26.12.14

ປ່າ​ສະ­ຫງວນ​ນ້ຳ​ແອດ​ພູ​ເລີຍ ຄວ້າ​ລາ­ງວັນ​ດີ­ເດັ່ນ​ການ­ທ່ອງ­ທ່ຽວ​ໂລກ

  ເປັນ​ປີ​ທີ 2 ຕິດ­ຕໍ່​ກັນ​ທີ່​ແຂວງຫົວ­ພັນ ໄດ້​ລາ­ງວັນ​ລະ­ດັບ​ໂລກ​ດ້ານການ­ທ່ອງ­ທ່ຽວ ຍ້ອນ​ສະ­ເໜ​ຄວາມ​ງົດງາມ​ທາງ​ທຳ​ມະ​ຊາດ​ຂອງ​ປ່າ​ສະ­ຫງວນ ລຽບ​ນ້ຳ​ເນີນ​ແດນ​ແຫ່ງ​ການ​ຜະ­ຈົນ​ໄພເປັນ​ຕົວ​ຊ່ວຍ.
   ສະ­ນັ້ນ ໃນ​ແລງ​ວັນ​ທີ 23 ທັນ­ວາ 2014 ນີ້, ທີ່​ຫໍ​ວັດ­ທະ­ນະ­ທຳ ແຂວງຫົວ­ພັນ ຈິ່ງ​ໄດ້​ຈັດ​ພິ­ທີ​ສະ­ຫຼອງ​ຂັນ​ລາງວັນ​ດີ­ເດັ່ນ​ລະ­ດັບ​ໂລກ​ດ້ານ​ການ​ທ່ອງທ່ຽວ​ທີ່​ມີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ສິ່ງ​ແວດລ້ອມ​ທຳ​ມະ​ຊາດ ແລະ ສັງ­ຄົມ (ແຫຼ່ງ ທ່ອງ​ທ່ຽວ​ທຳ​ມະ​ຊາດ​ນ້ຳ​ເນີນ ເມືອງຫົວ​ເມືອງ) 2 ປີ​ຊ້ອນ​ຄື: ວັນ​ທີ 6 ພະ­ຈິກ 2013 ແລະ ວັນ​ທີ 5 ພະ­ຈິກ 2014 ໃນຫົວ­ຂໍ້: ແຫຼ່ງ​ທ່ອງ​ທ່ຽວ​ຊົມ​ສັດ­ປ່າ​ກາງຄືນ​ລ່ອງ​ນ້ຳ​ເນີນທີ່​ສູນ​ທ່ອງ​ທ່ຽວ​ໂລກ​ທີ່ນະ­ຄອນ­ຫຼວງ​ລອນ​ດອນ ປະ­ເທດ​ອັງ­ກິດ.
   ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ຄຳຮຸ່ງ ເຮືອງ​ວົງ​ສີ ເຈົ້າ­ແຂວງໆ​ຫົວ­ພັນ, ມີ​ບັນ­ດາ​ຫົວ­ໜ້າ-ຮອງ​ຫົວ­ໜ້າ​ພະ​ແນກ ການ​ທີ່​ກ່ຽວ­ຂ້ອງ​ອ້ອມ​ຂ້າງ​ແຂວງ, ຄະນະ​ກອງ​ບັນ­ຊາ​ການ ປກສ, ປກຊ, ເຈົ້າເມືອງ​ທີ່​ມາ​ຈາກ 5 ເມືອງ​ຄື:
ເມືອງ​ຮ້ຽມ, ເມືອງ​ຊ່ອນ, ເມືອງ​ຫົວ​ເມືອງ, ເມືອງຊຳ​ເໜືອ ແລະ ເມືອງ​ແອດ ແລະ ມີ​ເຈົ້າເມືອງ​ທີ່​ມາ​ຈາກ​ເມືອງ​ວຽງ​ຄຳ ເມືອງໂພນ​ໄຊ ແຂວງ​ຫຼວງ​ພະ​ບາງ ແລະ ນາຍບ້ານ​ອ້ອມ​ຂ້າງ​ເຂດ​ປ່າ​ສະ­ຫງວນ​ຈຳນວນ 14 ບ້ານ​ເຂົ້າ​ຮ່ວມ​ນຳ.
   ໃນ​ພິ­ທີ ທ່ານ ເຮືອງ​ສີ ແກ້ວ​ພົມ­ມາ ຮອງ​ຫົວ­ໜ້າ​ພະ​ແນກ​ຊັບ­ພະ­ຍາ­ກອນທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ​ແຂວງ ໄດ້​ຜ່ານ​ບົດ​ສະ­ເໜີກ່ຽວ​ກັບ​ການ​ຄຸ້ມ​ຄອງ​ປ່າ​ສະ­ຫງວນແຫ່ງ​ຊາດ​ນ້ຳ​ແອດ​ພູ​ເລີຍ ຊຶ່ງ​ເຂດ​ປ່າ​ສະ­ຫງວນ​ດັ່ງ­ກ່າວ​ເປັນ​ປ່າ​ສະ­ຫງວນ​ແຫ່ງ​ຊາດ​ແຫ່ງ​ທີ 1 ທີ່​ນອນ​ໃນ  24 ເຂດ​ຂອງ​ປ່າ​ສະ­ຫງວນ​ແຫ່ງ​ຊາດ​ໃນ ສປປ ລາວ​ໄດ້​ຖືກ​ສ້າງ­ຕັ້ງ​ຂື້ນ​ໃນ​ວັນ​ທີ 29 ຕຸ­ລາ 1993 ມີ​ເນື້ອ­ທີ່​ທັງ​ໝົດ 420. 000 ເຮັກ­ຕາ, ກວມ​ເອົາ​ເນື້ອ­ທີ່ 3 ແຂວງ 9 ເມືອງ​ຄື: ແຂວງ​ຫົວ­ພັນ​ກວມ​ເອົາ 5 ເມືອງ​ຄື: ເມືອງ​ແອດ, ເມືອງ​ຊຳ​ເໜືອ, ເມືອງ​ຫົວ​ເມືອງ, ເມືອງ​ຮ້ຽມ ແລະ ເມືອງ​ຊ່ອນ, ແຂວງ​ຫຼວງ​ພະ​ບາງ​ກວມເອົາ 3 ເມືອງ​ຄື: ເມືອງ​ວຽງ​ຄຳ, ເມືອງໂພນ​ໄຊ ແລະ ເມືອງ​ໂພນ​ທອງ, ແຂວງ ຊຽງ​ຂວາງ​ກວມ​ເອົາ 1 ເມືອງ​ຄື: ເມືອງພູ​ກູດ.
   ໃນ​ນີ້ ​ແບ່ງ​ອອກ​ເປັນ 3 ເຂດ​ຄື: ເຂດ​ຫວງ​ຫ້າມ​ເດັດ­ຂາດ, ເຂດ​ເຊື່ອມ​ຕໍ່ມີ​ເນື້ອ­ທີ່ 300.000 ເຮັກ­ຕາ ແລະ ເຂດ ຄຸ້ມ​ຄອງ​ນຳ​ໃຊ້​ມີ 120.000 ເຮັກ­ຕາ.
   ປ່າ​ສະ­ຫງວນ​ນ້ຳ​ແອດ-ພູ​ເລີຍ​ໄດ້ ກາຍ­ເປັນ​ທີ່​ຍອມ­ຮັບ​ຈາກ​ສາ­ກົນ​ວ່າ ເປັນ​ປ່າ​ສະ­ຫງວນ​ທີ່​ອຸ­ດົມ­ສົມ­ບູນ​ໄປ ດ້ວຍ​ຊີ­ວະ​ນາໆພັນ​ເປັນ​ເຮືອນ​ຮັງ​ຂອງຊະ­ນິດ​ພັນ​ສັດ­ປ່າ ແລະ ຊັບ­ພະ­ຍາ­ກອນປ່າ­ໄມ້​ທີ່​ມີ​ຄວາມ​ສຳ­ຄັນ​ຕໍ່​ວົງ​ຄະ­ນາຍາດ​ໃນ​ຂົງ­ເຂດ​ພາກ​ພື້ນ ແລະ ໃນ​ໂລກ, ຍັງ​ເປັນ​ແຫຼ່ງ​ຍອດ­ນ້ຳ​ທີ່​ສຳ­ຄັນ​ຂອງບັນ­ດາ​ເມືອງ​ກໍ​ຄື​ແຂວງ​ທີ່​ມີ ເຂດ​ແດນຕິດ​ຈອດ​ກັນສິ່ງ​ສຳ­ຄັນ​ທີ່​ສຸດ​ເປັນ​ປ່າແຫ່ງ​ດຽວ​ໃນ ສປປ ລາວ ແລະ ເປັນ​ຜືນປ່າ​ແຫ່ງ​ສຸດ​ທ້າຍ​ໃນ​ປະ­ເທດ​ອິນ­ດູ­ຈີນ​ທີ່​ໄດ້​ຢັ້ງ­ຢືນ​ວ່າ​ມີ​ເສືອ­ໂຄ່ງ​ທີ່​ສາ­ມາດ​ຂະຫຍາຍ​ພັນ​ຕາມ​ທຳ​ມະ​ຊາດ​ໄດ້​ພ້ອມ​ທັງ​ເປັນ​ບ່ອນ​ຂະ­ຫຍາຍ​ພັນ​ສັດ​ຊະ­ນິດ​ອື່ນໆ, ເປັນ​ບ່ອນ​ສຶກ​ສາ​ຄົ້ນ­ຄວ້າ ແລະ ຮອງ​ຮັບຕໍ່​ການ​ຫຼຸດ­ຜ່ອນ​ການ​ປ່ຽນ­ແປງ​ດິນ​ຟ້າອາ­ກາດ.
   ອີກ​ດ້ານ​ໜຶ່ງ​ປ່າ​ສະ­ຫງວນ​ແຫ່ງ​ຊາດນ້ຳ​ແອດ-ພູ​ເລີຍ​ຍັງ​ມີ​ທ່າ­ແຮງ​ໃນ​ການ​ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ​ແບບ​ທຳ​ມະຊາດ ຊຶ່ງ​ເປັນ​ແຫຼ່ງ​ລາຍ​ຮັບ​ອັນໜຶ່ງ​ເພື່ອປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນທ້ອງ­ຖິ່ນ​ໃຫ້​ດີ​ຂຶ້ນ.
   ໂອ­ກາດ​ນີ້ ທ່ານ​ຮອງ​ຫົວ­ໜ້າ​ພະ​ແນກຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງແວດ​ລ້ອມ​ແຂວງ​ຍັງ​ໄດ້​ຮຽກ­ຮ້ອງ​ມາ ຍັງ​ອົງ​ການ­ຈັດ­ຕັ້ງ​ຕ່າງໆ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ, ອຳ­ນາດ​ການ​ປົກ­ຄອງທ້ອງ­ຖິ່ນ​ພາຍ​ໃນ​ແຂວງ, ເມືອງ​ທີ່​ກ່ຽວ ຂ້ອງ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໃນສັງ­ຄົມ​ຈົ່ງ​ເປັນ​ເຈົ້າ​ການ​ໃນ​ການ​ຮ່ວມມື ແລະ ສະ­ໜັບ­ສະ­ໜູນ​ຊ່ວຍ­ເຫຼືອ​ແກ່ການ​ຄຸ້ມ​ຄອງ​ປ່າ​ສະ­ຫງວນ​ແຫ່ງ​ຊາດນ້ຳ​ແອດ-ພູ​ເລີຍ​ໃຫ້​ກາຍ­ເປັນ​ປ່າ​ສະຫງວນ​ຕົວ​ແບບ​ໃນ​ປະ­ເທດ ແລະ ພາກພື້ນ ພ້ອມ​ກັນ​ນັ້ນ ກໍ​ໃຫ້­ການ​ຊຸກ­ຍູ້​ສົ່ງເສີມ​ໂຄ­ສະ­ນາ​ການ​ອະ­ນຸ­ລັກ​ຊັບ​ພະ­ຍາກອນ​ທຳ​ມະ​ຊາດ ແລະ ຊີ­ວະ​ນາໆພັນ​ໃຫ້​ສັງ­ຄົມ​ມີ​ຄວາມ​ເຂົ້າ­ໃຈ​ຫຼາຍ​ຂຶ້ນ.
ແຫລ່ງຂ່າວຈາກ: ຫນັງສືພີມເສດຖະກິດ-ສັງຄົມ