16.3.15

ເຊັນສັນຍາການຄຸ້ມຄອງເຂື່ອນໄຟຟ້າແຂວງຫົວພັນ

ພາບປະກອບ
  ເມື່ອ​ບໍ່​ດົນ​ຜ່ານມານີ້,  ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ແຂວງຫົວພັນ ສົມທົບ​  ກັບ​ບໍລິສັ​ດ​ເນ​ເຊີ​ແນວ ຄອນ​ຊາວ  ຕີງກຣຸບ ຈຳກັດ​ຜູ້​ດຽວ​ໄດ້​ຈັດ ພິທີ​ເຊ​ັນສັນຍາ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ ຂະໜາດ​ນ້ອຍ​ນ້ຳ​ດິກ 1 ຢູ່  ບ້ານ​ເຕົ້າ​ເມືອງ​ຊຳ​ໃຕ້ ​ແລະ ນ້ຳ​ດິກ 2 ​ແລະ 3 ຢູ່​ເມືອງ​ກວັນ  ​ແຂວງ​ຫົວ​ພັນ. ທັງ 3 ​ໂຄງການ   ​ເປັນ​ການ​ລົງທຶນ ຂອງ​ບໍລິສັດ​ເອກະ​ຊົນ​ພາຍ​ໃນ 100% ​   ໃນ ມູນ​ຄ່າ 100 ລ້ານ​ກວ່າ​ໂດ​ລາ,​ ຊຶ່ງມີກຳ​ລັງ​ແຮງ​ຕິດຕັ້ງນ້ຳດິກ 1 ບ້ານ​ເຕົ້າ ​ເມືອງ​ຊໍາໃຕ້​ມີ 15 ​ເມກ​າວັດ, ນ້ຳ​ດິກ 2ເມືອງ ​ກວັນ​ມີ 15 ​ເມ​ກາ​ວັດ ​ແລະ  ນ້ຳ​ດິກ 3 ມີ 10 ​ເມ​ກາ​ວັດໄລ ຍະ​ການ​ກໍ່ສ້າງ​ແຕ່ລະໂຄງການ ​ຈະ​ດໍາ​ເນີ​ນ​ເປັນ​ເວລາ   4 ປີ,ມີ​ ອາຍຸ​ສຳ​ປະທານ 50 ປີ ​ແບ່ງ​ເປັນ 2 ​ໄລຍະ​ຄື: ​ໄລຍະ​ການ​ກໍ່ ສ້າງ​ໂຄງການ ​ແລະ ​ໄລຍະ​ການຜະລິດ-ການ​ບຳລຸງຮັກສາ.
   ຮ່ວມ​ລົງ​ນາມ​ເຊັນ​ບົດ​ບັນ ທຶກ​ສັນຍາ​ໂດຍ​ແມ່ນ ​ທ່ານ ພອນ​ໄຊ ອິນ​ທະ​ວົງ ຫົວໜ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ແຂວງ,​
ທ່ານ ທອງ​ສຸກ ສົມ​ພະວັນ ຮອງ​ຫົວໜ້າ​ພະ​ແນກ ພະລັງງານ​ ​ແລະ​ ບໍ່ແຮ່​ແຂວງ, ທ່ານ ທອງ​ຫວັງ ຄູນ​ທອນ​ຮຸ່ງ​ມີ​ໄຊ ຮອງ​ເຈົ້າ​ເມືອງ​ຊຳ​ໃຕ້, ທ່ານ ​ໄມ​ຄໍາ ພິມ​ມະ​ສອນ ​ເຈົ້າ​ເມືອງໆ​ກວັນ ​ແລະ ທ່ານ ທະວີ​ສຸກ ສີ​ສຸ​ລິດ ອຳນວຍ​ການ   ບໍລິສັດ​ເນ​ເຊີ​ແນວ ຄອນ​ຊາວ​   ຕີງກຣຸບ ຈຳກັດ​ຜູ້​ດຽວ. ​ໂດຍ ໃຫ້​ກຽດ​ເຂົ້າ​ຮ່ວມ ​ເປັນ​ສັກຂີ​ພິ ຍານ​ຂອງ ​ທ່ານ ຄຳ​ຮຸ່ງ ​ເຮືອ​ງ  ວົງ​ສີ ​ເຈົ້າ​ແຂວງ​ຫົວພັນ.
ຂ່າວຈາກ: ໜັງສືພີມປະຊາຊົນ