22.12.14

ແຂວງຫົວ­ພັນ​ສົ່ງ­ເສີມ​ຄຸ້ມ​ຄອງ​ການ​ລົງ­ທຶນ ໄດ້​ເກືອບ 5 ຮ້ອຍ​ໂຄງ­ການ

ໂຄງການກໍ່ສ້າງຫໍພິພິດຕະພັນປະຫັວສາດທີ່ເມືອງວຽງໄຊ
   ແຂວງ​ຫົວ­ພັນ​ແມ່ນ​ແຂວງ​ໜຶ່ງ​ທີ່ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ໃນ​ການ​ຊຸກຍູ້​ສົ່ງ­ເສີມ​ຄຸ້ມ​ຄອງ​ການ​ລົງ­ທຶນ​ທັງພາຍ​ໃນ ແລະ ຕ່າງ­ປະ­ເທດ ທັງ​ນີ້ ກໍ​ເພືອ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ປະ­ກອບສ່ວນ​ພັດ­ທະ­ນາ​ເສດ­ຖະ­ກິດສັງ­ຄົມ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ປະ­ຊາ­ຊົນ​ສະ­ເພາະ​ສົກ​ປີຜ່ານ­ມາ​ໄດ້​ມີ​ໂຄງ­ການ​ລົງ­ທຶນ​ທັງ​ໝົດ​ເກືອບ 5 ຮ້ອຍ​ໂຄງ­ການ​ມູນ​ຄ່າ​ພັນ​ຕື້​ກວ່າ​ກີບ ໃນ​ນັ້ນ​ ເປັນ​ກິດ­ຈະ­ການ​ສຳ​ປະ­ທານ 9 ຫົວ­ໜ່ວຍ.
   ເມື່ອ​ວັນ​ທີ 16-18 ທັນ­ວາ​ນີ້ ໄດ້​ມີການ​ຈັດ​ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານງານ​ພັກ​ແຂວງ​ຄັ້ງ​ທີ 9 ສະ­ໄໝ​ທີ VIII ຂອງ​ອົງ­ຄະ​ນະ​ພັກ​ແຂວງ​ຫົວ­ພັນ​ຂຶ້ນ​ທີ່ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ ໂດຍ​ເປັນປະ­ທານ​ຂອງສະ­ຫາຍ ຄຳ​ຮຸ່ງ ເຮື່ອງວົງ​ສີ ກຳ­ມະ­ການສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ບໍ​ລິຫານ​ງານ ພັກ​ແຂວງ​ເຈົ້າ­ແຂວງໆ​ຫົວ­ພັນ, ມີ​ຄະ­ນະບໍ­ລິ­ຫານ​ງານ​ພັກ​ເມືອງ, ຫົວ­ໜ້າ​ພະແນກ​ການ, ອົງ­ການ​ທຽບ​ເທົາ​ອ້ອມຂ້າງ​ແຂວງ​ເຂົ້າ​ຮ່ວມ......

   ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ການ​ສະ­ຫຼຸບ​ຕີລາ­ຄາ​ຄືນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານຮອບ­ດ້ານ​ສົກ​ປີ 2013-2014 ແລະ ທິດທາງ​ແຜນ­ການ​ສົກ​ປີ 2014-2015 ຊຶ່ງຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ໃນໜຶ່ງ​ປີ­ຜ່ານ­ມາ​ເຫັນ​ວ່າ​ຫຼາຍ​ໜ້າ​ວຽກ​ເຮັດ ໄດ້​ສຳ­ເລັດ​ໂດຍ​ພື້ນ­ຖານ​ເປັນ­ຕົ້ນ: ແມ່ນການ​ປະ­ຕິ­ບັດ​ຕົວ​ເລກ​ມະ­ຫາ​ພາກ​ລວມຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ​ບັນ­ລຸ​ໄດ້ 1.735,84 ຕື້​ກີບ, ທຽບ­ໃສ່​ແຜນ­ການຫຼຸດ​ຄາດ­ໝາຍ​ປະ­ມານ 4,27% ດ້ວຍ​ຈັງຫວະ​ການ​ຂະ­ຫຍາຍ­ຕົວ​ທາງ​ດ້ານ​ເສດຖະ​ກິດ​ຢູ່​ໃນ​ລະ­ດັບ 10,17%.
   ໃນ​ນັ້ນ​ ກະ­ສິ­ກຳ​ເພີ່ມ​ຂຶ້ນ 9,08% ກວມ​ເອົາ 54,07%, ອຸດ­ສາ­ຫະ­ກຳ​ເພີ່ມຂຶ້ນ 9,30% ກວມ 19,42% ແລະ ການບໍ­ລິ­ການ​ເພີ່ມ​ຂຶ້ນ 12,06% ກວມ​ເອົາ 26,51% ສະ­ເລ່ຍ​ລາຍ​ຮັບ​ບັນ­ລຸ​ໄດ້ 5,88 ລ້ານ​ກວ່າ​ກີບ ຫຼື ເທົ່າ​ກັບ 736 ໂດ​ລາ​ຕໍ່​ຄົນ​ຕໍ່​ປີ.
   ການ​ລົງ­ທຶນ​ທັງ​ໝົດ​ບັນ­ລຸ​ໄດ້ 295 ໂຄງ­ການ​ເປັນ​ມູນ​ຄ່າ 137,11 ຕື້​ກີບ ເປັນທຶນ​ອາ​ນຸ​ມັດ​ປົກ­ກະ­ຕິ 278 ໂຄງ­ການ​ມີມູນ​ຄ່າ 125,11 ຕື້​ກີບ, ທຶນ​ພາຍ​ໃນ 66,60 ຕື້​ກີບ ແລະ ທຶນ​ຕ່າງ­ປະ­ເທດ 58,51 ຕື້​ກີບ ແລະ ໃນ​ຈຳ­ນວນ​ໂຄງ­ການ ທັງ​ໝົດ​ນີ້​ມີ​ໂຄງ­ການ​ພັດ­ທະ­ນາ​ເມືອງກວັນ​ກວມ​ເອົາ 17 ໂຄງ­ການ​ມູນ​ຄ່າ 12 ຕື້​ກີບ.
   ພ້ອມ​ດຽວ​ກັນ​ນັ້ນ ​ກໍ​ໄດ້​ສົ່ງ­ເສີມ​ຄຸ້ມຄອງ​ການ​ລົງ­ທຶນ​ພາຍ​ໃນ ແລະ ຕ່າງ​ປະເທດ​ປະ­ຕິ­ບັດ​ໄດ້ 494 ໂຄງ­ການ​ເປັນມູນ​ຄ່າ 128,74 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື  ປະ­ມານ 1,02 ຕື້​ກວ່າ​ກີບ​ທຽບ­ໃສ່​ແຜນການ​ປີ​ລື່ນ​ຄາດ­ໝາຍ 5 ເທົ່າ​ຕົວ ໃນ​ນັ້ນ ມີ​ກິດ­ຈະ­ການ​ສຳ​ປະ­ທານ 9 ຫົວ­ໜ່ວຍ, ກິດ­ຈະ­ການ​ທົ່ວ​ໄປ 485 ຫົວ­ໜ່ວຍ ນອກ​ນັ້ນ ຍັງ​ໄດ້​ຮັບ​ທຶນ​ຊ່ວຍ­ເຫຼືອ​ລ້າ 51 ໂຄງການ, ມີ​ມູນ​ຄ່າ 23,41 ລ້ານ​ໂດ​ລາສະ­ຫະ­ລັດ ຫຼື ເທົ່າ​ກັບ 187,33 ຕື້​ກີບທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້​ລື່ນ​ຄາດ­ໝາຍ 52,88%.
   ການ​ດຸ່ນ​ດຽງ​ງົບ­ປະ­ມານ​ຂອງ​ແຂວງສຳ­ລັບ​ລາຍ​ຮັບ​ປະ­ຕິ­ບັດ​ໄດ້ 55,95 ຕື້ ກີບ​ລື່ນ​ແຜນ­ການ 48,46%, ດ້ານ​ລາຍຈ່າຍ​ປະ­ຕິ­ບັດ​ໄດ້ 434,14 ຕື້​ກີບ​ທຽບໃສ່​ແຜນ­ການ​ຫຼຸດ​ຄາດ­ໝາຍ 16,48% ເຫັນ​ວ່າ​ແຂວງ​ຫົວ­ພັນ​ຍັງ​ຂາດ​ດຸນ​ງົບ​ປະມານ 370,19 ຕື້​ກີບ ສ່ວນ​ການ​ຜະ­ລິດເຂົ້າ​ໄດ້ 107,302 ໂຕນ​ລື່ນ​ຄາດ­ໝາຍ 2,97%, ມີ​ສັດ­ລ້ຽງ​ທັງ​ໝົດ 10.45 ລ້ານ​ໂຕ​ທຽບ­ໃສ່​ແຜນ­ການ​ປີ​ຫຼຸດ​ຄາດໝາຍ19.43%
   ຂະ­ນະ​ທີ່ ການ​ປະ­ຕິ­ບັດ​ບັນ­ດາ​ເປົ້າໝາຍ​ສະ­ຫັດ​ສະ​ຫວັດ​ດ້ານ​ການ​ພັດ​ທະນາ​ຮອດ​ປະ­ຈຸ​ບັນ​ມີ​ຫຼາຍ​ເປົ້າ​ໝາຍ​ສາມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ຕາມ​ແຜນ­ການເປັນ­ຕົ້ນ​ແມ່ນ​ອັດ­ຕາ​ຄວາມ­ທຸກ​ຍາກ​ໄດ້ຫຼຸດ​ລົງ​ຈາກ 37,62% ໃນ​ສົກ​ປີ 2012-2013 ມາ​ເປັນ 30,47%, ອັດ­ຕາ​ຄວາມສະ­ເໝີ­ພາບ​ລະ­ຫວ່າງ​ຍິງ-ຊາຍ​ຊັ້ນ​ມັດທະ​ຍົມ​ປາຍ​ປະ­ຕິ­ບັດ​ໄດ້ 0,7% ທຽບ­ໃສ່ເປົ້າ​ໝາຍ​ທີ 1 ຍັງ​ບໍ່​ທັນ​ບັນ­ລຸ​ຕາມ ຄາດໝາຍ, ເດັກ​ໃນ​ເກນ​ອາ­ຍຸ​ໄດ້​ຮັບ​ການ​ສັກຢາ​ກວມ 90%, ຝາກ​ທ້ອງ​ປະ­ຕິ­ບັດ​ໄດ້ 51% ແລະ ອັດ­ຕາ​ສ່ວນ​ຮ້ອຍ​ກໍ­ລະ­ນີ​ວັນ­ນະ­ໂລກ​ຄົ້ນ​ພົບ​ປະ­ຕິ­ບັດ​ໄດ້ 8,85%.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ