5.9.14

ເມືອງຊຽງຄໍ້ ສໍາເລັດກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຄັ້ງທີ IX

ພູສາມເສົາເມືອງຊຽງຄໍ້
ກອງປະຊຸມອົງຄະນະພັກເມືອງຊຽງຄໍ້ ແຂວງຫົວພັນໄດ້ສຳເລັດລົງໃນເມື່ອບໍ່ດົນມານີ້ ພາຍຫຼັງດຳເນີນມາເປັນເວລາ 2 ວັນ ທີ່ສະໂມສອນຂອງເມືອງດັ່ງກ່າວ. ໂດຍການເຂົ້າຮ່ວມເປັນກຽດຂອງສະຫາຍ ຕຳລາ ອຳຄາທອງຄຳ ຮອງເລຂາພັກແຂວງ ປະທານ ແນວລາວສ້າງຊາດແຂວງຫົວພັນຜູ້ຊີ້ນຳຂົງເຂດວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີບັນດາສະຫາຍໃນຄະນະປະຈຳພັກ ແຂວງ, ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງຂັ້ນແຂວງ, ການນຳເມືອງ ແລະ ຜູ້ແທນສົມບູນເຂົ້າຮ່ວມ 150 ກວ່າສະຫາຍ.
   ກອງປະຊຸມດັ່ງກ່າວສະຫາຍ ພັນຕາ ທອນວົງສາ ເລຂາຄະນະບໍລິຫານງານພັກເມືອງດັ່ງກ່າວໄດ້ລາຍງານຕໍ່ກອງປະຊຸມກ່ຽວ ກັບຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງຊຽງຄໍ້ຜ່ານມາແຕ່ປີ (2009 - 2014)
ອົງຄະນະພັກເມືອງຊຽງຄໍ້ໄດ້ນຳພາປະຊາຊົນບັນດາເຜົ່າສູ້ຊົນປະຕິບັດບັນລຸ 4 ບຸກທະລຸຂອງກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກວາງ ອອກ ໂດຍເຮັດໃຫ້ເມືອງຊຽງຄໍ້ມີຜົນງານເດັ່ນຫຼາຍດ້ານເປັນຕົ້ນແມ່ນດ້ານເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ໂດຍສະເລ່ຍ 13,2% ຕໍ່ປີ, ລວມຍອດຜະລິດຕະພັນປີ 2014 ບັນລຸໄດ້ 101,55 ຕື້ກີບ, ລາຍຮັບສະເລ່ຍຫົວຄົນ 3 ລ້ານ 8 ແສນກວ່າກີບ ຫຼື ເທົ່າກັບ 477 ໂດລາສະຫະລັດຕໍ່ຄົນຕໍ່ປີ, ທົ່ວເມືອງມີເນື້ອທີ່ປູກເຂົ້າທັງໝົດ 2.248,23 ເຮັກຕາ,ຜົນຜະລິດເຂົ້າທັງໝົດ 8.419,09 ໂຕນ, ສະເລ່ຍໃສ່ຫົວຄົນ 316 ກິໂລຕໍ່ຄົນຕໍ່ປີ, ມີເນື້ອທີ່ປູກພືດເປັນສິນຄ້າທັງໝົດ 3.065,33 ເຮັກຕາ, ຜົນຜະລິດໄດ້ 17.536,68 ໂຕນ, ລ້ຽງສັດປະເພດຕ່າງໆໄດ້ເພີ່ມ ຂຶ້ນ 3,7% ຕໍ່ປີ, ກຸ່ມລ້ຽງສັດ ນ້ອຍເປັນສິນຄ້າເພີ່ມຂຶ້ນ 60 ກຸ່ມໃນ 15 ບ້ານ ທຽບໃສ່ມະຕິ ກອງປະຊຸມປະຕິບັດໄດ້ 100%, ການບໍລິການສິນຄ້ານຳເຂົ້າສົ່ງອອກຖືກຕ້ອງຕາມລະບຽບກົດໝາຍ, ມູນຄ່າສົ່ງ ອອກໃນປີ 2014 ມີ 7,2 ຕື້ ກີບ, ທຽບໃສ່ປີ 2009 ເພີ່ມຂຶ້ນ 1,75 ຕື້ກີບ, ສິນຄ້ານຳເຂົ້າ 12,5 ຕື້ກີບເພີ່ມຂຶ້ນ 1,07 ຕື້ ກີບ. 5 ປີຜ່ານມາເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 4,89 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ລື່ນ 9,81%, ລຶບລ້າງຄວາມທຸກຍາກ ໄດ້ທັງໝົດ 3.825 ຄອບຄົວເທົ່າກັບ 84,05%, ຄອບຄົວທຸກຍາກຍັງເຫຼືອ 726 ຄອບຄົວເທົ່າກັບ 15,95%, ລຶບລ້າງບ້ານທຸກ ຍາກໄດ້ 20 ບ້ານ ລື່ນຄາດໝາຍ 8 ບ້ານ.
   ກອງປະຊຸມດັ່ງກ່າວໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫາງານພັກເມືອງຄັ້ງທີ X ຈຳນວນ 21 ສະຫາຍ, ຍິງ 2 ສະຫາຍ, ເລືອກຕັ້ງເອົາຄະນະປະຈຳພັກເມືອງ 7 ສະຫາຍ, ກອງປະຊຸມໄດ້ຕົກລົງເລືອກເອົາສະຫາຍ ພັນຕາ ທອນວົງສາ ເປັນເລຂາຄະ ນະບໍລິຫານງານພັກເມືອງຊຽງຄໍ້ຊຸດໃໝ່ເລືອກເອົາສະຫາຍນາງ ແພງວັນ ພັນມີໄຊ ແລະ ສະຫາຍ ນວນທອງ ສຸວັນທອນ ເປັນ ຮອງເລຂາ, ເລືອກເອົາສະຫາຍ ຈອມເພັດ ແພງສົມພັນ ເປັນປະທານກວດກາພັກ, ສະຫາຍ ວັນສີ ບຸນວົງໄຊ ແລະ ສະຫາຍ ສິງທອງ ໄມທອງພັນ ເປັນຮອງປະທານກວດກາພັກ. ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນເພື່ອເຂົ້າຮ່ວມກອງປະ ຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫົວພັນຈຳນວນ 17 ສະຫາຍ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ