26.2.15

ແຂວງຫົວພັນມີແຮງງານຕ່າງຊາດ 2 ພັນກວ່າຄົນ

 ແຂວງຫົວພັນນັບເປັນອີກແຂວງໜຶ່ງທີ່ ມີແຮງງານຕ່າງປະເທດເຂົ້າມາເຮັດ ວຽກຈຳນວນຫຼາຍສະເພາະປີຜ່ານມາ ມີເຖິງ 2 ພັນກວ່າຄົນ ໃນນັ້ນກວມອັດຕາ ສ່ວນຫຼາຍກວ່າໝູ່ແມ່ນຈາກ ສສ ຫວຽດ ນາມ ຊຶ່ງໄດ້ກາຍເປັນພາລະອັນໜັກ ໜ່ວງໃນການຄຸ້ມຄອງເພື່ອເຮັດໃຫ້ແຮງ ງານເຫຼົ່ານີ້ເຄື່ອນໄຫວຖືກຕາມລະບຽບກົດໝາຍຂອງລາວ.
     ທ້າຍອາທິດຜ່ານມານີ້ ພະແນກແຮງ ງານ ແລະ ສະຫວັດດີການສັງຄົມແຂວງ ຫົວພັນໄດ້ຈັດກອງປະຊຸມສະຫຼຸບວຽກ ງານ ຮສສ ທົ່ວແຂວງຂຶ້ນທີ່ພະແນກດັ່ງ ກ່າວ ໂດຍເປັນປະທານຂອງທ່ານ ວັນໄຊ ແພງຊຸມມາ ຮອງເຈົ້າແຂວງໆຫົວພັນ, ຜູ້ ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມຂັ້ນແຂວງ, ທ່ານ ຄຳສອນ ເທບ ວົງຊຳ ຫົວໜ້າພະແນກ ຮສສ ແຂວງ, ມີຫົວໜ້າພະແນກການທີ່ກ່ຽວຂ້ອງອ້ອມ ຂ້າງແຂວງ, ຫົວໜ້າກອງບັນຊາການ ປກສ, ປກຊ ແລະ ຫົວໜ້າຫ້ອງການ ຮສສ 10 ເມືອງທົ່ວແຂວງເຂົ້າຮ່ວມ.

      ທ່ານ ວອນທອງ ບຸນມີໄຊ ຮອງຫົວ ໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມລາຍງານໃຫ້ຮູ້ວ່າ: ຜ່ານມາ ທາງຄະນະຮັບຜິດຊອບໄດ້ມີຄວາມເອົາ ໃຈ່ຢ່າງຈິງຈັງຕໍ່ການຕິດຕາມກວດກາ ແຮງງານພາຍໃນ ແລະ ຕ່າງປະເທດທີ່ ເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນສະ ເພາະປີຜ່ານມາໄດ້ລົງຈຳນວນ 30 ຄັ້ງ ໃນ 236 ຫົວໜ່ວຍ ໂດຍອອກບັດໃຫ້ ແຮງງານຕ່າງປະເທດໄດ້ 902 ຄົນ ເປັນຍິງ 138 ຄົນ.
    ຂະນະທີ່ປະຈຸບັນທົ່ວແຂວງມີຈຳ ນວນແຮງງານສີມືທັງໝົດ 1,86 ແສນ ຄົນ, ຍິງ 91,3 ພັນຄົນ, ໃນນັ້ນແຮງງານ ຄົນລາວມີ 1,84 ແສນຄົນທີ່ໄດ້ປະກອບ ອາຊີບຢູ່ຂົງເຂດກະສິກຳ 1,47 ແສນ ຄົນ, ອຸດສາຫະກຳ 15,21 ພັນຄົນ, ຂົງເຂດບໍລິການ 1.797 ຄົນ ສ່ວນແຮງງານຕ່າງປະເທດມີ 2.011 ຄົນ, ໃນນັ້ນ ເປັນ ແຮງງານມາຈາກຫວຽດນາມ 1,75 ພັນຄົນ, ຈີນ 259, ໄທ 1 ຄົນ ແລະ ອີກ 1 ຄົນແມ່ນແຮງງານອົດສະຕຣາລີ ໂດຍອັດ ຕາການວ່າງງານໃນທົ່ວແຂວງມີພຽງ 0,88%.
     ສຳລັບທິດທາງໃນຕໍ່ໜ້າທ່ານ ວອນ ທອງ ບຸນມີໄຊ ກ່າວວ່າ: ທາງພະແນກ ຮສສ ແຂວງຫົວພັນຈະສືບຕໍ່ເອົາໃຈໃສ່ ປັບປຸງກົນໄກການຄຸ້ມຄອງບໍລິຫານລັດ ແລະ ລົງຊຸກຍູ້ຢູ່ບັນດາຫົວໜ່ວຍ, ບໍລິສັດ ຕ່າງໆທີ່ນຳໃຊ້ແຮງງານຄົນລາວເຂົ້າ ເຮັດວຽກໃຫ້ໄດ້ 150 ຄົນ, ຊຸກຍູ້ແຮງງານແຕ່ລະທ້ອງຖິ່ນໄປອອກແຮງງານຢູ່ພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 250 ຄົນ ແລະ ສືບຕໍ່ອອກບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດທີ່ເຂົ້າມາ ຢູ່ແຂວງຫົວພັນໃຫ້ໄດ້ 2.000 ຄົນ.
ຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ