3.2.15

17 ປີ ແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງເມືອງສົບເບົາ, ແຂວງຫົວພັນ

 ເມືອງສົບເບົາເປັນໜຶ່ງໃນຈຳນວນ 10  ເມືອງຂອງແຂວງຫົວພັນຫ່າງຈາກເທສະ ບານແຂວງຫົວພັນ 85 ກິໂລແມັດ, ໄດ້ເລີ່ມ ສ້າງຕັ້ງຂຶ້ນໃນວັນທີ 10 ຕຸລາ 1997 ຊຶ່ງໄດ້ ແຍກອອກຈາກເມືອງຊຽງຄໍ້ມີເນື້ອທີ່ທັງໝົດ 1.494 ຕາແມັດ ເປັນເມືອງພູດອຍ, ມີພົນລະເມືອງທັງໝົດ 25.852 ຄົນ, ມີ 67 ບ້ານ, 4.362 ຄົວເຮືອນປະກອບມີ 3 ຊົນເຜົ່າອາ ໄສຢູ່ຮ່ວມກັນຄື: ເຜົ່າລາວລຸ່ມກວມ 61,19%, ເຜົ່າມົ້ງກວມ 33,81%ແລະເຜົ່າກຶມມຸກວມເອົາ5%ຂອງພົນລະເມືອງທັງໝົດມີພາສາປາກເວົ້າ,ແບບແຜນການດຳລົງຊີວິດ, ຮີດ ຄອງປະເພນີ ແລະ ວັດທະນະທຳທີ່ແຕກຕ່າງ ກັນ.
    ຜ່ານຂະບວນວິວັດແຫ່ງການພັດທະນາ ແລະ ພາຍໃຕ້ການຊີ້ນຳໆພາຂອງອົງຄະນະ ພັກເມືອງ ແລະ ອຳນາດການປົກຄອງຂັ້ນບ້ານ ບວກໃສ່ຄວາມດຸໝັ່ນຂະຫຍັນພຽນຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນໄລຍະ 17 ປີຜ່ານມາ ເມືອງສົບເບົາໄດ້ມີການຂະຫຍາຍຕົວຢ່າງ ໄວວາພໍສົມຄວນເຮືອນຊານບ້ານຊ່ອງຂອງ ປະຊາຊົນຈາກເຮືອນມຸງຫຍ້າ ຝາກໄມ້ເຮ້ຍໃນເມື່ອກ່ອນປະຈຸບັນນີ້ມີເຮືອນຖາວອນ
1.135 ຫຼັງຄາ, ເຄິ່ງຖາວອນ 1.395 ຫຼັງ ແລະ ເຮືອນ ໄມ້ 1.832 ຫຼັງ. ສຳນັກງານຫ້ອງການກໍໄດ້ ຮັບການຈັດສັນ ແລະ ສ້າງຂຶ້ນຢ່າງເປັນລະ ບຽບຮຽບຮ້ອຍສວຍງາມນັບແຕ່ສ້າງຕັ້ງ ເມືອງສົບເບົາເປັນຕົ້ນມາອົງຄະນະພັກເມືອງກໍໄດ້ເອົາໃຈໃສ່ຊີ້ນຳໆພາວຽກງານຕ່າງໆ ເປັນຕົ້ນແມ່ນບັນຫາການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໂດຍຕິດພັັນກັບການຈັດຕັ້ງປະຕິບັດແຜນງານຢຸດຕິການຖາງປ່າເຮັດໄຮ່ໂດຍການຈັດສັນອາຊີບຄົງທີ່ໃຫ້ປະຊາຊົນປະຕິບັດຕາມແຜນງານບຸລິມະ ສິດຂອງລັດຖະບານລາວວາງອອກ.
    ມາຮອດປະຈຸບັນນີ້ທົ່ວເມືອງຫຼຸດພົ້ນອອກ ຈາກຄວາມທຸກຍາກໄດ້ແລ້ວ 3.786 ຄອບ ຄົວ, ເທົ່າກັບ 86,80%, ໄດ້ຢຸດຕິການຖາງ ປ່າເຮັດໄຮ່ແບບເລື່ອນລອຍ, ຢຸດຕິການປູກ ຝິ່ນໄດ້ 100% ຫັນມາເຮັດໄຮ່ປູກເຂົ້າແບບ ໝູນວຽນໂດຍເລັງໃສ່ບາງທ່າແຮງຄື: ການ ປູກສາລີເຫຼືອງ, ລ້ຽງສັດ, ປູກໄມ້ໃຫ້ໝາກ, ຕ່ຳຫູກທໍໄໝ ແລະຫັດຖະກຳຈັກສານອື່ນໆ.ໃນປີ2014ທົ່ວເມືອງລວມຍອດຜະລິດຕະພັນໄດ້ ທັງໝົດ 120 ຕື້ກວ່າກີບ, ສະເລ່ຍໃສ່ພົນລະ ເມືອງ 4,6 ລ້ານກວ່າກີບຕໍ່ຄົນຕໍ່ປີ, ມີເນື້ອທີ່ນາ ປີທັງໝົດ 1.868,60 ເຮັກຕາ ຜະລິດເຂົ້າໄດ້ 9.290 ກວ່າໂຕນ, ເນື້ອທີ່ນາແຊງ 634,60ເຮັກຕາ ຜະລິດເຂົ້າໄດ້ 2.719 ໂຕນ ສະເລ່ຍໃສ່ຫົວຄົນຜູ້ໜຶ່ງໄດ້ຮັບເຂົ້າເປືອກ 464 ກິໂລ ຕໍ່ຄົນຕໍ່ປີ ແລະ ສາມາດຂາຍເປັນສິນຄ້າຈຳ ນວນໜຶ່ງ ພາຍໃນເມືອງໄດ້ຊົມໃຊ້ໄຟຟ້າ 52 ບ້ານ, ມີລົດໃຫຍ່ ແລະ ລົດນ້ອຍ 184 ຄັນ, ໃນນີ້ ລົດຈັກ 3.500 ຄັນ, ມີລົດໄຖນາເດີນ ຕາມ 1.560 ຄັນ, ມີຮ້ານຂາຍເຄື່ອງ 200 ກວ່າຮ້ານ, ມີຕະຫຼາດຂາຍເຄື່ອງ 5 ແຫ່ງ, ດ້ານການສຶກສາເດັກໃນເກນອາຍຸໄດ້ເຂົ້າໂຮງ ຮຽນ 100%, ວຽກງານສາທາລະນະສຸກມີ ໂຮງໝໍ 1 ແຫ່ງ, ສຸກສາລາ 5 ແຫ່ງ, ມີຕູ້ຢາ ປະຈຳບ້ານ 49 ຕູ້, ມີບ້ານສາທາລະນະສຸກ 30 ກວ່າບ້ານ, ບ້ານວັດທະນະທຳ 53 ບ້ານ ແລະ ມີສະຖານີຮັບສົ່ງໂທລະພາບ 100 ວັດ 1 ແຫ່ງ, ທົ່ວເມືອງມີພະນັກງານລັດຖະກອນທັງ ໝົດ 663 ຄົນ, ຍິງ 264 ຄົນ, ມີຄະນະພັກ 21 ສະຫາຍ, ມີ 6 ຮາກຖານພັກ, ມີ 79 ໜ່ວຍພັກ, ມີສະມາຊິກພັກທັງໝົດ 1.114 ສະຫາຍ, ມີ ໜ່ວຍພັກແຂງຮູ້ນຳພາຮອບດ້ານ 59 ໜ່ວຍ.
    ໃນຕໍ່ໜ້າຄະນະພັກເມືອງສົບເບົາຈະສຸມໃສ່ ປຸກລະດົມປະຊາຊົນບັນດາເຜົ່າປູກພືດເປັນສິນ ຄ້າ, ລ້ຽງສັດໃຫຍ່, ສັດນ້ອຍ, ຕໍ່າຫູກທໍໄໝແລະຫັດຖະກຳຈັກສານຕ່າງໆເພື່ອແກ້ໄຂຄວາມທຸກຍາກໃຫ້ໄດ້ໂດຍພື້ນຖານເຮັດໃຫ້ເມືອງສົບເບົາມີສະຖຽນລະພາບທາງດ້ານ ການເມືອງແລະເຂັ້ມແຂງທາງດ້ານການຈັດຕັ້ງ,ສຸມໃສ່ສູ້ຊົນສ້າງພື້ນຖານໂຄງລ່າງໃຫ້ສຳເລັດພ້ອມທັງຊຸກຍູ້ການຜະລິດເຂົ້າໃຫ້ໄດ້ 2 ລະດູ, ສູ້ຊົນຜະລິດຕະພັນພາຍໃນໃຫ້ໄດ້ 131 ຕື້ກວ່າກີບ, ສະເລ່ຍໃສ່ພົນລະເມືອງໃຫ້ໄດ້ 5 ລ້ານກວ່າກີບຕໍ່ຄົນຕໍ່ປີ. ທັງໝົດນີ້ແມ່ນແນໃສ່ ນຳພາເມືອງສົບເບົາລົບລ້າງອອກຈາກຄວາມ ທຸກຍາກ ໃຫ້ໄດ້ຢ່າງສິ້ນເຊີງ ແລະ ສ້າງເມືອງ ສົບເບົາໃຫ້ກາຍເປັນເມືອງກະສິກຳ-ຫັດຖະ ກຳຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ພັດທະນາການບໍລິການໃຫ້ໄດ້ຢ່າງແທ້ຈິງ.
ຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ