30.1.15

ວຽກງານ 3 ສ້າງ ເຮັດໃຫ້ບ້ານສົບຮາວ, ເມືອງສົບເບົາ, ແຂວງຫົວພັນໄດ້ຮັບການພັດທະນາດີຂື້ນ

 ບ້ານສົບຮາວ ແມ່ນບ້ານໜຶ່ງທີ່ຂຶ້ນກັບເມືອງສົບເບົາ ແຂວງຫົວພັນ ແລະ ເປັນໜຶ່ງໃນຈຳນວນ 2 ບ້ານທີ່ຖືກ ຄັດເລືອກໃນການຈັດຕັ້ງ ປະຕິ ບັດເຮັດທົດລອງວຽກງານສາມ ສ້າງຂອງຈຳນວນບ້ານທັງໝົດ 67 ບ້ານຂອງເມືອງ ຊຶ່ງຫ່າງ ຈາກເທດສະບານເມືອງປະ ມານ 20 ກິໂລແມັດ, ມີ 130 ຄອບຄົວ, ມີພົນລະເມືອງທັງ ໝົດ 678 ຄົນ, ຍິງ 366 ຄົນ ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນເຮັດນາ ແລະ ລ້ຽງສັດ; ບ້ານດັ່ງກ່າວເປັນບ້ານທີ່ຕັ້ງຢູ່ ລຽບຕາມແຄມນ້ຳມ້າ ແລະ ລຽບຕາມແຄມທາງໄປສູ່ຊາຍ ແດນສົມຫວັງ - ແຕ່ນຕັນ ຊຶ່ງ ເປັນດ່ານທ້ອງຖິ່ນລະຫວ່າງລາວ - ຫວຽດນາມ ທີ່ຫ່າງຈາກບ້ານໄປປະມານ 7 ກິໂລແມັດ ແລະ ເປັນບ້ານໜຶ່ງທີ່ມີຄວາມເຂັ້ມແຂງທາງ ດ້ານການເມືອງ, ວຽກງານປ້ອງກັນຊາດ - ປ້ອງ ກັນຄວາມສະຫງົບ, ສະແດງ ອອກໃຫ້ເຫັນຢູ່ບ່ອນວ່າ:
ປະ ຊາຊົນມີຄວາມຕື່ນຕົວທາງ ດ້ານການເມືອງສູງ ເປັນບ້ານທີ່ມີທ່າແຮງໃນການຜະລິດ ເຊັ່ນ: ການປູກຝັງ - ລ້ຽງສັດ, ການບໍລິການ ແລະ ການຄ້າ ຂາຍມີເນື້ອທີ່ທຳ ການຜະລິດ ທັງໝົດ 99 ເຮັກຕາ.
   ທ່ານ ດາວທອງ ເລຂາພັກ ບ້ານ, ນາຍບ້ານສົບຮາວ ໄດ້ ກ່າວໃຫ້ຮູ້ວ່າ: ຜ່ານການຈັດຕັ້ງ ປະຕິບັດວຽກງານສາມສ້າງໃນ ໄລຍະທີ່ຜ່ານມາ, ບ້ານດັ່ງກ່າວ ມີຫຼາຍອັນພົ້ນເດັ່ນໃນການພັດ ທະນາທີ່ກ້າວໄວ ຖ້າທຽບໃສ່ ເວລາຍັງບໍ່ທັນເປັນບ້ານທົດ ລອງສາມສ້າງ. ຍ້ອນວ່າປະຊາ ຊົນພາຍໃນບ້ານທຸກຄອບຄົວ ໄດ້ເຊື່ອມຊຶມມະຕິ 03 ຂອງ ກົມການເມືອງສູນກາງພັກ ພ້ອມທັງໄດ້ຈັດຕັ້ງປັບປຸງອຳ ນາດການປົກຄອງບ້ານ ແລະ ບັນດາອົງການຈັດຕັ້ງຕ່າງໆ ພາຍໃນບ້ານ; ໄດ້ສຳເລັດການ ຝຶກອົບຮົມຄວາມຮູ້ພື້ນຖານ ທາງດ້ານການເມືອງ - ການ ປົກຄອງ ແລະ ການສ້າງບ້ານ ພັດທະນາ ຕາມເນື້ອໃນເອກະ ສານທີ່ໄດ້ນຳມາເຜີຍແຜ່ຄື: ວຽກງານລະບອບການເມືອງ - ການປົກຄອງ ໃນລະບອບປະ ຊາທິປະໄຕປະຊາຊົນ, ຍົກສູງ ຄວາມສາມາດນຳພາຂອງ ໜ່ວຍພັກ, ສ້າງໜ່ວຍພັກເຂັ້ມ ແຂງຮູ້ນຳພາຮອບດ້ານ, ການ ສ້າງບ້ານເປັນຫົວໜ່ວຍພັດທະ ນາ, ເອກະສານແກ້ໄຂຄວາມ ທຸກຍາກ. ພ້ອມນີ້ກໍໄດ້ຮັບອະ ນຸຍາດແຜນງົບປະມານເງິນທີ່ ຈະນຳມາພັດທະນາບ້ານຈຳ ນວນ 1 ຕື້ກີບ ຈາກລັດຖະບານ ພ້ອມທັງໄດ້ຮັບສິນເຊື່ອຈາກ ທະນາຄານນະໂຍບາຍ ສາຂາ ເມືອງຊຽງຄໍ້ ມາປ່ອຍສິນເຊື່ອ ໃຫ້ປະຊາຊົນພາຍໃນບ້ານໄດ້ ມີທຶນຮອນເຂົ້າໃນການຜະລິດ ຈຳນວນ 405 ລ້ານກີບ ແລະ ປ່ອຍໃຫ້ສະເພາະ 3 ກຸ່ມການ ຜະລິດກະສິກຳປູກຝັງ - ລ້ຽງ ສັດຈຳນວນ 519 ລ້ານກີບ.
   ຜ່ານການປະຕິບັດຕົວຈິງໄດ້ເຮັດໃຫ້ປະຊາຊົນມີຄວາມບຸກບືນສູ້ຊົນຕໍ່ການຜະລິດຕ່າງໆ ເປັນຕົ້ນແມ່ນກຸ່ມປູກສາລີ, ຊຶ່ງສາມາດປູກສາ ລີໄດ້ສະ ເລ່ຍແລ້ວຄອບຄົວໜຶ່ງໄດ້ 50 ໂຕນ, ຂາຍໃນລາຄາ 1.500.000 ກີບ/ໂຕນ ແລະ ປູກເຂົ້າສະເລ່ຍຕໍ່ຫົວຄົນປະ ມານ 636 ກິໂລກຣາມຕໍ່ຄົນຕໍ່ ປີ. ການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ ສາມາດເຮັດໃຫ້ ປະຊາຊົນມີຜົນຜະລິດຫຼາຍ ຂຶ້ນ ສ່ວນໜຶ່ງແຮເອົາໄວ້ກິນ ພາຍໃນຄອບຄົວ, ສ່ວນທີ່ເຫຼືອ ນຳໄປຂາຍລຽບຕາມຊາຍ ແດນ, ຊຶ່ງໄດ້ເຮັດໃຫ້ປະຊາຊົນ ມີລາຍຮັບເພີ່ມຂຶ້ນເປັນກ້າວໆ ສະເລ່ຍລາຍຮັບຕໍ່ຄົນຕໍ່ປີປະ ມານ 4.960.000 ກີບ. ນອກ ຈາກທີ່ກ່າວມານັ້ນອັນທີ່ພົ້ນ ເດັ່ນກວ່າໝູ່ແມ່ນໄດ້ເຮັດສຳ ເລັດໂຄງການສ້າງນ້ຳລິນຢູ່ ບ້ານໃນມູນຄ່າ 800.004.400 ກີບ ຈາກຂະແໜງສາທາລະ ນະສຸກ, ໂຄງການຈັດສັນບ້ານ ແລະ ອອກໃບຕາດິນຖາວອນ ໃຫ້ປະຊາຊົນພາຍໃນບ້ານສຳ ເລັດ 100% ລວມມູນຄ່າ 20.846.500 ກີບ ຈາກຫ້ອງ ການແຜນການ ແລະ ການລົງ ທຶນຂອງເມືອງສົບເບົາ.
   ທ່ານຍັງໄດ້ກ່າວຕື່ມອີກ ວ່າ: ຄຽງຄູ່ກັນນີ້ໃນອະນາຄົດ ອັນມໍ່ໆນີ້, ບ້ານຍັງໄດ້ສົມທົບ ກັບເມືອງ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເພື່ອສ້າງແຜນພັດ ທະນາຫຼາຍໆໂຄງການເຊັ່ນ: ໂຄງການກໍ່ສ້າງໂຮງຮຽນມັດທະ ຍົມສົມບູນບ້ານເປັນທຶນຈາກ ຂະແໜງສຶກສາ ແລະ ກິລາໃນ ມູນຄ່າ 2.258.473.826 ກີບ; ໂຄງການອອກແບບແຜນຜັງ ໂດຍແມ່ນທຶນຈາກຂະແໜງ ການໂຍທາທິການ ແລະ ຂົນ ສົ່ງຈຳນວນ 66.000.000 ກີບ; ໂຄງການກໍ່ສ້າງສະໂມສອນ ບ້ານ ແລະ ໂຄງການກໍ່ສ້າງ ຫ້ອງການບ້ານ ແມ່ນເປັນທຶນ ຈາກຂະແໜງຊັບພະຍາກອນ ນ້ຳ ແລະ ສິ່ງແວດລ້ອມ, ຊຶ່ງ ບັນດາໂຄງການເຫຼົ່ານັ້ນຈະໃຫ້ ສຳເລັດໃນໄວໆນີ້ ເພື່ອເຮັດໃຫ້ ມະຕິສາມສ້າງທີ່ໄດ້ວາງໄວ້ ນັ້ນໃຫ້ໄດ້ຮັບຜົນສຳເລັດຢ່າງ ຈົບງາມ.
ຂ່າວຈາກ: ໜັງສືພີມປະຊາຊົນ