24.2.15

ສົກນີ້ເມືອງຊຳເໜືອຈະໃຫ້ລວມຍອດຜະລິດຕະພັນ ພາຍໃນບັນລຸ 300 ກວ່າຕື້

ເມືອງຊຳເໜືອ ແຂວງ ຫົວພັນ ຕັ້ງເປົ້າຈະສູ້ຊົນເຮັດໃຫ້ ເສດຖະກິດໃນສົກປີ 2014- 2015 ມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ 13% ຂຶ້ນໄປ ແລະ ໃຫ້   ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 300 ກວ່າຕື້ກີບ, ໃນນີ້ ຈຸດໜັກແມ່ນເລັງໃສ່ຂະແໜງະສິກຳ ກວມເກືອບ 70%.  
     ພະແນກແຜນການ ແລະ ການ ລົງທຶນ ແຂວງຫົວພັນ ໃຫ້ຮູ້ວ່າ: ເພື່ອສຶບຕໍ່ສູ້ຊົນເຮັດໃຫ້ເສດຖະກິດຂອງເມືອງຊຳເໜືອ ແຂວງຫົວພັນ ມີການຂະຫຍາຍຕົວໃນຈັງຫວະຕໍ່ເນື່ອງ ແລະ ບັນລຸໄດ້ 13,5% ຕໍ່ປີພ້ອມທັງ ສ້າງມູນຄ່າເພີ່ມໃນລາ ຄາປີໃຫ້ໄດ້ 365 ຕື້ກີບ, ສະເລ່ຍ ລາຍຮັບໃສ່ຫົວຄົນແມ່ນ 6,27 ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ 784 ໂດລາສະຫະລັດ, ໃນນີ້ ຈຸດໜັກ ຂອງເມືອງແມ່ນເລັ່ງຂະແໜງກະສິກຳເປັນຫຼັກ ຊຶ່ງກວມເອົາ 64,52%, ຮອງມາແມ່ນການບໍ ລິການ ກວມເອົາ 28,54% ແລະ ອຸດສາຫະກໍາ ກວມ 5,94% ຂອງຈີດີພີ.

     ໃນດ້ານການສ້າງລາຍຮັບ ເຂົ້າງົບປະມານຈະສູ້ຊົນໃຫ້ໄດ້ ທັງ ໝົດ 2,18 ຕື້ກີບ ແລະ ລາຍຈ່າຍ ບໍ່ໃຫ້ເກີນ 6,73 ຕື້ກີບ,  ສ່ວນສົ່ງອອກສິນຄ້າ ໃຫ້ບັນລຸໄດ້ 44,55 ຕື້ກີບ ແລະ ນໍາເຂົ້າ 73,86 ຕື້ກີບ.
    ພ້ອມດຽວກັນນັ້ນ ກໍຍັງສືບຕໍ່ຕິດຕາມການກໍ່ສ້າງເສັ້ນທາງປູ ຢາງ 2 ເສັ້ນແຕ່ບ້ານຫົວຊຽງ- ຜາ ຖີ່, ໜອງຄ້າງ-ເມືອງແອດ ແລະ ທາງເວັ້ນລົດໜັກໃນຕົວເມືອງ ແລະ ຂະຫຍາຍທາງແລ່ນ 2 ລະ ດູໃຫ້ໄດ້ທັງໝົດ 65,74% ແລະ ອັດຕາການຊົມໃຊ້ໄຟຟ້າທົ່ວເມືອງໃຫ້ບັນລຸ 78,53%.
       ຊຳເໜືອ ເປັນເມືອງໜຶ່ງທີ່ ເນື້ອທີ່ເໝາະສົມແກ່ການເຮັດ ການຜະລິດກະສິກຳເປັນສິນຄ້າ, ຊຶ່ງປະຈຸບັນ ທົ່ວເມືອງຍັງມີເນື້ອທີ່ປູກຝັງທັງໝົດປະມານ 8.308 ເຮັກຕາ, ໃນນີ້ ເປັນເນື້ອທີ່ປູກເຂົ້າ 5.101 ເຮັກຕາ ແລະ ປູກພືດຕ່າງໆອີກຈຳນວນ 3.207 ເຮັກ ຕາ, ເນື່ອງຈາກເມືອງຊຳເໜືອ ໄດ້ມີລະບົບຊົນລະປະທານຈຳ ນວນ 861 ແຫ່ງ ທີ່ສາມາດສະ ໜອງນໍ້າເຂົ້າໃນການຜະລິດກະ ສິກຳໄດ້ເປັນຢ່າງດີ ໃນນີ້ ເປັນຊົນ ລະປະທານຖາວອນ 23 ແຫ່ງ, ຊົນລະປະທານທີ່ເຮັດດ້ວຍໄມ້ມີ 754 ແຫ່ງ, ອ່າງເກັບນໍ້າ 2 ແຫ່ງ, ກົງພັດນໍ້າ 50 ແຫ່ງ ນອກນັ້ນ ຍັງໄດ້ສ້ອມແປງຊົນລະປະທານຈຳ ນວນ 4 ແຫ່ງ ເພື່ອຮັບປະກັນໃຫ້ ແກ່ການຕອບສະໜອງຂອງຊາວກະສິກຳໃນການເຮັດການຜະລິດ.
     ຢ່າງໃດກໍຕາມ ເພື່ອຮັບປະກັນ ໃຫ້ເສດຖະກິດຂອງເມືອງຊຳເໜືອ ສຶບຕໍ່ມີການຂະຫຍາຍຕົວຕາມ ຄາດໝາຍທີ່ວາງໄວ້ ເມືອງຍັງ ຕ້ອງເພີ່ມທະວີການສົ່ງເສີມການ ຜະລິດເປັນສິນຄ້າ, ພ້ອມທັງການສ້າງໃຫ້ໄດ້ການຜະລິດສິນ ຄ້າຕົວແບບ ແລະ ສິນຄ້າປາຍ ແຫຼມຂອງເມືອງ, ພ້ອມດຽວກັນ ນັ້ນການສົ່ງເສີມການຜະລິດຂອງ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງກໍແມ່ນອີກຂອດໜຶ່ງ ທີ່ຕ້ອງເອົາໃຈໃສ່ ເພື່ອຂະຫຍາຍ ຖານການຜະລິດກະສິກຳປຸງແຕ່ງ ໃຫ້ຫຼາຍຂຶ້ນຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນຕົ້ນແມ່ນການແກ້ໄຂຄວາມ ທຸກຍາກຂອງຄົວເຮືອນເປັນຕົ້ນຕໍ ໂດຍຖືເອົາການບຸກທະລຸດ້ານ ການສຶກສາ, ການຂະຫຍາຍຕາ ໜ່າງດ້ານສາທາລະນະສຸກ, ການ ພັດທະນາແຮງງານ ແລະ ສຶບຕໍ່ ການບັນລຸດ້ານສະຫັດສະວັດ ດ້ານ ການພັດທະນາ ໂດຍສະເພາະ ແມ່ນເປົ້າໝາຍທີ່ຍັງມີຄວາມສ່ຽງ ແລະ ວຽກງານ 3 ສ້າງ.
ຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ