17.11.14

ສຳມະນາວິທະຍາສາດເຕົ້າໂຮມສອງແຂວງຊຳເໜືອ-ຜົ້ງສາລີ

ກອງປະຊຸມສຳມະນາວິທະຍາສາດກ່ຽວກັບເຫດການເຕົ້າໂຮມສອງແຂວງຊຳເໜືອ ແລະ ແຂວງຜົ້ງສາລີ ໃນໂອກາດຄົບຮອບ 60 ປີ (21/  11/1954 - 21/11/2014) ໄດ້ຈັດຂຶ້ນໃນວັນທີ 14 ພະຈິກນີ້ ທີ່ສູນຮ່ວມມືສາກົນລາວ - ຍີ່ປຸ່ນ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ບຸນຍັງ ວໍລະຈິດ ຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ, ມີບັນດາຜູ້ນຳພັກ - ລັດ ແລະ ພະນັກງານປະຕິວັດອາວຸໂສເຂົ້າຮ່ວມ.
   ທ່ານພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີຊ່ວຍ ວ່າການກະຊວງປ້ອງກັນປະເທດ ໄດ້ກ່າວເປີດກອງປະຊຸມວ່າ: ການຂຶ້ນເຕົ້າໂຮມຢູ່ສອງແຂວງຊຳເໜືອ ແລະ ຜົ້ງສາລີ ຂອງ ກຳລັງປະຕິວັດເປັນເຫດການ ປະຫວັດສາດສຳຄັນຂອງ ຊາດລາວເຮົາ ເພື່ອປະຕິບັດ ຄຳສຸພາສິດລາວທີ່ເວົ້າວ່າ: “ໄດ້ກິນເຂົ້າໃຫ້ຄິດຮອດຄຸນ ນາ
ແລະ ໄດ້ກິນປາ ໃຫ້ຄິດ ຮອດຄຸນນ້ຳ” ການຈັດສຳມະ ນາວິທະຍາສາດຄັ້ງນີ້ ຈຶ່ງເປັນ ການສະແດງໃຫ້ເຫັນ ແລະ ນຶກຄືນຂະບວນການເຄື່ອນ ໄຫວປະຕິວັດ ແລະ ວິລະ ກຳອັນລ້ຳເລີດຂອງນັກຕໍ່ສູ້ປະ ຕິວັດຮຸ່ນກ່ອນເຊັ່ນ: ການຕໍ່ ສູ້ທີ່ດຸເດືອດ, ຂ້ຽວຂາດ, ທົນ ທານ, ໜຽວແໜ້ນ, ພິລະອາດ ຫານ ທີ່ເຕັມໄປດ້ວຍການເສຍ ສະລະເລືອດເນື້ອຂອງບັນດາ ນັກຮົບປະຕິວັດ, ສະມາຊິກ ພັກ ແລະ ປະຊາຊົນບັນດາ ເຜົ່າຢູ່ສອງແຂວງຊຳເໜືອ - ຜົ້ງສາລີ ເວົ້າສະເພາະ ເວົ້າ ລວມແມ່ນກອງທັບ ແລະ ປະ ຊາຊົນລາວບັນດາເຜົ່າໃນທົ່ວ ປະເທດ ພາຍໃຕ້ການນຳພາທີ່ ປີຊາສາມາດປະດິດສ້າງ ແລະ ສະຫຼາດສ່ອງໃສຂອງພັກປະ ຊາຊົນປະຕິວັດລາວ ແລະ ສູນ ກາງແນວລາວຮັກຊາດທີ່ເປັນ ຫົວສະໝອງຂອງອົງການ ການ ນຳສູງສຸດຂອງກຳລັງຮັກສາ ຊາດ ເພື່ອນຳພາກອງທັບ ແລະ ປະຊາຊົນລາວບັນດາເຜົ່າດຳ ເນີນການຕໍ່ສູ້ຢ່າງຢືດເຍື້ອຍາວ ນານ, ລຳບາກ ແລະ ມີໄຊ ກ້າວໄປເຖິງຍາດເອົາໄຊຊະ ນະປົດປ່ອຍຊາດຢ່າງສົມບູນ ໃນປີ 1975.
   ໃນກອງປະຊຸມຍັງໄດ້ຮັບ ຟັງການສະເໜີບົດຮຽນກ່ຽວ ກັບພຶດຕິກຳຕົວຈິງໃນການນຳ ພາຕໍ່ສູ້ປະຕິບັດສັນຍາເຊີແນວ ກ່ຽວກັບລາວປີ 1954 - 1959, ຄວາມໝາຍປະຫວັດສາດຕໍ່ ການເລືອກເອົາແຂວງຊຳເໜືອ ແລະ ຜົ້ງສາລີ ເປັນຖານທີ່ໝັ້ນ ຂອງການປະຕິວັດ, ກຳລັງປະ ກອບອາວຸດ ແລະ ປະຊາຊົນ ບັນດາເຜົ່າຢູ່ບັນດາແຂວງ ພາກເໜືອຂອງລາວ ປະຕິບັດ ທິດນຳຂອງພັກກ່ຽວກັບການ ຫັນທິດຕໍ່ສູ້ເພື່ອຍາດເອົາໄຊ ຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ, ຄວາມໝາຍສຳຄັນຂອງບັ້ນ ຮົບປົດປ່ອຍຜົ້ງສາລີຕໍ່ການ ເຕົ້າໂຮມສອງແຂວງຊຳເໜືອ - ຜົ້ງສາລີ, ການຕໍ່ສູ້ປົກປັກຮັກ ສາສອງແຂວງເຕົ້າໂຮມຊຳ ເໜືອ - ຜົ້ງສາລີ, ສືບຕໍ່ກໍ່ສ້າງ ຮາກຖານການເມືອງເລັ່ງໃສ່ການ ກໍ່ສ້າງກຳລັງປະກອບສ່ວນ ປົກປັກຮັກສາສອງແຂວງເຕົ້າ ໂຮມ, ການປະລາໄຊຂອງກົນ ອຸບາຍຍົວະເສືອອອກຈາກຖ້ຳ ຂອງຈັກກະພັດອາເມຣິກາ ແລະ ລັດຖະບານຫຸ່ນວຽງຈັນ, ການກະກຽມກົນອຸບາຍແຊກ ແຊງລາວຂອງຈັກກະພັດອາ ເມຣິກາ ແລະ ບົດຮຽນການ ຊ່ວຍເຫຼືອຂອງກອງທັບ ແລະ ປະຊາຊົນຫວຽດນາມຕໍ່ການ ເຕົ້າໂຮມສອງແຂວງ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ