23.1.15

ແຂວງຫົວພັນຄາດວ່າຈະມີ 300 ໂຄງການລົງທຶນເຂົ້າໃນການພັດທະນາ

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳເນີນ
ພະແນກແຜນການ - ການລົງທຶນ ແຂວງຫົວພັນໃຫ້ ຮູ້ວ່າ: ໃນການປະຕິບັດແຜນ ພັດທະນາເສດຖະກິດ - ສັງຄົມ  ໃນປີນີ້ ເພື່ອຮັບ ປະກັນເຮັດໃຫ້ຄາດໝາຍດັ່ງກ່າວນັ້ນສຳເລັດ ຕາມແຜນການຕ້ອງຫັນເອົາ ແຜນພັດທະນາເສດຖະກິດ - ສັງຄົມໃຫ້ກາຍເປັນໜ້າທີ່ການ ເມືອງ, ເປັນພັນທະ ແລະ ຄວາມຮັບຜິດຊອບໃນທົ່ວສັງ ຄົມ, ໂດຍທຸກພາກສ່ວນແຕ່ຂັ້ນ ແຂວງລົງຮອດທ້ອງຖິ່ນຕ້ອງ ເປັນເຈົ້າການ ແລະ ມີສ່ວນ ຮ່ວມ, ສືບຕໍ່ຮັກສາສະຖຽນລະ ພາບທາງດ້ານການເມືອງໃຫ້ມີ ຄວາມສະຫງົບໂດຍພື້ນຖານ ສ້າງເງື່ອນໄຂໃນການພັດທະ ນາແຂວງຫົວພັນ ເຮັດໃຫ້ຈັງ ຫວະການຂະຫຍາຍຕົວທາງດ້ານ ເສດຖະກິດບັນລຸໄດ້ 12,63% ແລະ ຄາດວ່າໃນປີ 2015 ຈະມີ ພົນລະເມືອງ 296.382 ຄົນ. ສືບຕໍ່ເຮັດໃຫ້ໂຄງປະກອບສ້າງ ທາງດ້ານເສດຖະກິດມີທ່າອ່ຽງ ດີຂຶ້ນ ເຮັດໃຫ້ລວມຍອດຜະ ລິດຕະພັນພາຍ ໃນ (GDP) ໃຫ້ບັນລຸ 2.047,52 ຕື້ກີບ ສະເລ່ຍໃສ່ພົນລະເມືອງໃຫ້ໄດ້ຮັບ 6.908.383 ກີບ ຫຼື ເທົ່າກັບ
864 ໂດລາສະຫະລັດຕໍ່ຄົນຕໍ່ ປີ. ໃນນັ້ນຂະແໜງກະສິກຳ - ປ່າໄມ້ເພີ່ມຂຶ້ນ 14% ກວມ ເອົາ 56,54%, ອຸດສາຫະກຳ 11% ກວມເອົາ 18,30% ແລະ ຂະແໜງບໍລິການ 11,50% ກວມເອົາ 25,15% ຂອງ GDP.
   ສ່ວນການລົງທຶນຂອງພາກ ສ່ວນຕ່າງໆເຂົ້າໃນການພັດ ທະນາພື້ນຖານໂຄງລ່າງຢູ່ ແຂວງຫົວພັນ ຄາດວ່າໃນສົກປີ 2014 - 2015 ມີໂຄງການທີ່ ສະພາອະນຸມັດຈຳນວນ 299 ໂຄງການ ເປັນມູນຄ່າ 87,58 ຕື້ກີບ, ມີທຶນພາຍໃນ 80,50 ຕື້ກີບ ແລະ ທຶນຕ່າງປະເທດ 7,80 ຕື້ກີບ, ໃນນີ້ເປັນທຶນປົກ ກະຕິມູນຄ່າ 47 ຕື້ກີບ, ທຶນສົມ ທົບກັບຕ່າງປະເທດ 1,92 ຕື້ ກີບ, ທຶນໂຄງການສືບຕໍ່ 19,25 ຕື້ກີບ, ທຶນໂຄງການສະເໜີໃໝ່ 8,13 ຕື້ກີບ, ໂຄງການຊຳລະ ໜີ້ 17,68 ຕື້ກີບ, ທຶນພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມ ທຸກຍາກ 6,50 ຕື້ກີບ, ທຶນຈັດ ສັນພູມລຳເນົາ 3 ຕື້ກີບ, ທຶນ ພັດທະນາເມືອງໃໝ່ 12 ຕື້ກີບ ແລະ ທຶນເປົ້າໝາຍສະເພາະ 12 ຕື້ກີບ.
ສຳລັບການລົງທຶນຂອງ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດມີ 171 ຫົວ ໜ່ວຍ ເປັນມູນຄ່າ 104,87 ລ້ານໂດລາສະຫະລັດ; ໃນນັ້ນ ມີທຶນພາຍໃນ 92,89 ລ້ານໂດ ລາສະຫະລັດ, ທຶນຕ່າງປະເທດ 12 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍເຫຼືອລ້າທີ່ບໍ່ນອນໃນ ແຜນງົບປະມານຂອງລັດມີທັງ ໝົດ 23 ໂຄງການເປັນມູນຄ່າ 65,09 ລ້ານໂດລາສະຫະລັດ.
ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ