9.12.14

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມບັນດາໂຄງການ ພັດທະນາທີ່ແຂວງຫົວພັນ

ກຳລັງຢ້ຽມຊົມສາງນ້ຳມັນນາແທ່ນ
ໃນລະຫວ່າງວັນທີ 06-07 ທັນວາ 2014 ທ່ານທອງສິງທຳມະວົງນາຍົກລັດຖະມົນຕີພ້ອມດ້ວຍບັນດາລັດຖະມົນຕີ, ລັດຖະມົນຕີຊ່ວຍວ່າການ, ທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ, ບັນດານັກລົງທຶນຫວຽດນາມ ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ເດີນທາງໄປຢ້ຽມຢາມບັນດາໂຄງການພັດທະນາ ແລະ ພົບປະໂອ້ລົມອຳນາດການປົກຄອງທ້ອງ ຖິ່ນ ທີ່ແຂວງຫົວພັນ ເຊິ່ງມີທ່ານເຈົ້າແຂວງ, ຮອງເຈົ້າແຂວງຫົວພັນ, ຄະນະນຳແຂວງເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.ໃນການພົບປະໂອ້ລົມຄະນະນຳ ແລະພໍ່ແມ່ປະຊາຊົນເມືອງຊ່ອນ, ທ່ານທອງສິງທຳມະວົງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມບຸກບືນພະຍາຍາມຂອງ ຄະນະພັກຄະນະອຳນາດ ການປົກຄອງເມືອງ ໃນການພັດທະນາເມືອງໃຫ້ຂະຫຍາຍຕົວໃນທຸກດ້ານ ໃນໄລຍະພຽງ 10 ເດືອນທີ່ຫາກໍ່ສ້າງຕັ້ງເມືອງຊ່ອນ
ພາຍໃຕ້ການນຳພາຂອງຂອງຄະນະນຳແຂວງຫົວພັນ ອັນເຫັນໄດ້ຈາກ ການຜະລິດເປັນສິນຄ້າຂອງປະຊາຊົນ, ການເພີ່ມພູນຜະລິດຜົນ ແລະ ການພັດທະນາຕົວເມືອງ ໃຫ້ມີໂສມໜ້າໃໝ່; ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງ ຄວາມເປັນຫ່ວງເປັນໄຍ ຕໍ່ບັນຫາການປູກຝິ່ນ ຊຶ່ງຕ້ອງໄດ້ມີການຄົ້ນຄວ້າ ແລະ ສົມທົບກັບບັນດາເມືອງອ້ອມຂ້າງ ພາຍໃຕ້ການນຳພາຂອງແຂວງ ເພື່ອຊອກຫາວິທີແກ້ໄຂ, ຈຳກັດຮັດ ແຄບ ແລະ ກ້າວໄປສູ່ການຢຸດຕິການປູກຝິ່ນໃຫ້ໄດ້. ສຳລັບດ້ານອື່ນໆ ກໍ່ຕ້ອງພັດທະນາໄປເປັນກ້າວໆ ດ້ວຍຄວາມພະຍາຍາມຂອງຄະນະນຳເມືອງ ກັບການສະໜັບສະໜູນອູ້ມຊູ ຂອງພໍ່ແມ່ປະຊາຊົນພາຍໃນເມືອງ ກໍ່ຈະເຮັດໃຫ້ເມືອງຊ່ອນ ໄດ້ຮັບການພັດທະນາໄວຂຶ້ນກວ່າເກົ່າ. ດ້ານໜຶ່ງ ກໍ່ຕ້ອງໝູນໃຊ້ຈຸດພິເສດ, ເສີມຂະຫຍາຍນ້ຳໃຈຮັກຊາດ ແລະ ການຕໍ່ສູ້ກູ້ ຊາດ ໃນເມື່ອກ່ອນ ໄປສູ່ການພັດທະນາບ້ານເມືອງ, ການເພີ່ມພູນຜະລິດຜົນ, ການຜະລິດເປັນສິນຄ້າ ແລະ ແກ້ໄຂຊີວິດການເປັນຢູ່ ໝາຍວ່າ ພວກເຮົາຕ້ອງເສີມຂະຫຍາຍມູນເຊື້ອ ໃນເມື່ອກ່ອນ ໃຫ້ກາຍເປັນມູນເຊື້ອໃນພາລະກິດປົກປັກຮັກສາ ສ້າງສາພັດທະນາບ້ານເມືອງ.
    ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວຕິດຕາມຄວາມຄືບໜ້າຂອງບັນດາໂຄງການພັດທະນາຂອງແຂວງຫົວພັນ ຄື: ໂຄງການກໍ່ສ້າງສະໜາມບິນ ໜອງຄ້າງ ແລະ ໂຄງການກໍ່ສ້າງຫໍພິພີທະພັນປະຕິວັດ ແລະ ບູລະນະຖ້ຳຜາແດງ. ໃນນັ້ນ, ໂຄງການກໍ່ສ້າງສະໜາມບິນ ແມ່ນໄດ້ເລີ່ມກໍ່ສ້າງມາແຕ່ວັນທີ 07 ຕຸລາ 2013 ເປັນສະໜາມບິນທີ່ໄດ້ອອກແບບຕາມມາດຕະຖານສາກົນ ປະກອບມີ ທາງຂຶ້ນລົງຂອງເຮືອບິນ ມີລວງຍາວ 2.400 ແມັດ ແລະ ກວ້າງ 30 ແມັດ ສາມາດແລ່ນຂຶ້ນລົງໄດ້ທັງສອງທິດທາງ ແລະ ທັງໃນເວລາກາງຄືນ ດ້ວຍລະບົບໄຟ ແລະ ລະບົບວິທະຍຸຂອງສະໜາມບິນ ສາມາດຮອງຮັບເຮືອບິນ ATR 72 ແລະ ອານ 74, ມີບ່ອນຈອດເຮືອບິນ ທີ່ສາມາດຈອດເຮືອບິນ ATR ໄດ້ 2 ລຳ, ມີອາຄານໂດຍສານ, ຫໍບັງຄັບການບິນ, ລະບົບນ້ຳປະປາ-ໄຟຟ້າຂອງສະໜາມບິນ, ສູນບໍລິການສາຍການບິນ, ລານຈອດລົດ ແລະ ທາງເຂົ້າ-ອອກສະໜາມບິນ ລວມມູນຄ່າ 74 ລ້ານໂດລາສະຫະລັດ ໃຊ້ໄລຍະເວລາການກໍ່ສ້າງ 2 ປີ. ປັດຈຸບັນ, ໂຄງການດັ່ງກ່າວຄືບໜ້າໄປແລ້ວ 16% ເຫັນວ່າຊ້າກວ່າແຜນການ 17% ຍ້ອນມີຫຼາຍສາເຫດທີ່ບໍ່ເອື້ອອຳນວຍ; ສ່ວນໂຄງການກໍ່ສ້າງຫໍພິພີທະພັນປະຕິວັດ ແລະ ບູລະນະຖ້ຳຜາແດງ ທີ່ເມືອງວຽງໄຊ ແຂວງຫົວພັນ ກໍ່ແມ່ນໂຄງການໜຶ່ງຂອງລັດຖະບານລາວ ໃນນັ້ນ, ພິພິທະພັນປະຕິວັດ ແມ່ນກໍ່ສ້າງເປັນອາຄານ 4 ຊັ້ນ(ລວມທັງຊັ້ນຈອດລົດ), ອາຄານອ້ອມຂ້າງຈຳນວນໜຶ່ງ ແລະ ບັນດາພື້ນຖານ ໂຄງລ່າງໃນຂອບເຂດບໍລິເວນຫໍພິພິທະພັນດັ່ງກ່າວ. ສຳລັບການບູລະນະຖ້ຳຜາແດງ ປະກອບມີ: ການກໍ່ສ້າງເສັ້ນທາງຍາວ 1,8 ກິໂລແມັດ, ທາງຂຶ້ນຖ້ຳ, ລະບຽງປາກຖ້ຳ ແລະ ການສ້ອມແປງຖ້ຳ ທັງໝົດ 3 ຖ້ຳ ຄື: ຖ້ຳຫ້ອງປະຊຸມໃຫຍ່-ຖ້ຳຮ້ານອາຫານ, ຖ້ຳຊ່ຽວຊານຫວຽດນາມ(ຖ້ຳປະຕູເຫຼັກ) ແລະ ຖ້ຳສື່ສານ ລວມມູນຄ່າໂຄງການ 260 ກວ່າຕື້ກີບ ໃນໄລຍະໂຄງການ 24 ເດືອນ ປັດຈຸບັນ, ມີຄວາມຄືບໜ້າໄປກວ່າ 48% ຊຶ່ງຊ້າກວ່າແຜນການ 10% ເນື່ອງຈາກວ່າຍັງຂາດດ້ານແຮງງານ ແລະ ງົບປະມານຈຳນວນໜຶ່ງ.
     ຈາກສະພາບການພັດທະນາບັນດາໂຄງການເຫຼົ່ານັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ທັງເບື້ອງລັດຖະບານ ກໍ່ຄື ອຳນາດການປົກຄອງທ້ອງຖິ່ນ ແລະ ນັກລົງທຶນ ຕ້ອງໄດ້ມີການປະສານງານກັນຢ່າງສະໜິດແໜ້ນ ເພື່ອໃຫ້ມີຄວາມເຂົ້າໃຈສະພາບເຊິ່ງກັນ ແລະ ກັນ, ທາງໂຄງການ ກໍ່ຕ້ອງມີການລາຍງານສະພາບການຈັດຕັ້ງປະຕິ ບັດ ໃຫ້ແກ່ລັດຖະບານຮັບຊາບຢ່າງເປັນປະຈຳທຸກໄລຍະ ເພື່ອມີທິດຊີ້ນຳ ແລະ ແກ້ໄຂບັນຫາ ທີ່ເກີດຂຶ້ນໄດ້ຢ່າງທ່ວງທັນ; ສິ່ງສຳຄັນ ຢູ່ສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ກຽມຄວາມ ພ້ອມທຸກດ້ານ ເມື່ອບັນດາໂຄງການເຫຼົ່ານັ້ນກໍ່ສ້າງສຳເລັດ ຕ້ອງມີການຄຸ້ມຄອງ ແລະ ການບໍລິຫານທີ່ດີ ເພື່ອເຮັດໃຫ້ມີຄວາມຍືນຍົງຄົງຕົວ ແລະ ໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.
       ນອກນັ້ນ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ຄະ­ນະ ແລະ ຜູ້​ແທນ​ຂັ້ນ​ສູງ​ແຂວງ​ຫົວ­ພັນ ຍັງ​ໄດ້​ເດີນ­ທາງ​ລົງ​ກວດ­ກາ​ບັນ­ດາ​ໂຄງ­ການ​ພັດ­ທະ­ນາ​ບາງ​ໂຄງ­ການ​ຢູ່​ເມືອງ​ວຽງ​ໄຊ​ຄື: ໂຄງ­ການ​ກໍ່­ສ້າງ​ປ້ຳ­ນ້ຳ­ມັນ​ບ້ານ​ນາ​ແທ່ນ, ໂຮງ­ຮຽນ​ພາ­ສາ​ຫວຽດ­ນາມ ແລະ ໂອ­ກາດ​ດຽວ​ກັນ​ນີ້​ທ່ານ​ຍັງ​ໄດ້​ເຂົ້າ​ຮ່ວມ​ວາງ​ພວງ­ມາ­ລາ​ຢູ່​ອາ​ນຸ​ສອນ​ສະ­ຖານ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຕື່ມ​ອີກ ແລະ ໄດ້​ເດີນ ທາງ​ກັບ​ໃນ​ຕອນ​ແລງ​ວັນ​ດຽວ​ກັນ.

ແຫລ່ງຂ່າວຈາກ: ຫ້ອງວ່າການລັດຖະບານ