19.2.15

ແຂວງຫົວພັນ ສະຫຼຸບ ຕີລາຄາ ວຽກງານ 3 ສ້າງ ສົກປີ 2013-2014

ໃນວັນທີ 16 ກຸມພາ 2015 ພະແນກພາຍໃນ ແຂວງຫົວພັນ ໃນນາມກອງເລຂາສາມສ້າງຂັ້ນແຂວງ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈຳປີ 2014 ແລະ ວາງທິດທາງແຜນການສົກປີ 2014-2015 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສີຜຸກ ວົງພັກດີ ລັດຖະມົນຕີຊ່ອຍວ່າການກະຊວງພາຍໃນ ທ່ານ ວັນໄຊ ແພງຊຸມມາ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳ ຂົງເຂດວັດທະນະທຳ-ສັງຄົມຂັ້ນແຂວງ ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການ ອົງການທຽບເທົ່າອ້ອມຂ້າງແຂວງ ເຈົ້າເມືອງ 10 ເມືອງນາຍບ້ານ 6 ບ້ານ 3 ສ້າງຄື ບ້ານສົບເລົ້າ ບ້ານລານຊຽງ ບ້ານລ້ອງກູ້ ບ້ານເມືອງປົວ ບ້ານປ່າຮ່າງ ແລະ ບ້ານສົບຮາວເຂົ້າຮ່ວມນຳ.

   ໃນກອງປະຊຸມ ທ່ານ ຄຳວອນ ເພັງສະຫວັດ ກຳມະການພັກແຂວງ ຫົວໜ້າພະແນກພາຍໃນແຂວງ ທັງເປັນຫົວໜ້າກອງເລຂາສາມສ້າງຂັ້ນແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສາມສ້າງ ປະຈຳປີ 2014 ແລະ ວາງທິດທາງແຜນການ ປະຈຳປີ 2015 ເຊິ່ງທ່ານໄດ້ຍົກໃຫ້ເຫັນດ້ານດີ ຜົນງານ ແລະ ດ້ານອ່ອນ ຂໍ້ຄົງຄ້າງ ທີ່ຈະໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ ປັດຈຸບັນຢູ່ 3 ເມືອງ ແລະ 6 ບ້ານ ສາມສ້າງ ກວມເອົາ 29 ກຸ່ມບ້ານ 247 ບ້ານ 15.135 ຄົວເຮືອນມີພົນລະເມືອງ 91.389 ຄົນ ຍິງ 45.135 ຄົນ ຍັງມີຄອບຄົວທຸກຍາກ 4.093 ຄອບຄົວ ໃນນຶ່ງປີຜ່ານມາ ເມືອງຫົວເມືອງສາມາດເກັບລາຍຮັບເຂົ້າງົບປະມານຂອງເມືອງໄດ້ 1,907 ຕື້ກີບ ທຽບໃສ່ແຜນການປີ ປະຕິບັດໄດ້ລື່ນຄາດໝາຍ 18,0%ປະຕິບັດໄດ້ 6 ໂຄງການເປັນມູນຄ່າ 2,530 ຕື້ກີບ ເມືອງວຽງໄຊ ສາມາດເກັບລາຍຮັບໄດ້ 2,89 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 19,66% ປະຕິບັດໄດ້ 6 ໂຄງການມູນຄ່າ 2,624 ຕື້ກີບ ແລະ ເມືອງສົບເບົາ ປະຕິບັດໄດ້ 4 ໂຄງການມູນຄ່າ2,109 ຕື້ກີບ ສ່ວນວຽກງານການສຶກສາໃນ 6 ບ້ານຂອງ 3 ເມືອງສາມສ້າງ ແມ່ນໄດ້ປະກາດຈົບຊັ້ນປະຖົມບຳລຸງ ແຕ່ລະຄອບຄົວໄດ້ໃຊ້ນ້ຳສະອາດ ສາມາດປະກາດເປັນບ້ານສາທາລະນະສຸກ ບ້ານວັດທະນະທຳໄດ້ 100% ສຳລັບທິດທາງໃນຕໍ່ໜ້າແຂວງຫົວພັນ ຈະສືບຕໍ່ຍູ້ແຮງ 3 ເມືອງ ແລະ 6 ບ້ານເປົ້າໝາຍ ໃຫ້ໄດ້ຮັບການພັດທະນາ ໂດຍສະເພາະ ແມ່ນການບັນລຸ 4 ເນື້ອໃນ 4 ຄາດໝາຍ ຊຸກຍູ້ສ້າງຮູບແບບການຜະລິດຢູ່ບັນດາບ້ານເປົ້າໝາຍ ແລະ ສືບຕໍ່ຈັດຕັ້ງປະຕິບັດ ນິຕິກຳ 3 ຂໍ້ແຂ່ງຂັນ 4 ບຸກທະລຸ 3 ລັກສະນະ 5 ຫຼັກມູນຂອງຂະແໜງການສຶກສາ ເພື່ອສ້າງໂອກາດ ເຮັດໃຫ້ອັດຕາການເຂົ້າຮຽນຂອງເດັກໃນເກນອາຍຸເຂົ້າຮຽນ ໃຫ້ໄດ້ເຂົ້າຮຽນຢ່າງຄົບຖ້ວນ.
ຂ່າວຈາກ: Vientiane Today