19.12.14

ທ່ອງທ່ຽວ​ແຂວງ​ຫົວ­ພັນ​ກຸ້ມ​ຄ່າ​ຮູ້​ປະ­ຫວັດ­ສາດ, ສຶກ​ສາ​ເອ­ກະ­ລັກ

ພາບໜອງປາເມືອງວຽງໄຊ
ແຂວງ​ຫົວ­ພັນ ແມ່ນ​ແຂວງ​ໜຶ່ງ​ຂອງ ປະ­ເທດ​ລາວ​ທີ່​ຕັ້ງ​ຢູ່​ທາງ​ພາກ​ເໜືອຢູ່​ທິດ​ຕະ​ເວັນ​ອອກ­ສຽງ​ເໜືອ​ຂອງ​ແຂວງ​ຊຽງ​ຂວາງຫ່າງ​ຈາກ​ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ມານ 650 ກິ­ໂລ­ແມັດ, ປະ­ຫວັດ­ສາດຂອງ​ສອງ​ແຂວງ​ນີ້ ມີ​ຄວາມ​ຄ້າຍ­ຄື​ກັນ​ພູ­ມີປະ­ເທດ​ເປັນ​ພູ­ເຂົາ​ສະ­ຫຼັບ­ຊັບ­ຊ້ອນພື້ນ​ທີ່ ສ່ວນ​ໃຫຍ່​ເປັນ​ປ່າ­ໄມ້ອາ­ກາດ​ຂ້ອນ​ຂ້າງໜາວ​ປະ­ກອບ​ດ້ວຍ​ຊົນ​ກຸ່ມ​ນ້ອຍ​ກວ່າ 20 ເຜົ່າ​ໄດ້­ແກ່: ລາວ​ລຸ່ມ, ໄທ​ຂາວ, ໄທ​ແດງ, ໄທ​ເໜືອ, ໄທ​ນ້ອຍ, ມົ້ງ, ຂະ​ໝຸ ແລະ ອື່ນໆ; ສ່ວນ​ໃຫຍ່​ໃຊ້​ພາ­ສາ​ຕະ­ກູນ​ພາ­ສາລາວ-ໄຕ, ທິດ­ຕາ­ເວັນ­ອອກ ແລະ ທິດ­ເໜືອຕິດ​ກັບ ສ.ສ ຫວຽດ­ນາມ, ທິດ­ໃຕ້​ຕິດ​ກັບແຂວງ​ຊຽງ​ຂວາງ ແລະ ທິດ­ຕາ­ເວັນ­ຕົກຕິດ​ກັບ​ແຂວງ​ຫຼວງ​ພະ​ບາງ.
   ເມືອງ​ເອກ​ຂອງ​ແຂວງ​ຫົວ­ພັນ​ແມ່ນ ເມືອງ​ຊຳ​ເໜືອ; ມີ​ເນື້ອ­ທີ່​ທັງ​ໝົດ 16.500 ກິ​ໂລ​ຕາ​ແມັດ, ແຂວງ​ຫົວ­ພັນ ມີ​ພົນ­ລະ­ເມືອງ 280.000 ຄົນ ແລະ ປະ­ກອບ​ດ້ວຍ 27 ຊົນ­ເຜົ່າ​ເຊັ່ນ:
ເຜົ່າ​ລາວ​ລຸ່ມ ກວມ​ອັດ­ຕາ​ສ່ວນ 64%, ເຜົ່າ​ມົ້ງ 23%, ເຜົ້າ​ກຶມ​ມຸ 10%, ແລະ ເຜົ່າ​ອື່ນໆ 4% ອາ­ຊີບ​ຕົ້ນ­ຕໍ​ຂອງ​ປະ­ຊາ­ຊົນ​ແຂວງ​ຫົວ­ພັນ ແມ່ນ​ການ​ປູກ­ຝັງ, ລ້ຽງ­ສັດ, ເຮັດ​ໄຮ່, ເຮັດ​ນາ ແລະ ທຳ​ການ​ຄ້າ­ຂາຍ.
   ຫົວ­ພັນ ເປັນ​ແຂວງ​ທີ່​ພູ­ມີ​ປະ­ເທດ​ສ່ວນໃຫຍ່​ເປັນ​ພູ​ດອຍ​ເຕັມ​ໄປ​ດ້ວຍ​ພູ­ຜາ​ປ່າ­ໄມ້, ຫ້ວຍ​ນ້ຳ​ລຳ­ເຊ​ອັນ​ອຸ­ດົມ­ສົມ­ບູນ ໃນ​ນັ້ນ ເມືອງ​ວຽງ​ໄຊ ເປັນ​ເມືອງ​ທີ່​ມີ​ຖ້ຳ​ຫຼາຍ​ແຫ່ງ ຊຶ່ງ​ເປັນ​ຖານ​ທີ່​ໝັ້ນ​ຂອງ​ກອງ​ບັນ­ຊາ​ການທະ­ຫານ​ໃນ​ການ­ເຄື່ອນ­ໄຫວ​ປະ­ຕິ­ວັດ​ໃນ​ລະຫວ່າງ​ສົງ­ຄາມ​ອິນ­ດູ­ຈີນຖ້ຳ​ຕ່າງໆ​ຢູ່​ເມືອງວຽງ​ໄຊ ສາ­ມາດ​ບັນ­ຈຸ​ຄົນ​ໄດ້​ປະ­ມານ 20.000 ຄົນ ນ້ຳ​ແອດ​ພູ​ເລີຍ ເປັນ​ພື້ນ​ທີ່​ສະຫງວນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ­ເທດ​ລາວ, ເປັນພື້ນ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ຊີ­ວະນາໆພັນ ແລະ ກໍ​ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວທາງ​ທຳ​ມະ​ຊາດ​ອີກ​ດ້ວຍ.
   ເມືອງ​ຊຳ​ໃຕ້ ກໍ​ເປັນ​ອີກ​ເມືອງ​ທີ່​ຜະ­ລິດ ຜ້າ­ໄໝ ແລະ ຝ້າຍ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ເຂົາເຈົ້າ​ໃຊ້​ສີ​ທຳ​ມະ​ຊາດ​ໃນ​ການ​ຍ້ອມ​ຜ້າ, ການ​ອອກ​ແບບ ແລະ ການ​ຕໍ່່​າ​ຜ້າ​ແບບ ພື້ນ­ເມືອງ ແຂວງ​ຫົວ­ພັນມີ​ແຫຼ່ງ​ທ່ອງ​ທ່ຽວປະ­ຫວັດ­ສາດ 50 ແຫ່ງ, ໃນ​ນັ້ນ ແຫຼ່ງທ່ອງ​ທ່ຽວ​ວັດ­ທະ­ນະ­ທຳ​ສັງ­ຄົມ 31 ແຫ່ງ.
   ສິ່ງ​ທີ່​ຢັ້ງ­ຢືນ​ໄດ້​ແມ່ນ​ຊາກ​ກະ­ດູກ​ຄົນບູ­ຮານ​ທີ່​ຍັງ​ເຫຼືອ​ຮ່ອງ­ຮອຍ​ຈຳ­ນວນ​ໜຶ່ງໄວ້​ຢູ່​ບົນ​ດິນ­ແດນ​ແຫ່ງ​ນີ້ ໃນ​ປີ 1936 ນັກວັດ­ຖຸ­ບູ­ຮານ​ຄົນ​ຝຣັ່ງ 2 ຄົນ ຊື່​ໂຊ​ແຣງ ແລະ ໂຟຣ​ມາ​ແຊ່ໄດ້​ມາ​ຂຸດ​ຄົ້ນ​ຖ້ຳ​ປ່ອງ (ຖ້ຳ​ຮາງ) ທີ່​ເມືອງ​ວຽງ​ທອງ, ໄດ້​ພົບເຫັນ​ໂຄງ​ກະ­ດູກ​ມະ­ນຸດ​ທີ່​ເກົ່າ​ແກ່ອີກ​ບ່ອນ ໜຶ່ງ​ທີ່​ໄດ້​ພົບ​ເຫັນ​ໃນ​ຂົງ­ເຂດ​ອິນ­ດູ­ຈີນ ນອກຈາກ​ນັ້ນ ກໍ​ມີ​ຫີນ​ຕັ້ງ​ຢູ່​ເມືອງ​ຫົວ​ເມືອງ ຊຶ່ງສັນ­ນິ­ຖານ​ວ່າ​ເປັນ​ສຸ­ສານ​ຂອງ​ຄົນ​ສະ­ໄໝບູ­ຮານ ຫຼື ຫີນ​ທີ່​ຄ້າຍ­ຄື​ຫີນ​ຕັ້ງ​ຢູ່​ວຽງ​ພູ​ແຄ ເມືອງ​ຊຳ​ໃຕ້, ຄົນ​ບູ­ຮານ​ຢູ່​ແຂວງ​ຫົວ­ພັນທຳ​ອິດ​ສັນ­ນິ­ຖານ​ວ່າ​ແມ່ນ​ເຜົ່າ​ເຍຶ້ອຍ ຊຶ່ງ​ນັກວັດ­ຖຸ­ບູ­ຮານ​ສັນ­ນິ­ຖານ​ວ່າ​ເຜົ່າ​ເຍຶ້ອຍ​ນີ້​ແມ່ນ​ຜູ້​ສ້າງ​ຫີນ​ຕັ້ງ­ແຕ່​ຍັງ​ບໍ່​ທັນ​ມີ​ຫຼັກ​ຖານ​ທີ່​ແນ່ນອນ.
  ສຳ­ລັບ​ໃນ​ເທ­ສະ​ບານ​ເມືອງ​ຊຳ​ເໜືອ​ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ອ້ອມຮອບ​ໄປ​ດ້ວຍ​ສາຍ­ພູ, ໃນ​ຕົວ​ເມືອງ​ມີ​ສາຍ​ທາງ​ທີ່​ກໍ່­ສ້າງ​ໄດ້​ມາດ­ຕະ­ຖານ, ສອງ​ຟາກທາງ​ປະ­ກອບ​ໄປ​ດ້ວຍ​ຕຶກ​ອາ­ຄານ​ບ້ານເຮືອນ, ສຳ­ນັກ­ງານ​ຂະ­ແໜງ­ການ​ຕ່າງໆ ມີ​ຕະ­ຫຼາດ​ຫ້າງ​ຮ້ານ​ຂາຍ­ເຄື່ອງ​ສິ່ງ​ສາ​ທາລະ​ນຸ​ປະ​ໂພກ​ຕ່າງໆ.
   ກ່າວ​ກັນ​ວ່າ ແຕ່​ກ່ອນ​ຊຳ​ເໜືອ​ເປັນ​ພຽງ ບ້ານ​ນ້ອຍ​ແຫ່ງ​ໜຶ່ງ​ເອີ້ນ​ກັນ​ວ່າ “ບ້ານ​ບວມສົມ” ເນື່ອງ​ຈາ​ກວ່າ​ເປັນ​ບວມ​ໄມ້​ສົມ​ຕໍ່​ມາກໍ​ເອີ້ນ​ວ່າ “ເມືອງ​ຊຳ” ຕາມ​ຊື່​ຂອງ​ແມ່­ນ້ຳຊຳ​ໄຫຼ​ຜ່ານ, ສ່ວນ​ບ້ານ​ຢູ່​ແຖວ​ແມ່­ນ້ຳ​ຊຳຕອນ​ເໜືອ​ເອີ້ນ​ວ່າ “ຊຳ​ເໜືອ” ສ່ວນ​ບ້ານທີ່­ຢູ່​ນ້ຳ​ຊຳ​ຕອນ​ໃຕ້ ກໍ​ເອີ້ນ​ວ່າ “ບ້ານ​ຊຳ ໃຕ້”.
   ແຂວງ​ຫົວ­ພັນ ນອກ­ຈາກ​ຈະ​ມີ​ປະ­ຫວັດທີ່​ເກົ່າ​ແກ່​ແລ້ວ, ຍັງ​ມີ​ປະ­ຫວັດ​ຄວາມ​ເປັນ​ມາ​ອັນ​ຍາວ​ນານ​ຕິດ​ພັນ​ກັບ​ປະ­ຫວັດ­ສາດມູນ­ເຊື້ອ​ແຫ່ງ​ການ​ຕໍ່­ສູ້​ປະ­ຕິ­ວັດ ປະ­ຊາ­ຊົນ ໃນ​ແຂວງ​ຫົວ­ພັນ​ມີ​ຄວາມ​ສະ­ໝານ​ສາ­ມັກ­ຄີ​ອັນ​ໜຽວ​ແໜ້ນ, ມີ​ວັດ­ທະ­ນະ­ທຳ​ຂະ​ນົບ​ທຳ­ນຽມ​ປະ­ເພ­ນີ​ອັນ​ດີ­ງາມ, ມີ​ນ້ຳ­ໃຈ​ຮັກ​ຊາດຮັກ​ບ້ານ​ເກີດ​ເມືອງ​ນອນ, ມີ​ນ້ຳ­ໃຈ​ຕໍ່­ສູ້​ອັນເດັດ­ດ່ຽວ​ໜຽວ​ແໜ້ນ, ຖື​ເປັນ​ດິນ­ແດນ​ທີ່​ຫຼໍ່ ຫຼອມ​ນັກ­ຮົບ​ປະ­ຕິ­ວັດ​ບໍ່​ຈັກ​ວ່າ​ເທົ່າ­ໃດ​ຄົນມາ​ແລ້ວ​ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ​ທີ່​ກຳ ລັງ​ປະ­ຕິ­ວັດ​ໄດ້​ຂະ­ຫຍາຍ­ຕົວ​ຈົນ​ສາ­ມາດ​ປົດ​ປ່ອຍ​ອອກ​ຈາກ​ການ​ຄອບ​ງຳ​ຂອງ​ຈັກ­ກະ­ພັດ, ຈາກ​ນັ້ນ​ສູນ​ກາງ​ກໍ​ຖື​ເອົາ​ຊຳ​ເໜືອເປັນ​ບ່ອນ​ທົດ​ສອບ​ທຸກ​ແນວ­ທາງ​ນະ​ໂຍບາຍ​ຂອງ​ພັກ ເພື່ອ​ສັງ​ລວມ​ບົດ­ຮຽນ​ໃນການ​ຊີ້​ນຳ​ທົ່ວ​ປະ­ເທດ ສະ­ນັ້ນ ເຂດ​ປົດປ່ອຍ​ຈິ່ງ​ຂະ­ຫຍາຍ ແລະ ເປີດ​ກວ້າງ​ໃນທຸກ​ຂົງ­ເຂດ​ວຽກ​ງານ​ເຊັ່ນ: ວຽກ​ງານກໍ່­ສ້າງ​ຮາກ​ຖານ​ເສດ­ຖະ­ກິດ-ສັງ­ຄົມ ຊຶ່ງທັງ​ໝົດ​ນັ້ນ​ແມ່ນ​ຜົນ­ງານ ແລະ ກຽດ​ສັກສີ, ຄຸນ­ງາມ­ຄວາມ­ດີ​ທີ່​ປະ­ຊາ­ຊົນ​ບັນ­ດາເຜົ່າ​ຊາວ​ແຂວງ​ຫົວ­ພັນ​ຍາດ​ມາ​ໄດ້​ນັບ ແຕ່ປະ­ເທດ​ລາວ​ໄດ້​ຮັບ​ການ​ປົດ​ປ່ອຍ ປະ­ຈຸ​ບັນ ແຂວງ​ຫົວ­ພັນ​ກໍ​ໄດ້​ສືບ­ຕໍ່​ພັດ­ທະ­ນາ​ມາ​ຢ່າງບໍ່​ຢຸດ​ຢັ້ງ ໂດຍ​ຖື​ເອົາ​ວຽກ​ງານ​ປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ​ເພື່ອ​ສ້າງເງື່ອນ­ໄຂ​ໃຫ້​ແຂວງ​ຫົວ­ພັນມີ​ຄວາມ​ສະ­ຫງົບ ແລະ ຖື​ເອົາ​ວຽກ​ງານ​ປູກ­ຝັງ-ລ້ຽງ­ສັດ ແລະ ການ​ຄ້າ­ຂາຍ​ເພື່ອ​ສ້າງ​ຄວາມ​ຮັ່ງ­ມີ ແລະ ເຂັ້ມ­ແຂງ​ທາງ​ດ້ານ​ເສດ­ຖະ­ກິດ​ເຮັດ​ໃຫ້ບ້ານ​ເມືອງ​ມີ​ຄວາມ​ຈະ­ເລີນ​ຮຸ່ງ­ເຮືອງ ແລະ ປະ­ຊາ­ຊົນ​ມີ​ຊີ­ວິດ​ການ​ເປັນ​ຢູ່​ທີ່​ອີ່ມ​ໜຳ​ສຳລານ, ຊີ­ວິດ​ວັດ­ທະ­ນະ­ທຳ​ຂອງ​ຊາວ​ແຂວງຫົວ­ພັນ ມີ​ຫຼາຍ​ຢ່າງ​ທີ່​ໜ້າ​ສົນ­ໃຈ​ເມື່ອ​ເຫັນ ແລ້ວ​ຈະ​ຮູ້­ສຶກ​ປະ​ທັບ​ໃຈ.
   ດ້ວຍ​ຈຸດ​ພິ­ເສດ​ຂອງ​ວາດ­ຊົງ​ແບບ­ແຜນການ​ດຳ­ລົງ​ຊີ­ວິດ​ທີ່​ນິ້ມ​ນວນ​ອ່ອນ​ຫວານ ໂດຍ​ພື້ນ­ຖານ​ຮີດ­ຄອງ​ປະ­ເພ­ນີ​ວັດ­ທະ­ນະ ທຳ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ທີ່​ເປັນ​ເອ­ກະລັກ​ສະ­ເພາະ​ແບບ​ພື້ນ­ເມືອງ​ຂອງ​ແຂວງ​ບໍ່​ວ່າ​ຈະ​ປະ­ເພ­ນີ​ການ​ເຮັດ­ບຸນ​ສິນ​ກິນ​ທານ, ປະ­ເພ­ນີ​ການ​ນຸ່ງ​ຖື ແລະ ພິ­ເສດ​ແມ່ນ​ການຂັບ​ຊຳ​ເໜືອ​ທີ່​ເປັນ​ເອ­ກະ­ລັກ​ສະ­ເພາະ​ປະຈຳ​ແຂວງ​ຫົວ­ພັນຕະ­ຫຼອດ​ຮອດ​ອາ­ຫານການ​ກິນ​ເຊັ່ນ: ໜັງ​ຍຳ, ແຈ່ວ​ປາ​ບ້ຳ, ຊຶ່ງເປັນ​ອາ­ຫານ​ພື້ນ­ເມືອງ​ທີ່​ໃຜໆ​ມາເຖິງ​ຖິ່ນ​ຊຳເໜືອ​ກໍ​ຕ້ອງ​ໄດ້​ຊອກ​ຫາ​ຊື້​ນຳເພື່ອ​ເປັນ​ຂອງຕ້ອນ​ຂອງ­ຝາກ​ໃຫ້​ແກ່​ຄອບ­ຄົວ ຫຼື ຍາດຕິ​ພີ່­ນ້ອງ​ຂອງ​ຕົນ ຊຶ່ງ​ເຊື່ອ​ວ່າ­ຄວາມ​ເປັນ​ເອ­ກະ­ລັກ​ຂອງ​ແຂວງ​ຫົວ­ພັນ​ຈະ​ເປັນ​ທີ່​ປະ​ທັບໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ.

<<< ເໝືອນ​ດັ່ງ​ຄຳ​ຂວັນ​ປະ­ຈຳ​ແຂວງທີ່​ວ່າ >>>

“ ແຂວງ​ຫົວ­ພັນ ງົດ​ງານ​ມີ​ພູ­ຜາ ນ້ຳ​ມ້າ ສ່ອງ​ໃສ ວຽງ​ໄຊ​ປະ­ຫວັດ­ສາດຜ້າ​ໃໝ ຊຳ​ໃຕ້ ຫີນ​ຕັ້ງ​ຫົວ​ເມືອງ ຖິ່ນ​ພູ​ສາມ​ເຊົ່າ ຄົກ​ເຂົ້າ​ນ້ຳ​ລິນ ແຜ່ນ­ດິນ​ວີ­ລະ​ຊົນ ”
ຄັດຈາກ: ຄໍລຳທ່ອງທ່ຽວໄດ້ປະໂຫຍດຂອງໜັງສືພີມເສດຖະກິດ-ສັງຄົມ