11.12.14

ການ­ທ່ອງ­ທ່ຽວ ເມືອງ​ວຽງ​ໄຊ ຄຶກ­ຄັກ​ສົກ​ແລ້ວມີນັກທ່ອງທ່ຽວ 12 ພັນ​ກວ່າ​ຄົນ

 ເມືອງວຽງ​ໄຊ ເປັນ​ອີກ​ເມືອງ​ໜຶ່ງ​ຂອງແຂວງ​ຫົວ­ພັນ ທີ່​ລື​ຊື່​ເລື່ອງ​ການ​ທ່ອງທ່ຽວ ເນື່ອງ​ຈາ​ກວ່າ​ພາຍ​ໃນ​ເມືອງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ​ສວຍ​ງາມ ແລະ ໂດດ​ເດັ່ນ ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານວັດ­ທະ­ນະ­ທຳ, ທຳ​ມະ​ຊາດ ແລະ ປະຫວັດ​ສາດ, ເຮັດ​ໃຫ້​ມີ​ນັກ​ທ່ອງ​ທ່ຽວ​ທັງພາຍ​ໃນ ແລະ ຕ່າງ­ປະ­ເທດ​ເດີນ­ທາງເຂົ້າ​ມາ​ຢ້ຽມ­ຢາມ​ເປັນ​ຈຳ­ນວນ​ບໍ່​ໜ້ອຍສ້າງ​ສີ­ສັນ​ບັນ­ຍາ­ກາດ​ຢ່າງ​ຄຶກ­ຄື້ນ​ໃນ ແຕ່​ລະ​ປີ​ເຊັ່ນປີ​ນີ້​ມີ​ນັກ​ທ່ອງ​ທ່ຽວ 12 ພັນ​ກວ່າ​ຄົນ​ເຂົ້າ​ມາ​ຢ້ຽມ​ຊົມ, ສ້າງ​ລາຍຮັບ​ທັງ​ທາງ​ກົງ ແລະ ທາງ​ອ້ອມ​ສູ່​ສັງຄົມ ຊຶ່ງ​ສາ­ມາດ​ຊ່ວຍ​ເຮັດ​ໃຫ້​ຊີ­ວິດ​ການເປັນ​ຢູ່​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.
   ອີງ​ຕາມ​ການ​ເປີດ­ເຜີຍ​ຂອງ ທ່ານ ພູ​ໂຊນ ທຳ​ມະ​ວິ​ໄຊ ເຈົ້າ­ເມືອງໆ​ວຽງ​ໄຊ ແຂວງ​ຫົວ­ພັນ​ໃຫ້​ຮູ້​ວ່າ: ພັດ­ທະ­ນາ​ຕົວເມືອງ​ວຽງ​ໄຊ​ຕິດ​ພັນ​ການ­ທ່ອງ­ທ່ຽວ ພວກ​ເຮົາ​ໄດ້​ອີງ­ໃສ່​ແຜນ​ແມ່​ບົດ​ພັດ­ທະ­ນາ​ເມືອງ​ວຽງ​ໄຊ​ແຕ່​ປີ 2006-2026 ຕາມ 5 ວິ​ໄສ​ທັດ​ຄື: 1. ສ້າງ​ເມືອງ​ວຽງ​ໄຊ
ເປັນ​ເມືອງ​ມໍ­ລະ­ດົກ​ປະ­ຫວັດ­ສາດ ແລະ ທຳ​ມະ​ຊາດ; 2. ສ້າງ​ເມືອງ​ວຽງ​ໄຊ ໃຫ້​ເປັນ​ເມືອງ​ອຸ­ດົມ​ຮັ່ງ­ມີ; 3. ສ້າງເມືອງ​ວຽງ​ໄຊ​ໃຫ້​ເປັນ​ເມືອງ​ສຸ​ຂະ​ອະ​ນາໄມ​ດີ; 4. ສ້າງ​ເມືອງ​ວຽງ​ໄຊ​ໃຫ້​ເປັນ ຕົວ​ເມືອງ​ຍ່າງ​ທ່ຽວ​ຊົມ-ສະ­ຫງົບ ແລະ 5. ສ້າງ​ເມືອງ​ວຽງ​ໄຊ​ໃຫ້​ເປັນ​ເມືອງ​ສີຂຽວ ແລະ ສວຍ​ງາມ, ສະ­ນັ້ນ ພວກ ເຮົາ​ໄດ້​ຫາ​ທຸກ​ວິ­ທີ​ສຳ​ຫຼວດ-ອອກ​ແບບພັດ­ທະ­ນາ​ຕົວ​ເມືອງ, ໃນ​ນີ້ ເມືອງ​ໄດ້ອອກ­ທຶນ​ສຳ​ຫຼວດ​ອອກ​ແບບ​ທາງ​ປູ­ຢາງສອງ​ຊັ້ນ​ໄດ້ 7 ເສັ້ນ, ສະ­ເໜີ​ພະ​ແນກການ​ກ່ຽວ­ຂ້ອງ​ຂັ້ນ​ແຂວງ​ສ້າງ​ເງື່ອນໄຂ​ສຳ​ຫຼວດ​ອອກ​ແບບ 3 ໂຄງ­ການ ໃຫຍ່​ເປັນ­ຕົ້ນ: ໂຄງ­ການ​ສວນ​ສາ​ທາລະ­ນະ-ໜອງ​ນ້ຳ, ໂຄງ­ການ​ສູນ​ການຄ້າ ແລະ ໂຄງ­ການ​ສະ­ໜາມ​ກີ­ລາ​ຄົບວົງ​ຈອນ.
   ສຳ­ລັບ​ສົກ​ປີ 2013-2014 ໂຄງການ­ທ່ອງ­ທ່ຽວ​ແມ່ນ​ໄດ້​ສຳ­ເລັດ​ການກໍ່­ສ້າງ​ທາງ​ຍ່າງ​ລຽບ​ຕີນ​ຜາ ແລະ ປັບປຸງ​ແຫຼ່ງ​ທ່ອງ​ທ່ຽວ, ໄປ​ພ້ອມ​ກັບ​ການທ່ອງ​ທ່ຽວ, ພ້ອມ​ນີ້ ກໍ​ໄດ້​ສ້າງ​ກິດ­ຈະ­ກຳດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມເມືອງ​ເປັນ­ຕົ້ນ: ຈັດ​ບຸນ­ຊ່ວງ­ເຮືອ, ບຸນຊົນ­ເຜົ່າ​ປະ­ກອບ​ມີ: ແຂ່ງ­ຂັນ​ກີ­ລາ​ພື້ນເມືອງ, ປະ​ກວດ​ວັນ­ນະ­ຄະ­ດີ, ບົດ​ຟ້ອນ, ບົດ​ເພງ ແລະ ປະ​ກວດ​ຫັດ­ຖະ­ກຳ​ຕ່ຳຜ້າ­ແພ-ຈັກ­ສານ, ຈາກ​ສະ­ພາບ​ດັ່ງ­ກ່າວ ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ມາ​ທ່ອງ​ທ່ຽວ​ເມືອງ​ປີ 2005 ມີ 2.053 ຄົນ, ມາ​ເຖິງ​ປະ­ຈຸບັນ​ກໍ​ຄື​ສົກ​ປີ 2013-2014 ມີ 12.174 ຄົນ, ຕໍ່​ກັບ​ສະ­ພາບ​ແນວ​ນັ້ນ​ເຮັດ​ໃຫ້​ອະນຸ​ສອນ​ສະ­ຖານ​ວຽງ​ໄຊ​ທີ່​ຂຶ້ນ​ກັບ​ຫ້ອງວ່າ­ການ​ປົກ­ຄອງ​ແຂວງ​ຫົວ­ພັນ​ເກັບລາຍ​ຮັບ​ໄດ້ 143.065.000 ກີບ.
   ຢ່າງ­ໃດ​ກໍ​ຕາມ ຕໍ່​ກັບ​ຜົນ­ສຳ­ເລັດ​ດັ່ງກ່າວ​ກໍ​ຍັງ​ມີ​ຂໍ້​ຫຍຸ້ງ­ຍາກ ແລະ ສິ່ງ​ທ້າທາຍ​ຄື: ການ­ທ່ອງ­ທ່ຽວ​ຍັງ​ບໍ່​ທັນ​ແຂງແຮງ ເນື່ອງ​ຈາກ​ບໍ່​ທັນ​ມີ​ປະ­ສົບ​ການ, ເອ­ກະ​ຊົນ​ກໍ​ບໍ່​ທັນ​ກ້າ​ລົງ­ທຶນ​ພໍ​ເທົ່າ­ໃດ, ເສັ້ນ­ທາງ​ເຂົ້າ​ມາ​ຍັງ​ຫຍຸ້ງ­ຍາກ, ການສ້າງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ທາງ ດ້ານ​ການ​ສັນ­ຈອນ, ຂໍ້​ມູນ ແລະ ການບໍ­ລິ­ການ​ຮັບ​ໃຊ້​ການ­ທ່ອງ­ທ່ຽວ​ຍັງ​ບໍ່ ທັນ​ເຮັດ​ໄດ້​ດີ ແລະ ການ​ໂຄ­ສະ­ນາ​ຍັງບໍ່​ທັນ​ກວ້າງ­ຂວາງ.
   ຂະ­ນະ​ທີ່ ທິດ​ທາງ​ແຜນ­ການ​ໃນ­ຕໍ່­ໜ້າແມ່ນ​ຈະ​ປຸກ­ລະ­ດົມ​ຊຸກ­ຍູ້​ວຽກ​ງານ​ການທ່ອງ​ທ່ຽວ ໂດຍ​ເລືອກ​ເອົາ​ໂຄງ­ການ​ທີ່ເໝາະ​ສົມ​ກ່ຽວ​ກັບ​ວິ​ໄສ​ທັດ​ການ​ສ້າງເມືອງ​ວຽງ​ໄຊ​ໃຫ້​ເປັນ​ເມືອງ​ທ່ອງ​ທ່ຽວ ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ນັກ­ທຸ­ລະ­ກິດ​ທັງ ພາຍ​ໃນ ແລະ ຕ່າງ­ປະ­ເທດ​ຖ້າ​ມາ​ລົງທຶນ, ເອົາ­ໃຈ­ໃສ່​ວຽກ​ງານ​ໂຄ­ສະ­ນາ​ທາງດ້ານ​ອິນ​ເຕີ​ເນັດ​ໃຫ້​ນັບ​ມື້​ກວ້າງ­ຂວາງ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ