28.1.15

ເຊັນສັນຍາໂຄງການກໍ່ສ້າງຕາຂ່າຍໄຟຟ້າຢູ່ ແຂວງຫົວພັນ ແລະ ແຂວງສາລະວັນ

 ພິທີເຊັນສັນຍາຮັບ ເໝົາກໍ່ສ້າງໂຄງການກໍ່ສ້າງຕາ ຂ່າຍໄຟຟ້າແຮງກາງ 22 ກິໂລ ໂວນ (KV), ແຮງຕ່ຳ 0,4 KV ແລະ ຕິດຕັ້ງໝໍ້ ແປງໄຟຟ້າເຂົ້າ 61 ບ້ານຢູ່ຊຳໃຕ້, ເມືອງກັວນ ແຂວງຫົວພັນ ແລະ ເຂົ້າ 80 ບ້ານຢູ່ 2 ເມືອງພູດອຍຄື: ເມືອງຕະໂອ້ຍ ແລະ ເມືອງສະ ໝ້ວຍ ແຂວງສາລະວັນ ລະຫວ່າງເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງໄດ້ຈັດຂຶ້ນໃນ ວັນທີ 23 ມັງກອນຜ່ານມານີ້ ທີ່ນະຄອນ ຫຼວງວຽງຈັນ.
   ຮ່ວມລົງນາມໃນສັນຍາດັ່ງກ່າວ, ຝ່າຍເຈົ້າຂອງໂຄງການມີທ່ານ ດຣ. ພອນວິໄລ ເພັງດາລາຈັນ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ຂອງ ແຂວງຫົວພັນ, ທ່ານ ບຸນມາ ແກ້ວອ່ອນສາ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ ແຂວງ ສາລະວັນ, ທ່ານ ກອນທອງ ພູ ນິຄົມ ຮອງຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ ແຮ່, ສ່ວນຜູ້ຮັບເໝົາກໍ່ສ້າງມີ ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍ ການບໍລິສັດ
ເພັດໄລພອນ ກຣຸບ ຈຳກັດ.
   ໂດຍມີທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະ ຊວງກະສິກຳ - ປ່າໄມ້,ທ່ານ ຄຳພັນ ເຜີຍຍະວົງ ລັດຖະມົນຕີ ຊ່ວຍວ່າການ ຮອງຫົວໜ້າຫ້ອງ ວ່າການລັດຖະບານ, ບັນດາ ລັດຖະມົນຕີຊ່ວຍວ່າການກະ ຊວງແຜນການ ແລະ ການລົງ ທຶນ, ກະຊວງພະລັງງານ - ບໍ່ ແຮ່, ບັນດາຮອງເຈົ້າແຂວງຫົວ ພັນ ແລະ ແຂວງສາລະວັນ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ. ສຳລັບໂຄງການກໍ່ສ້າງ ຕາຂ່າຍໄຟຟ້າແຮງກາງ, ແຮງ ຕ່ຳ ແລະ ຕິດຕັ້ງໝໍ້ແປງໄຟຟ້າ ຢູ່ເມືອງຊຳໃຕ້ ແລະ ເມືອງ ກັວນ ແຂວງຫົວພັນ ກວມເອົາ 61 ບ້ານ ປະກອບມີ 2.130 ຄົວເຮືອນ ຊຶ່ງມີພົນລະເມືອງ 16.410 ຄົນ ໄດ້ຮັບຜົນປະ ໂຫຍດ, ບັນດາໜ້າວຽກທີ່ຈະ ຕ້ອງປະຕິບັດຕາມສັນຍາຮັບ ເໝົາກໍ່ສ້າງມີດັ່ງນີ້: ກໍ່ສ້າງ ແລະ ຕິດຕັ້ງຕາຂ່າຍໄຟຟ້າແຮງດັນ ກາງ 22 KV ຍາວທັງໝົດ 246,2 ກິ ໂລແມັດ (km), ກໍ່ສ້າງ ແລະ ຕິດຕັ້ງຕາຂ່າຍໄຟຟ້າແຮງດັນ ຕ່ຳ 0,4 KV ຍາວທັງໝົດ 62,6 km, ຕິດຕັ້ງໝໍ້ແປງໄຟຟ້າທັງ ໝົດ 55 ປ້ອມ ມີກຳລັງຕິດຕັ້ງ 3.930 KVA ລວມມູນຄ່າໂຄງ ການຕາມສັນຍາ 214,062 ຕື້ ກວ່າກີບ.
   ສ່ວນໂຄງການກໍ່ສ້າງຕາ ຂ່າຍໄຟຟ້າແຮງກາງ, ແຮງຕ່ຳ ແລະ ຕິດຕັ້ງໝໍ້ແປງໄຟຟ້າຢູ່ 2 ເມືອງພູດອຍ (ເມືອງຕະໂອ້ຍ  ແລະ ເມືອງສະໝ້ວຍ) ແຂວງ ສາລະວັນກວມເອົາ 80 ບ້ານ ບັນດາໜ້າວຽກທີ່ຈະປະຕິບັດ ຕາມສັນຍາຮັບເໝົາຢູ່ເມືອງ ຕະໂອ້ຍປະກອບມີ: ກໍ່ສ້າງຕາ ຂ່າຍໄຟຟ້າແຮງດັນກາງ 22 KV ມີຄວາມຍາວທັງໝົດ 174 ກິໂລແມັດ, ກໍ່ສ້າງຕາຂ່າຍ ໄຟຟ້າ 0,4 KV ມີຄວາມຍາວ ທັງໝົດ 91,9 ກິໂລແມັດ, ຕິດ ຕັ້ງໝໍ້ແປງໄຟຟ້າ 63 ຊຸດ; ຢູ່ເມືອງສະໝ້ວຍ ກໍ່ສ້າງຕາ ຂ່າຍ ໄຟຟ້າແຮງດັນກາງ 22 KV ຍາວທັງໝົດ 108 ກິໂລ ແມັດ, ກໍ່ສ້າງຕາຂ່າຍໄຟຟ້າ ແຮງດັນຕ່ຳ 0,4 KV ຍາວ ທັງໝົດ 45,5 ກິໂລແມັດ, ຕິດຕັ້ງໝໍ້ແປງໄຟຟ້າ 38 ຊຸດ ຊຶ່ງທັງ 2 ເມືອງດັ່ງກ່າວມີມູນ ຄ່າໂຄງການຕາມສັນຍາທັງ ໝົດ 221,09 ຕື້ກວ່າກີບ. ສ່ວນ ການຕິດຕັ້ງໄຟຟ້າເຂົ້າເຮືອນ ປະຊາຊົນໃນຂອບເຂດໂຄງ ການຈຳນວນ 80 ບ້ານ ເມືອງ ຕະໂອ້ຍ ແລະ ເມືອງສະໝ້ວຍ ແຂວງສາລະວັນ ແມ່ນທາງເຈົ້າ ຂອງໂຄງການ ແລະ ຜູ້ຮັບເໝົາ ຈະຮ່ວມກັນເຈລະຈາປຶກສາ ຫາລືຕາມຄວາມເປັນຈິງອີກ ເທື່ອໜຶ່ງຕື່ມອີກ.
  ສຳລັບໄລຍະກໍ່ສ້າງທັງ 2 ສັນຍາ ແມ່ນຈະໃຫ້ສຳເລັດພາຍໃນ 36 ເດືອນນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ຂ່າວຈາກ: ໜັງສືພີມປະຊາຊົນ