12.12.14

ກິດ­ຈະ­ການ​ສຳ​ປະ­ທານເພີ່ມ​ຂຶ້ນ 6 ເທົ່າ ຈາກການ​ລົງ­ທຶນ​ເອ­ກະ​ຊົນ​ຢູ່ແຂວງ ​ຫົວ­ພັນ

ສາງເກັບນ້ຳມັນທີ່ເມືອງວຽງໄຊ
ໃນ​ສົກ​ປີ 2013-2014 ຜ່ານ​ມາ ການ​ລົງ­ທຶນ​ຂອງ​ພາກເອ­ກະ​ຊົນ​ພາຍ​ໃນ ແລະ ຕ່າງ​ປະເທດ ຢູ່​ແຂວງ​ຫົວ­ພັນ ຍັງ​ສຶບ​ຕໍ່​ມີບັນ­ຍາ­ກາດ​ຄຶກ­ຄື້ນ​ດີ ແລະ ເພີ່ມຂຶ້ນ​ຢ່າງ​ຕໍ່​ເນື່ອງ, ໃນ​ນັ້ນ ເດັ່ນ​ກວ່າໝູ່​ແມ່ນ​ການ​ລົງ­ທຶນ​ໃນ​ກິດ​ຈະການ​ສຳ​ປະ­ທານ ຊຶ່ງ​ເພີ່ມ​ຂຶ້ນ​ເຖິງ 6 ເທົ່າ​ຕົວ.  
   ອີງ​ຕາມ​ການ​ລາຍ​ງານ​ຂອງພະ​ແນກ​ແຜນ­ການ ແລະ ການ​ລົງທຶນ​ແຂວງ​ຫົວ­ພັນ ໃຫ້​ຮູ້​ວ່າ: ໄລຍະ​ຜ່ານ​ມາ ເຖິງ​ວ່າ​ລັດ­ຖະ­ບານຈະ​ມີ​ຄຳ​ສັ່ງ​ແນະ­ນຳ​ເລກ​ທີ 13/ນຍ ໃຫ້​ຢຸດ​ເຊົາ​ການ​ຂຸດ​ຄົ້ນ​ແຮ່​ທາດ ແລະ ປູກ​ຢາງ­ພາ­ລາ ຈົນ​ຮອດ​ປີ 2015, ແຕ່​ການ​ລົງ­ທຶນ​ຂອງ​ພາກເອ­ກະ​ຊົນ​ພາຍ​ໃນ ແລະ ຕ່າງ​ປະເທດ​ຢູ່​ແຂວງ ໃນ​ສົກ​ປີ 2013-2014 ຍັງ​ສຶບ​ຕໍ່​ມີ​ບັນ­ຍາ­ກາດ​ຄຶກຄື້ນ​ດີ​ເຮັດ​ໃຫ້​ໝົດ​ສົກ​ປີ​ມູນ​ຄ່າ​ລົງທຶນ ບັນ­ລຸ 128,74 ລ້ານ​ໂດ​ລາ ຫຼື ເທົ່າ​ກັບ 1.065,39  ຕື້​ກີບ​ທຽບ­ໃສ່ແຜນ­ການ​ປີ​ລື່ນ​ຄາດ­ໝາຍ ໃນ​ນີ້ ເປັນ​ທຶນ​ພາຍ​ໃນ​ຈຳ­ນວນ 81,67 ລ້ານ​ໂດ​ລາ ແລະ ທຶນ​ຕ່າງ­ປະ­ເທດ
47,07 ລ້ານ​ໂດ​ລາ, ທີ່​ສຸມ​ໃສ່ 2 ກິດ­ຈະ­ການ​ຫຼັກ.

   ໃນ​ສົກ​ປີ​ແລ້ວ­ນີ້ ສະ­ເພາະ​ກິດຈະ​ການ​ສຳ​ປະ­ທານ​ທົ່ວ​ແຂວງ ແມ່ນ​ສາ­ມາດ​ປະ­ຕິ­ບັດ​ໄດ້​ທັງ​ໝົດ​ມີ 9 ຫົວ­ໜ່ວຍ ລວມ​ມູນ​ຄ່າ​ການ​ລົງທຶນ​ມີ​ຈຳ­ນວນ  82,79  ລ້ານ​ໂດ ລາ ຫຼື ເທົ່າ​ກັບ 662,32 ຕື້​ກີບ ທຽບ­ໃສ່​ແຜນ­ການ​ປີ​ລື່ນ​ຄາດໝາຍ 6 ເທົ່າ​ຕົວ ຊຶ່ງ​ມີ​ທຶນ​ຈົດທະ­ບຽນ​ທັງ​ໝົດ 13,49 ລ້ານ​ໂດລາ, ໃນ​ນີ້ ເປັນ​ການ​ລົງ­ທຶນ​ຈາກນັກ­ທຸ­ລະ­ກິດ ສສ. ຫວຽດ­ນາມ ມູນ ຄ່າ​ທັງ​ໝົດ 2,50 ລ້ານ​ໂດ​ລາ, ທຶນຈົດ​ທະ­ບຽນ​ມີ 2,31 ລ້ານ​ໂດ​ລາ, ຈາກ​ນັກ­ທຸ­ລະ­ກິດ​ຈີນ ເປັນ​ມູນ​ຄ່າ 19,42 ລ້ານ​ໂດ​ລາ, ມີ​ທຶນ​ຈົດ​ທະບຽນ  8,18  ລ້ານ​ໂດ​ລາ ແລະ ການ​ລົງ­ທຶນ​ຈາກ​ນັກ­ທຸ­ລະ­ກິດ​ສິງ ກະ​ໂປ ລວມ​ເປັນ​ມູນ​ຄ່າ 18,87 ລ້ານ​ໂດ​ລາ, ທຶນ​ຈົດ​ທະ­ບຽນ 3 ລ້ານ​ໂດ​ລາ ແລະ ການ​ລົງ­ທຶນຂອງ​ນັກ­ທຸ­ລະ­ກິດ​ພາຍ​ໃນ 2 ຫົວໜ່ວຍ ມູນ​ຄ່າ​ການ​ລົງ­ທຶນ 42 ລ້ານ​ໂດ​ລາ ເທົ່າ​ກັບ 336 ຕື້​ກີບ.
   ສ່ວນ​ກິດ­ຈະ­ການ​ທົ່ວ​ໄປ ໃນສົກ​ປີ 2013-2014 ແຂວງ​ປະ­ຕິບັດ​ໄດ້​ທັງ​ໝົດ 485 ຫົວ­ໜ່ວຍ, ລວມ​ທຶນ​ຈົດ​ທະ­ບຽນ​ທັງ​ໝົດ 45,95 ລ້ານ​ໂດ​ລາ ຫຼື ເທົ່າ​ກັບ 402,16 ຕື້​ກີບ, ໃນ​ນີ້ ​ທຶນ​ຕ່າງ​ປະ ເທດ​ມີ 24 ຫົວ­ໜ່ວຍ ທຶນ​ຈົດ​ທະບຽນ 6,28  ລ້ານ​ໂດ​ລາ ຫຼື ເທົ່າກັບ 50,27 ຕື້​ກີບ ແລະ ພາຍ​ໃນ​ມີ 461 ຫົວ­ໜ່ວຍທຶນ​ຈົດ​ທະ­ບຽນ 39,67 ລ້ານ​ໂດ​ລາ ຫຼື ເທົ່າ​ກັບ 317,36 ຕື້​ກີບ.
   ສຳ­ລັບ​ການ​ລົງ­ທຶນ​ເຂົ້າ​ໃນ​ກິດຈະ​ການ​ສຳ​ປະ­ທານ​ທີ່​ມີ​ມູນ​ຄ່າເພີ່ມ​ຂຶ້ນ​ຫຼາຍ ກໍ​ເນື່ອງ​ຈາ​ກວ່າ​ນັກລົງ­ທຶນ​ໄດ້​ມີ​ການ​ປັບ­ປຸງ​ທຶນ​ຄືນໃໝ່ ແລະ ເພີ່ມ​ທຶນ​ຈາກ​ທຶນ​ທີ່​ມີຢູ່​ແລ້ວ​ໃນ​ເມື່ອ​ກ່ອນ​ເພື່ອ​ເຂົ້າ​ໃນການ​ລົງ­ທຶນ ດັ່ງ­ນັ້ນ ຈິ່ງ​ເຮັດໃຫ້ມູນຄ່າ ການ​ຂຶ້ນ​ທະ­ບຽນ​ສຳ​ປະ­ທານ ແລະ ການ​ລົງ­ທຶນ​ເຂົ້າ​ໃນ​ກິດ​ຈະການ​ສຳ​ປະ­ທານ​ຈະ​ມີ​ມູນ​ຄ່າ ເພີ່ມຂຶ້ນ​ສູງ.
   ຢ່າງ­ໃດ​ກໍ​ຕາມ ເຖິງ​ວ່າ​ມູນ​ຄ່າໃນ​ການ​ລົງ­ທຶນ​ສູງ​ແຕ່​ຖ້າ​ທຽບ ໃສ່​ປີ­ຜ່ານ­ມາການ​ລົງ­ທຶນ​ຂອງແຂວງ​ກໍ​ຍັງ​ພົບ​ຄວາມ​ຫຍຸ້ງ­ຍາກ ໂດຍ​ສະ­ເພາະແມ່ນ​ຂະ­ແໜງ​ບໍ່​ແຮ່ຍ້ອນ​ໄດ້​ມີ​ຄຳ​ສັ່ງ​ແນະ­ນຳ​ເລກ​ທີ 13/ນຍ ໃຫ້​ຢຸດ​ເຊົາ​ການ​ຂຸດ​ຄົ້ນ​ແຮ່ ທາດ ແລະ ປູກ​ຢາງ­ພາ­ລາ ຈົນ ຮອດ​ປີ 2015, ສະ­ນັ້ນ ຈິ່ງ​ເຮັດໃຫ້​ກິດ­ຈະ­ການ​ສຳ​ປະ­ທານ​ດ້ານແຮ່​ທາດ​ຈຳ­ນວນ​ໜຶ່ງ​ຖືກ​ຍົກ­ເລີກການ​ລົງ­ທຶນ​ເຂົ້າ​ໃນ​ຂະ­ແໜງ­ການຜະ­ລິດ ກໍ​ຍັງ​ບໍ່​ທັນ​ມີ​ຫຼາຍ​ຕົ້ນ­ຕໍແມ່ນ​ການ​ລົງ­ທຶນ​ເຂົ້າ​ໃນ​ວຽກງານ​ການ​ປູກ ແລະ ການ​ລ້ຽງ​ທີ່ເປັນ​ທ່າ­ແຮງ​ຂອງ​ແຂວງ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ