7.1.15

ສົກ​ແລ້ວ ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ທ່ຽວຊົມ​ແຂວງ ຫົວ­ພັນ​ຫຼາຍ​ກວ່າ 35 ພັນ​ຄົນ

ແຂວງຫົວ­ພັນ ຖື​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຫຼາກ​ຫຼາຍ​ແຫ່ງ​ສວຍ​ສົດ​ງົດ​ງາມ​ກາຍ­ເປັນ​ທີ່ດຶງ​ດູດ​ໃຈ​ບັນ­ດາ​ນັກ​ທ່ອງ​ທ່ຽວຈາກ​ທຸກ​ແຫ່ງ​ຫົນ​ໃຫ້​ເດີນ­ທາງ​ມາ ສຳ­ຜັດອີກ​ທັງ​ວິ­ຖີ​ຊີ­ວິດ​ທີ່​ຮຽບ​ງ່າຍຂອງ​ປະ­ຊາ­ຊົນ ປະ­ເພ­ນີ​ທີ່​ເປັນ​ເອກະ​ລັກ​ສະ­ເພາະ​ຕົວ​ບົ່ງ​ບອກ​ຄວາມມີ​ສະ­ເໜ​ອັນ​ມະ­ຫາ­ສານ​ສ້າງຄວາມ​ປະ​ທັບ​ໃຈ​ເຮັດ​ໃຫ້​ໃຜໆ​ກໍ​ຫຼັ່ງໄຫຼ​ເຂົ້າ​ມາ​ຢ້ຽມ­ຢາມ​ແຂວງ​ຫົວພັນ ເຫັນ​ໄດ້​ສົກ​ປີ 2013-2014 ຜ່ານ​ມາ ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາທ່ຽວ​ແຂວງ​ດັ່ງ­ກ່າວ​ຫຼາຍ​ກວ່າ 35 ພັນ​ຄົນ, ສ້າງ​ລາຍ​ຮັບ​ເຂົ້າ​ງົບ​ປະມານ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ.
   ອີງ​ຕາມ​ການ​ເປີດ­ເຜີຍ​ໃນ​ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ແຂວງ​ຄັ້ງ​ທີ 9 ສະ­ໄໝ​ທີ VIII ຂອງ ອົງ­ຄະ​ນະ​ພັກ​ແຂວງ​ຫົວ­ພັນ​ໃຫ້​ຮູ້ ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ: ຜ່ານ​ການ​ຈັດຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ດ້ານ​ການທ່ອງ​ທ່ຽວ​ໃນ​ໜຶ່ງ​ປີ­ຜ່ານ­ມາ​ເຫັນວ່າ
ເຮັດ​ໄດ້​ສຳ­ເລັດ​ໂດຍ​ພື້ນ­ຖານເປັນ­ຕົ້ນ: ແມ່ນ​ການ​ສ້າງ​ເສັ້ນ­ທາງເຂົ້າ​ຫາ​ບ້ານ ຊຶ່ງ​ແລ່ນ​ໄດ້​ທັງ​ສອງ ລະ­ດູ​ປະ­ຕິ­ບັດ​ໄດ້ 100%, ສາ­ມາດພັດ­ທະ­ນາ ແລະ ບູ­ລະ­ນະ​ສະ­ຖານ­ທີ່ທ່ອງ​ທ່ຽວ​ທາງ​ວັດ­ທະ­ນະ­ທຳ, ທຳມະ​ຊາດ ແລະ ປະ­ຫວັດ­ສາດ​ລວມທັງ​ໝົດ​ໄດ້ 141 ແຫ່ງ, ດຶງ​ດູດ​ນັກທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະ­ເທດ​ເຂົ້າ​ມາ​ທ່ຽວ​ຊົມ​ແຂວງ​ຫົວ­ພັນ​ໄດ້​ສູງ​ເຖິງ 35.711 ຄົນ, ນອກ ນີ້ ຍັງ​ມີ​ຫຼາຍໆ​ໜ້າ​ວຽກ​ທີ່​ທາງແຂວງ​ກໍ​ຄື​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ສາ­ມາດ​ປະ­ຕິ­ບັດ​ໄດ້​ບັນ­ລຸ​ຕາມຄາດໝາຍ.
   ສຳ­ລັບ​ທິດ​ທາງ​ແຜນ­ການ​ໃນ­ຕໍ່­ໜ້າ​ແຂວງ​ຫົວ­ພັນ​ຈະ​ສືບ­ຕໍ່​ເຜີຍແຜ່​ຄວາມ​ໝາຍ, ຄວາມ​ສຳ­ຄັນຂອງ​ວຽກ​ງານ​ຈັດ​ລະ­ດັບ​ຂັ້ນ​ຂອງໂຮງ­ແຮມ, ເຮືອນ​ພັກ ແລະ ຮ້ານອາ­ຫານ​ໃຫ້​ຫົວ­ໜ່ວຍ​ທຸ­ລະ​ກິດ, ປະ­ສານ​ສົມ­ທົບ​ກັບ​ພາກ­ສ່ວນ ກ່ຽວ­ຂ້ອງ​ຂັ້ນ​ແຂວງ, ຂັ້ນ​ເມືອງ ເພື່ອ​ລົງ​ປະ​ເມີນ, ກວດ­ກາ​ບັນ­ດາຫົວ­ໜ່ວຍ​ທຸ­ລະ​ກິດ​ບໍ­ລິ­ການ, ຊຸກ­ຍູ້ສົ່ງ­ເສີມ​ການ​ປະ­ກອບ​ເອ­ກະ­ສານໃຫ້​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່ເຄື່ອນ​ໄຫວ​ບໍ່​ຖືກ­ຕ້ອງ​ຕາມ​ລະບຽບ​ຫຼັກ­ການ ແລະ ສ້າງ­ຕັ້ງ​ຄະນະ​ກຳ­ມະ­ການ​ກວດ­ກາ​ເພື່ອ​ເຄື່ອນໄຫວ​ຈັດ​ຕັ້ງ​ປະ­ຕິ­ບັດ​ກວດ­ກາ​ປະເມີນ​ຮ້ານ​ອາ­ຫານ ແລະ ຮ້ານ​ກິນດື່ມ​ພາຍ​ໃນ​ແຂວງ​ໃຫ້​ມີ​ຄຸນ​ນະພາບ ແລະ ໄດ້​ຕາມ​ມາດ­ຕະ­ຖານ.
   ສ່ວນ​ດ້ານ​ພື້ນ­ຖານ​ຮອງ​ຮັບນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ອງ​ທ່ຽວ ແຂວງ​ດັ່ງ­ກ່າວ​ນັ້ນ ແມ່ນ​ຖື​ວ່າ​ພຽງພໍ​ກັບ​ຄວາມ​ຕ້ອງ­ການ​ເຊັ່ນ: ໂຮງແຮມ, ເຮືອນ​ພັກ ມີ​ທັງ​ໝົດ 54 ແຫ່ງ, ຮ້ານ​ອາ­ຫານ, ຮ້ານ​ກິນ​ດື່ມ 169 ແຫ່ງ ແລະ ຮ້ານ​ບັນ​ເທິງ​ມີ 4 ແຫ່ງ.
ຂ່າວຈາກ: ຫນັງສືພີມເສດຖະກິດ-ສັງຄົມ