23.10.14

ເມືອງຊໍາໃຕ້ ແຂວງ ຫົວພັນ ເກັບກ່ຽວຜົນຜະລິດເຂົ້າປີນີ້ບັນລຸ 13 ພັນໂຕນ

ເຂົ້າໄກ່ນ້ອຍ
ຫ້ອງການກະສິກຳ - ປ່າໄມ້ເມືອງຊຳໃຕ້ ແຂວງຫົວພັນໃຫ້ຮູ້ວ່າ: ເພື່ອເປັນການຍາດແຍ່ງເກັບກ່ຽວເຂົ້ານາປີໃຫ້ທັນຕາມລະດູການ, ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ມີປະສິດທິຜົນສູງຊາວກະສິກອນເມືອງຊຳໃຕ້ ແຂວງຫົວພັນໄດ້ພ້ອມກັນເອົາໃຈໃສ່ ເກັບກ່ຽວ ຜົນຜະລິດເຂົ້ານາປີຂອງຕົນດ້ວຍຄວາມເອົາໃຈ ໃສ່ ຊຶ່ງເລີ່ມແຕ່ຕົ້ນເດືອນຕຸລາ ຜ່ານມາ ຄາດວ່າຮອດທ້າຍ ເດືອນຕຸລານີ້ຈະໃຫ້ສຳເລັດ 100% ໃນເນື້ອທີ່ນາປີທັງໝົດ ທົ່ວເມືອງ 1 ພັນ 200 ກວ່າ ເຮັກຕາ ສະມັດຖະພາບ 4-5 ໂຕນຕໍ່ເຮັກຕາ, ເນື້ອທີ່ເຂົ້າໄຮ່ ເນີນສູງ 2 ພັນ 500 ກວ່າເຮັກຕາສະມັດຖະພາບ 3-3,5 ໂຕນຕໍ່ເຮັກຕາ, ເນື່ອງຈາກວ່າ ໃນປີນີ້ສະພາບດິນຟ້າອາກາດ ໄດ້ເອື້ອອຳນວຍຄວາມ ສະດວກ ດີ, ຝົນຕົກຕາມລະດູການແລະ ບໍ່ມີສັດຕູພືດ ຫຼື ໄພທຳມະຊາດ ທຳລາຍ ເຮັດໃຫ້ເຂົ້ານາໃນປີ ນີ້ສົມບູນກວ່າປີຜ່ານມາຄາດ ວ່າທົ່ວເມືອງຈະໄດ້ຮັບເຂົ້າທັງ ໝົດເກືອບ 13 ພັນໂຕນຊຶ່ງ ຈະເຮັດໃຫ້ປະຊາຊົນມີເຂົ້າກຸ້ມ ກິນ ແລະ ຂາຍເປັນສິນຄ້າຈຳ ນວນໜຶ່ງ

ເພື່ອສ້າງລາຍຮັບໃຫ້ ຊາວນາ. ໃນຂະນະດຽວກັນການເກັບກູ້ ສາລີ ໄດ້ສຳເລັດແລ້ວ 95% ໃນ ເນື້ອທີ່ທັງໝົດ 940 ກວ່າເຮັກ ຕາ ແລະ ເກັບກູ້ພືດອື່ນໆໃນເນື້ອທີ່ 587 ກວ່າເຮັກຕາ. ທັງນີ້ເພື່ອເປັນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຂອງອົງ ຄະນະພັກ ເມືອງຊຳໃຕ້ ໃຫ້ປະກົດຜົນເປັນຈິງ ແລະ ເຮັດໃຫ້ ປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນເທື່ອລະກ້າວ ແລະ ກ້າວໄປສູ່ການຫຼຸຸດພົ້ນ ອອກຈາກຄວາມທຸກຍາກ.
ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ