16.2.15

ພິທີປູກດອກຊາກຸຣະ ເພື່ອສະຫຼອງຄົບຮອບ 60 ປີ ສາຍພົວພັນທາງການທູດ ລະຫວ່າງ ລາວ-ຍີ່ປຸ່ນ ທີ່ເມືອງວຽງໄຊ ແຂວງຫົວພັນ

   ເພື່ອເປັນການສະເຫຼີມສະຫຼອງໂອກາດດັ່ງກ່າວ ໄດ້ມີແຜນການຈັດຫຼາຍໆກິດຈະກຳຕະຫຼອດປີ ແລະ ໂຄງການປູກດອກຊາກຸຣະ ກໍເປັນໂຄງການຫຼັກນຶ່ງທີ່ນອນໃນແຜນການ ເຊິ່ງໃນຕອນເຊົ້າວັນທີ 12 ກຸມພາ 2015 ທີ່ຜ່ານມາ ພິທີປູກດອກຊາກຸຣະ ໄດ້ຈັດຂື້ນທີ່ເມືອງວຽງໄຊ ແຂວງຫົວພັນ ເຊິ່ງມີບຸກຄົນສຳຄັນເຂົ້າຮ່ວມເຊັ່ນ ທ່ານ ດຣ.ພັນຄຳ ວິພາວັນຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ທ່ານ ດຣ. ຄຳຮຸ່ງ ເຮື່ອງວົງສີ ເຈົ້າແຂວງແຂວງຫົວພັນ ທ່ານ ພັນດວງຈິດ ວົງສາ ປະທານແນວລາວສ້າງຊາດ ທ່ານ ທະເກໂອະ ຄາວະມຸຣະ ປະທານສະມາຄົມມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ທ່ານ ຮິໂຣະຢູກິ ຄິຊິໂນະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ.ລາວ ຕາງໜ້າຈາກສະມາຄົມມິດຕະພາບ ໄຊຕະມະ-ລາວ ຕາງໜ້າຈາກອົງການຊ່ອຍເຫຼືອຄົນພິການ ADDP ພະນັກງານ ແລະ ປະຊາຊົນແຂວງຫົວພັນ ເຂົ້າຮ່ວມ......

  ໃນພິທີ ທ່ານ ຮິໂຣະຢູກິ ຄິຊິໂນະ ເອກອັກຄະຣາຊະທູດຍີ່ປຸ່ນ ໄດ້ກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ກັບອົງການ ແລະ ບຸກຄົນທີ່ກ່ຽວຂ້ອງທັງຝ່າຍລາວ ແລະ ຍີ່ປຸ່ນ ທີ່ໄດ້ທຸ່ມເທຄວາມພະຍາຍາມ ເພື່ອເຮັດໃຫ້ໂຄງການນີ້ສຳເລັດໄດ້ທ່ານ ຮິໂຣະຢູກິ ຄິຊິໂນະ ຍັງໄດ້ກ່າວອີກວ່າ ໂຄງການນີ້ແມ່ນໝາກຜົນຂອງຄວາມກະຕືລືລົ້ນແລະຄວາມພະຍາຍາມທີ່ບໍ່ທໍ້ຖອຍຂອງທຸກຄົນທີ່ເປັນໃຈນຶ່ງໃຈດຽວກັນ ແລະ ຫວັງວ່າຕົ້ນດອກຊາກຸຣະທີ່ປູກຢູ່ເມືອງວຽງໄຊຄັ້ງນີ້ ຈະຢັ່ງຮາກເລິກ ເຕີບໃຫຍ່ຂື້ນ
ຢ່າງແຂງແຮງ ແລະ ອອກດອກສວຍງາມເບັ່ງບານໃນອະນາຄົດ ແລະ ກາຍເປັນສັນຍາລັກແຫ່ງມິດຕະພາບ ຂອງປະຊາຊົນສອງຊາດ ລາວ-ຍີ່ປຸ່ນ
  ໂຄງການປູກດອກຊາກຸຣະນີ້ ແມ່ນມີຈຸດລິເລີ່ມມາຈາກການສົນທະນາກັນ ລະຫວ່າງ ທ່ານ ທອງສິງ ທຳມະວົງນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ແລະ ນັກການເມືອງອາວຸໂສຂອງຍີ່ປຸ່ນ ໃນໄລຍະທີ່ ທ່ານ ທອງສິງ ທໍາມະວົງ ເດີນທາງຢ້ຽມຢາມປະເທດຍີ່ປຸ່ນ ໃນເດືອນ ມີນາ 2012 ຫຼັງຈາກນັ້ນ ກໍມີການກະກຽມໂຄງການປູກດອກຊາກຸຣະ ເພື່ອສະເຫຼີມສະຫຼອງໂອກາດຄົບຮອບ 60 ປີ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ລາວ-ຍີ່ປຸ່ນ ສຳລັບການບຳລຸງຮັກສາຕົ້ນຊາກຸຣະແມ່ນຈຳເປັນຕ້ອງໃຊ້ຄວາມຊ່ຽວຊານ ທັກສະແລະປະສົບການ ເຊິ່ງໄດ້ຮັບການແນະນຳໂດຍຊາວສວນຍີ່ປຸ່ນ ຈາກອຸເອະໂອໂຕະ(Ueoto) ຫຼັງຈາກທີ່ໄດ້ຮັບຜົນສຳເລັດໃນການປູກທົດລອງໃນໄລຍະປີ 2013-14 ເບ້ຍຕົ້ນຊາກຸຣະເກືອບ 300 ຕົ້ນ ໄດ້ຖືກປູກຢູ່ທາງຂ້າງສວນສາທາລະນະ ໄກສອນ ໃນເມືອງວຽງໄຊ ເຊິ່ງເບ້ຍຕົ້ນຊາກຸຣະ ແມ່ນໄດ້ຮັບບໍລິຈາກໂດຍສະມາຄົມມິດຕະພາບໄຊຕະມະ-ລາວ ອົງການຊ່ອຍເຫຼືອຄົນພິການ ADDP ນະຄອນກຽວໂຕ ແລະ ອົງການຕ່າງໆຂອງຍີ່ປຸ່ນ ສະຖານທີ່ດັ່ງກ່າວຈະຖືກພັດທະນາເປັນ ສວນດອກຊາກຸຣະ ໃນອະນາຄົດ.
ຂ່າວຈາກ: Vientiane today