໃນນີ້ຂຶ້ນທະບຽນໃໝ່ 100 ຫົວ ໜ່ວຍ ແລະ ດັດແກ້ຈຳນວນໜຶ່ງ, ໃນນີ້ມີນັກທຸລະກິດຕ່າງປະເທດມາຈົດທະບຽນລົງທຶນ 12 ຫົວໜ່ວຍ, ລວມມູນຄ່າ ການຈົດທະບຽນ ໃນປີນີ້ 150 ກວ່າຕື້ກີບ ແລະ ໃນປະຈຸບັນ ທົ່ວແຂວງຫົວພັນມີໂຮງງານປຸງແຕ່ງຂະໜາດນ້ອຍ, ໂຮງງານເຟີນີເຈີ ແລະ ຫົວໜ່ວຍການຜະລິດອື່ນໆ 132 ແຫ່ງ. ສຳລັບທິດທາງແຜນການໃນຕໍ່ໜ້າເພື່ອໃຫ້ບັນລຸຕາມມະຕິກອງປະຊຸມໃຫຍ່ສະໄໝທີ VIII ຂອງອົງຄະນະພັກແຂວງຫົວພັນວາງອອກ ພະແນກອຸດ ສາຫະກຳການຄ້າຈະໄດ້ສູ້ຊົນ ປະຕິບັດບັນດາໂຕເລກຄາດ ໝາຍ ຕ່າງໆໃຫ້ບັນລຸ 15% ຂອງ GDP ຂອງແຂວງໃນນີ້ລະບົບການບໍລິການໃຫ້ບັນລຸ ປະມານ 22,23%, ຜະລິດຕະ ພັນຫັດ ຖະກຳໃຫ້ບັນລຸ 23,34 ຕື້ກີບ ແລະ ດ້ານການນຳເຂົ້າ ໃຫ້ໄດ້ 15,8 ລ້ານໂດລາສະ ຫະລັດ, ການສົ່ງອອກໃຫ້ບັນລຸ 22,4 ລ້ານໂດລາສະຫະລັດ. ສ່ວນການພັດທະນາການຄ້າ ພາຍໃນ ໂດຍສະເພາະແມ່ນ ການເກັບຊື້ຄາດວ່າໃນສົກໜ້າ ໃຫ້ບັນລຸ 317 ຕື້ກີບ, ການຈໍລະຈອນສິນຄ້າຕ່າງໆ 263 ຕື້ກວ່າກີບ. ພ້ອມນີ້ຕ້ອງໄດ້ຕິດ ຕາມຊຸກຍູ້ບັນດາຂະບວນການ ຜະລິດຕ່າງໆທີ່ເປັນ ທ່າແຮງອັນສຳຄັນໃຫ້ແກ່ການຍູ້ດັນ ເສດຖະກິດຂອງແຂວງໃຫ້ມີ ລັກສະນະເປີດກວ້າງ ເຮັດໃຫ້ ບັນດາກຸ່ມການຜະລິດ ແລະ ຜູ້ ປະກອບການສາມາດເຂົ້າເຖິງ ແລະ ດຳເນີນການໃຫ້ຖືກຕ້ອງ ຕາມລະບຽບກົດໝາຍຂອງລັດ ເພື່ອເປັນການກະຕຸ້ນການສົ່ງ ອອກໃຫ້ຫຼາຍຂຶ້ນກວ່າເກົ່າ. ຕິດຕາມລາຄາສິນຄ້າໂດຍສະເພາະແມ່ນລາຄາເຂົ້າ, ຊີ້ນປາອາຫານປະເພດຕ່າງໆ ຮັບປະກັນໃຫ້ ລາຄາເໝາະສົມບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນຜູ້ບໍລິໂພກ.
ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ