7.11.14

ໂຮງຮຽນປະຖົມໂພນແບ່ງ ເມືອງວຽງໄຊ ໄດ້ຮັບທືນຊ່ວຍເຫລືອຈາກ ປະຊາຊົນອາເມລິກາ

ພິທີມອບຮັບໂຮງຮຽນ
ສະຖານທູດ ສະຫະລັດອາເມຣິກາ ແລະ ສູນບັນຊາການ ກອງທັບສະຫະລັດອາເມຣິກາ ປະຈຳພາກພື້ນ ປາຊິຟິກ ໄດ້ມອບ ອາຄານໂຮງຮຽນປະຖົມຫລັງໃໝ່ ຈຳນວນໜຶ່ງຫລັງ ຢູ່ເມືອງວຽງໄຊ, ແຂວງຫົວພັນ, ໃຫ້ແກ່ລັດຖະບານລາວ. ພິທີ ມອບ-ຮັບ ຢ່າງເປັນທາງການ ໄດ້ຈັດຂື້ນໃນມື້ວັນພຸດ, ວັນທີ 29 ຕຸລາ 2014. ໂດຍການເຂົ້າຮ່ວມຂອງ ທ່ານ ພູໂຊນ ທຳມະວິໄສ, ເຈົ້າເມືອງໆວຽງໄຊ, ແລະ ພະນັກງານຂັ້ນສູງ ຂອງເມືອງ ແລະ ແຂວງ, ພ້ອມດ້ວຍພະນັກງານຂັ້ນສູງ ຈາກກະຊວງ ການຕ່າງປະເທດ, ກະຊວງປ້ອງກັນປະເທດ, ແລະ ກະຊວງສຶກສາທິການ ແລະ ກິລາ. ທ່ານ ເອກອັກຄະລັດຖະທູດ ດາແນວ ຄລູນ ແລະ ທ່ານ ໂຈດີ ໂຣເບ, ຜູ້ປະສານງານຝ່າຍປະຕິບັດໂຄງການ ຈາກຫ້ອງການທູດທະຫານສະຫະລັດ ອາເມຣິກາ ປະຈຳລາວ ເປັນຜູ້ມອບອາຄານໂຮງຮຽນດັ່ງກ່າວ ໃຫ້ແກ່ເຈົ້າໜ້າທ່ີຝ່າຍລາວ.

ໂຄງການນີ້ໄດ້ ສະໜອງ ອາຄານຮຽນໜຶ່ງຫລັງ, ລວມມີ 5 ຫ້ອງຮຽນ ແລະ ຫ້ອງການຄູ 1 ຫ້ອງ, ໃຫ້ແກ່ ໂຮງຮຽນປະຖົມໂພນແບ່ງ, ເມືອງ ວຽງໄຊ, ຊຶ່ງລວມມີໂຕະ, ຕັ່ງ ຄົບຊຸດ ແລະ ຫ້ອງນ້ຳ 1 ຫລັງ, ພ້ອມທັງຕິດຕັ້ງລະບົບໄຟຟ້າ ແລະ ນ້ຳປະປາ ໃຫ້ແກ່ອາຄານຮຽນດັ່ງກ່າວ ເພື່ອຮອງຮັບຈຳນວນນັກຮຽນທີ່ເພີ່ມຂື້ນ. ສະຖານທູດ ສະຫະລັດອາເມຣິກາ ໄດ້ຕາງໜ້າໃຫ້ປະຊາຊົນອາເມຣິກາ ມອບໂຮງຮຽນດັ່ງກ່າວນີ້ ໃຫ້ແກ່ແຂວງຫົວພັນ ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ລັດຖະບານ ແລະ ປະຊາຊົນລາວ ທ່ີໄດ້ໃຫ້ການຊ່ວຍເຫລືອ ແລະ ຮ່ວມມື ໃນການຊອກຫາສິ່ງເສດເຫລືອ ຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງ ສົງຄາມອິນໂດຈີນ.
ໂດຍການປະສານງານກັບສູນບັນຊາການ ກອງທັບສະຫະລັດ ອາເມຣິກາ ປະຈຳພາກພື້ນ ປາຊິຟິກ (USPACOM), ສະຖານທູດ ອາເມຣິກາ,ໄດ້ສະໜອງໂຄງການຊ່ວຍເຫລືອດ້ານມະນຸດສະທຳ ຢູ່ໃນເຂດຊົນນະບົດຂອງປະເທດລາວຕະຫລອດມາ ເປັນເວລາເກືອບ 17 ປີ, ລວມມີ ໂຮງຮຽນ, ໂຮງໝໍ, ສຸກສາລາ, ລະບົບຊົນລະປະທານ ແລະ ລະບົບນ້ຳສະອາດ. ໂຮງຮຽນປະຖົມຫລັງນີ້ແມ່ນໜຶ່ງໃນຫລາຍໆໂຄງການຊ່ວຍເຫລືອດ້ານມະນຸດສະທຳທ່ີສ້າງສຳເລັດໃນປີ 2014, ໂດຍມີມູນຄ່າລວມທັງໝົດຫລາຍກວ່າ 389,682 ໂດລາສະຫະລັດ.
ແຫລ່ງຂ່າວຈາກ: U.S. Embassy Vientiane