21.11.14

70 ພັນກວ່າຄົນຢູ່ແຂວງຫົວພັນ ຈະໄດ້ຮັບວັກຊິນກັນພະຍາດໝາກແດງ

 ຫຼັງ​ຈາກ​ລັດ­ຖະ­ບານ​ກຳນົດ​ເອົາ​ວັນ​ທີ 17-30 ພະ­ຈິກ 2014 ເປັນ​ວັນ​ສັກ​ຢາ​ກັນ​ພະ­ຍາດໝາກ​ແດງ​ນ້ອຍ ແລະ ໝາກ​ແດງໃຫຍ່​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ຢູ່​ແຂວງ​ຫົວ­ພັນ​ກໍ​ຂຸ້ນ­ຂ້ຽວ​ເລັ່ງ​ສັກວັກ​ຊິນ​ກັນ​ພະ­ຍາດ​ດັ່ງ­ກ່າວ​ໃຫ້​ໄດ້ 70 ພັນ​ກວ່າ​ຄົນ.
   ທ່ານ ດຣ. ນາງ ພວງ​ສີ ພົມມະ​ວັນ ຫົວ­ໜ້າ​ຂະ­ແໜງ​ແມ່ ແລະ ເດັກ ແຂວງ​ຫົວ­ພັນໃຫ້​ສຳ­ພາດ​ກັບ​ນັກ​ຂ່າວ​ສັງ­ຄົມ​ຜ່ານ​ທາງໂທລະ­ສັບ​ວ່າ: ເພື່ອ​ໃຫ້​ບັນ­ລຸ​ຕາມ​ເປົ້າໝາຍ​ຂອງ​ລັດ­ຖະ­ບານ​ວາງ​ໄວ້ ໂດຍ​ໃຫ້ອັດ­ຕາ​ການ​ສັກ​ຢາ​ກັນ​ພະ­ຍາດ​ໝາກແດງ​ກັບ​ເດັກ​ທີ່​ມີ​ເກນ​ອາ­ຍຸ​ລະ­ຫວ່າງ 9 ເດືອນ-10 ປີ ບັນ­ລຸ 95% ທາງແຂວງ​ຫົວ­ພັນ​ກໍ​ຄື​ຄະ­ນະ​ກຳ­ມະ­ການ​ສຸຂະ​ພາບ​ແມ່ ແລະ ເດັກ (ຄມດ) ໄດ້​ເອົາໃສ່​ປະ­ຕິ­ບັດ​ໜ້າ​ວຽກ​ຂອງ​ຕົນ​ໃຫ້​ໄດ້​ຕາມແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ໂດຍເລັ່ງ​ລົງ​ໄປ​ສັກ​ວັກ​ຊິນ​ກັນ​ພະ­ຍາດ​ໝາກແດງ​ນ້ອຍ
ແລະ ໝາກ​ແດງ​ໃຫຍ່​ຢູ່​ເຂດທີ່​ຫ່າງ​ໄກ​ສອກ­ຫຼີກ​ກ່ອນ​ຄາດ​ວ່າ​ຢູ່ແຂວງ​ຫົວ­ພັນ​ຈະ​ສັກ​ວັກ​ຊິນ​ດັ່ງ­ກ່າວ​ໃຫ້ໄດ້ 71.274 ຄົນ ໃນ 10 ເມືອງ ແລະ ໃຫ້​ສຳ­ເລັດ​ກ່ອນ​ວັນ​ທີ 30 ພະ­ຈິກ​ນີ້.
   ທ່ານ ດຣ. ນາງ ພວງ​ສີ ພົມ​ມະ​ວັນ ໃຫ້​ຮູ​ອີ​ກວ່າ: ການ​ທີ່​ຈະ​ເຂົ້າ​ເຖິງ​ກຸ່ມ​ຄົນທີ່​ອາ­ໄສ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼອກ​ກໍ​ຄື ຊົນ­ນະ­ບົດ​ໄດ້​ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ ແລະ ອີກ​ຢ່າງ​ຄົນ​ທີ່­ຢູ່​ອາ­ໄສ​ຢູ່​ສະ­ຖານ­ທີ່​ແຫ່ງຕ່າງໆ​ນັ້ນ​ລ້ວນ​ແຕ່​ເປັນ​ຊົນ­ເຜົ່າ​ຈະ​ຕ້ອງອາ­ໄສ​ທີມ​ງານ ຄມດ ສຸ​ຂະ​ສຶກ​ສາ​ຊົນ­ເຜົ່າໄປ​ອະ­ທິ­ບາຍ​ເຖິງ​ຜົນ​ຮ້າຍ​ຂອງ​ພະ­ຍາດໝາກ​ແດງ​ນີ້​ ໃຫ້​ເຂົາ­ເຈົ້າ​ເຂົ້າ­ໃຈ ແລະ ນຳ​ເອົາ​ລູກ​ຫຼານ​ໃນ​ເກນ​ອາ­ຍຸ 9 ເດືອນ-ລຸ່ມ 10 ປີ ໄປ​ຮັບ​ວັກ​ຊິນ​ກັນ​ພະ­ຍາດໝາກ​ແດງ​ນ້ອຍ ແລະ ໝາກ​ແດງ​ໃຫຍ່.
   ເປົ້າ​ໝາຍ​ກໍ​ເພື່ອ​ເຮັດ​ໃຫ້​ສຸ­ຂະ­ພາບຂອງ​ແມ່­ຍິງ ແລະ ເດັກ­ນ້ອຍ ປອດ​ໄພຈາກ​ການ​ຕິດ­ພະ­ຍາດ​ທີ່​ສາ­ມາດ​ກັນ​ໄດ້ ດ້ວຍ​ວັກ​ຊິນ ສະ­ນັ້ນ ຈິ່ງ​ຮຽກ­ຮ້ອງ​ໃຫ້​ພໍ່ແມ່​ຜູ້​ປົກ­ຄອງ​ຕື່ນ​ຕົວ ແລະ ໃຫ້​ຄວາມຮ່ວມ​ມື​ໂດຍ​ນຳ­ພາ​ລູກ​ຫຼານ​ເຂົ້າ​ຮ່ວມ ສັກ​ຢາ​ກັນ​ພະ­ຍາດ​ດັ່ງ­ກ່າວ.

ແຫຼ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ