24.3.15

ທ່ານນາຍົກລັດຖະມົນຕີ ໂອ້ລົມພະນັກງານນັກຮົບປະຕິວັດ ອາວຸໂສບຳນານຢູ່ແຂວງຫົວພັນ

 ໃນວັນທີ 22 ມີນານີ້, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຕໍ່ພະນັກ ງານ ການນຳ, ພະນັກງານຫຼັກແຫຼ່ງ,ພະ ນັກງານ-ນັກຮົບປະຕິວັດອາ ວຸໂສບຳນານ, ນັກຮົບແຂ່ງຂັນ ແລະ ວິລະຊົນແຫ່ງຊາດ, ສະມາ ຊິກພັກ-ພະນັກງານ  ແລະ ພໍ່ແມ່  ປະຊາຊົນພາຍໃນແຂວງຫົວພັນ.
    ກ່ອນອື່ນ,​ ທ່ານນາຍົກລັດ ຖະມົນຕີໄດ້ຮັບຟັງການລາຍ ງານສະພາບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະ ກິດ-ສັງຄົມຈາກ ທ່ານ ຄຳຮຸ່ງ ເຮືອງວົງສີ ເລຂາພັກແຂວງ ເຈົ້າແຂວງຫົວພັນ ຊຶ່ງເຫັນວ່າ: ທົ່ວແຂວງສືບຕໍ່ມີສະຖຽນລະ ພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບປອດໄພ ແລະ ປະຊາຊົນບັນດາເຜົ່າມີ ຄວາມສາມັກຄີເປັນປຶກແຜ່ນ; ເສດຖະກິດຂອງແຂວງມີການ ຂະຫຍາຍຕົວສະເລ່ຍ
11,74%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ ໄດ້ 736 ໂດລາສະຫະລັດ (ປີ 2014); ວຽກງານກໍ່ສ້າງຮາກ ຖານການເມືອງພັດທະນາຊົນ ນະບົດຮອບດ້ານ ຕາມ 4 ເນື້ອ ໃນ 4 ຄາດໝາຍ ຕິດພັນກັບ ການເຮັດທົດລອງ 3 ສ້າງກໍ່ໄດ້ ມີການຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າ; ວຽກງານພັກ-ພະນັກງານ ກໍມີການເຕີບໃຫຍ່ຂະຫຍາຍ ຕົວ. ປະຈຸບັນທົ່ວແຂວງມີສະມາ ຊິກພັກທັງໝົດ 14.000 ກ່ວາ ສະຫາຍ ໃນນັ້ນມີ 124 ຮາກ ຖານພັກ ແລະ 915 ໜ່ວຍພັກ ແລະ ມີໜ່ວຍພັກເຂັ້ມແຂງຮູ້ ນຳພາຮອບດ້ານ 498 ໜ່ວຍ; ຄອບຄົວທຸກຍາກໄດ້ຫຼຸຸດລົງມາ ເຫຼືອ 30,47% ໃນປີ 2014; ອັດ ຕາຊົມໃຊ້ໄຟຟ້າຄົວເຮືອນເພີ່ມ ຂຶ້ນເປັນ 63% ແລະ ສ້າງບ້ານ ພັດທະນາໄດ້ 152 ບ້ານ, ເຮັດ ໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ ປະຊາຊົນພາຍໃນແຂວງຫົວ ພັນນັບມື້ນັບດີຂຶ້ນ.
    ຈາກນັ້ນ ທ່ານນາຍົກລັດ ຖະມົນຕີກໍໄດ້ສະແດງຄວາມຢື້ ຢາມຖາມຂ່າວໄປຍັງພະນັກ ງານອາວຸໂສບຳນານ, ນັກຮົບ ປະຕິວັດ ແລະ ຍ້ອງຍໍຊົມເຊີຍ ຜົນສຳເລັດທີ່ແຂວງຍາດມາ ໄດ້. ພ້ອມທັງໃຫ້ກຽດພົບປະໂອ້ ລົມໂດຍທ່ານໄດ້ຍົກໃຫ້ເຫັນ ມູນເຊື້ອ, ການເຕີບໃຫຍ່ຂະ ຫຍາຍຕົວ, ຜົນງານ ແລະ ໄຊ ຊະນະຕະຫຼອດໄລຍະ 60 ປີ ທີ່ຜ່ານມາ, ພາຍໃຕ້ການຊີ້ນຳນຳ ພາຂອງພັກປະຊາຊົນ ປະຕິວັດ ລາວ ນອກນັ້ນທ່ານຍັງໄດ້ຍົກ ໃຫ້ເຫັນສະພາບອັນພົ້ນເດັ່ນ ອື່ນໆຕື່ມອີກ ທັງຢູ່ພາຍໃນ ແລະ ຕ່າງປະເທດໃຫ້ຜູ້ເຂົ້າຮ່ວມໄດ້ ຮັບຊາບ. ໂອກາດດຽວກັນທ່ານ ນາຍົກລັດຖະມົນຕີໄດ້ໃຫ້ທິດ ຊີ້ນຳຕໍ່ພະນັກງານ, ສະມາຊິກ ພັກ ແລະ ກຳລັງປະກອບອາ ວຸດ (1). ຈົ່ງອອກແຮງຖະນຸບຳ ລຸງຄຸນສົມບັດສິນທຳປະຕິວັດ, ຄຸນທາດການເມືອງ, ເພີ່ມທະ ວີຄວາມສາມັກຄີເປັນເອກະ ພາບພາຍໃນ,​ ຍົກລະດັບຄວາມ ຮູ້ໃນທຸກດ້ານໃຫ້ສູງຂຶ້ນເລື້ອຍໆ, ຕິດພັນກັບມະຫາຊົນຢູ່ສະເໝີ. (2). ພະຍາຍາມຮຽນຮູ້ໃນພຶດ ຕິກຳ, ປັບປຸງດັດແປງວິທີນຳ ພາໃຫ້ທັນການ, ​ຍົກສູງຄວາມ ຮັບຜິດຊອບ, ເສີມຂະຫຍາຍ ມານະຈິດປະຕິວັດ, ບຸກບືນສູ້ ຊົນເຮັດຫຼ້ອນໜ້າທີ່ວຽກງານທີ່ ພັກ ແລະ ລັດມອບໝາຍໃຫ້, ເຊີດ ຊູກຽດ ແລະ ອິດທິພົນຂອງພັກ ເຮົາຂຶ້ນຢ່າງບໍ່ຢຸດຢັ້ງໃຫ້ສົມກັບ ຄວາມໄວ້ເນື້ອເຊື່ອໃຈຂອງປະ ຊາຊົນບັນດາເຜົ່າ, ສົມກັບເປັນ ຜູ້ຈັດຕັ້ງ ແລະ ນຳພາທຸກໄຊຊະ ນະຂອງການປະຕິວັດລາວ. (3). ບັນດາສະຫາຍພະນັກງານ, ຜູ້ອາວຸໂສບຳນານຜູ້ທີ່ເຄີຍຊຸບ ຫຼໍ່ໃນແປວໄຟແຫ່ງການຕໍ່ສູ້ກູ້ ຊາດໃນເມື່ອກ່ອນ, ຈົ່ງຕັ້ງໜ້າ ເສີມຂະຫຍາຍມູນເຊື້ອອັນດີ ງາມຂອງຕົນ, ປະກອບສ່ວນ ເຂົ້າໃນການສຶກສາອົບຮົມຈິດ ໃຈຮັກຊາດແພງເຊື້ອ, ທັດສະ ນະຫຼັກໝັ້ນປະຕິວັດໃຫ້ແກ່ຊາວ ໜຸ່ມເຍົາວະຊົນ, ເປັນຄັນທຸງ ເຕົ້າໂຮມຄວາມສາມັກຄີໃນໝູ່ ພະນັກງານ ແລະ ປະຊາຊົນ, ເປັນແບບຢ່າງນຳໜ້າ, ນຳພາ  ຮຸ່ນລູກຮຸ່ນຫຼານເຂົ້າຮ່ວມໃນ ວຽກງານປົກປັກຮັກສາຄວາມ ເປັນລະບຽບຮຽບຮ້ອຍຂອງ ບ້ານເມືອງ, ປະກອບສ່ວນເຂົ້າ ໃນການສ້າງເສດຖະກິດ ແລະ ຂະ ຫຍາຍວັດທະນະທຳຢູ່ຮາກ ຖານຂອງຕົນ. (4). ຈົ່ງອອກແຮງ ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບໃໝ່, ມູນເຊື້ອສາ ມັກຄີປອງດອງອ້ອມຂ້າງພັກ ປະຕິບັດສິດເປັນເຈົ້າປະເທດ ຊາດຢ່າງແຂງແຮງເປັນເຈົ້າ ການເຂົ້າຮ່ວມໃນການຕິດຕາມ ກວດກາການເຄື່ອນໄຫວຂອງ ພັກ ແລະ ຂອງສະມາຊິກພັກ ຢ່າງເປັນປົກກະຕິ, ຊ່ວຍເຫຼືອ ພັກ ແລະ ສະມາຊິກເສີມຂະ ຫຍາຍຈຸດດີ, ດັດແປງແກ້ໄຂ ຈຸດອ່ອນ ແລະ ຂໍ້ຂາດຕົກບົກ ຜ່ອງ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການວາງແຜນ ແລະ ປະ  ຕິບັດແນວທາງນະໂຍບາຍຂອງ ພັກ ເພື່ອສ້າງສາພັດທະນາປະ ເທດຊາດຂອງພວກເຮົາໃຫ້ມັ່ງ ຄັ່ງເຂັ້ມແຂງ, ເຮັດໃຫ້ປະຊາ ຊົນເຮົາທຸກຄົນມີຊີວິດການເປັນ ຢູ່ທີ່ດີ ແລະ ຮັ່ງມີຜາສຸກເຮັດໃຫ້ ສັງຄົມລາວເຮົາມີປະຊາທິປະໄຕ, ມີຄວາມສີວິໄລ ແລະ ຍຸຕິທຳ.
    ພ້ອມດຽວກັນນັ້ນ ໃນຕອນ ເຊົ້າຂອງວັນທີ 23 ມີນາ 2015, ທ່ານນາຍົກລັດຖະມົນຕີກໍໄດ້ ໃຫ້ກຽດເຂົ້າຮ່ວມພິທີໂຮມຊຸມ ນຸມ ເພື່ອສະເຫຼີມສະຫຼອງວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດ ລາວ ຄົບຮອບ 60 ປີ (22/3/ 1955-22/3/2015) ທີ່ສະໜາມ ກິລາຂອງແຂວງ. ພິເສດໃນພິທີ ໂຮມຊຸມນຸມໃນຄັ້ງນີ້ຍັງໄດ້ໃຫ້ ກຽດເຂົ້າຮ່ວມຂອງ ທ່ານ ພົນ ເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການກົມການ ເມືອງສູນກາງພັກ ອະດີດນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີບັນດາການນຳຂອງ ແຂວງ-ເມືອງ, ພະນັກງານປະ ຕິວັດອາວຸໂສ,​ ພະນັກງານສະ ມາຊິກພັກ, ລັດຖະກອນ, ທະ ຫານ-ຕຳຫຼວດ, ນັກຮຽນ-ນັກ ສຶກສາ ຕະຫຼອດຮອດພໍ່ແມ່ປະ ຊາຊົນພາຍໃນແຂວງເຂົ້າຮ່ວມ ທັງໝົດ ປະມານ 6.660 ຄົນໃນ ພິທີດັ່ງກ່າວໄດ້ຮັບຟັງບົດປາ ໄສຈາກ ທ່ານ ຄຳຮຸ່ງ ເຮືອງວົງສີ ເລຂາພັກແຂວງ ເຈົ້າແຂວງຫົວ ພັນ ພ້ອມນັ້ນຍັງໄດ້ຮັບຊົມການ ສະແດງຈາກນັກຮຽນ ແລະ ຮັບ ຟັງບົດເພງຕ່າງໆ ເພື່ອເປັນ ການສັນລະເສີນ ແລະ ສະເຫຼີມ ສະຫຼອງວັນສ້າງຕັ້ງພັກປະຊາ ຊົນ ປະຕິວັດລາວຄົບຮອບ 60 ປີ ຊຶ່ງເຕັມໄປດ້ວຍບັນຍາກາດ ທີ່ຄຶກຄື້ນ, ມີຄວາມໝາຍ ແລະ ດຳເນີນໄປດ້ວຍຜົນສຳເລັດທີ່ ຈົບງາມ.
ຂ່າວຈາກ: ໜັງສືພີມປະຊາຊົນ