20.3.15

ແຂວງ ຫົວພັນໃຊ້ງົບເຂົ້າບັນດາໂຄງການ ຂະຫຍາຍຕາຂ່າຍໄຟຟ້າ 700 ກວ່າຕື້

ເພື່ອເຮັດໃຫ້ຈຳນວນ ຄົວເຮືອນ ທົ່ວ 8 ເມືອງ ໃນແຂວງຫົວພັນ ໄດ້ມີໄຟຟ້າໃຊ້ຢ່າງທົ່ວເຖິງ, ແຂວງ ໄດ້ໃຊ້ງົບມູນຄ່າ 700 ກວ່າຕື້ກີບ ແນໃສ່ຂະຫຍາຍຕາຂ່າຍໄຟຟ້າແຮງກາງ ແລະ ແຮງຕໍ່າ ລວມທັງການຕິດ ຕັ້ງໝໍ້ແປງເຂົ້າຫາຊຸມຊົນຕ່າງໆ.
     ຕາມແຫຼ່ງຂ່າວຈາກພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາທາງພະແນກໄດ້ເອົາໃຈໃສ່ຄຸ້ມຄອງຕິດຕາມ, ກວດກາຄວາມຄືບໜ້າຂອງບັນດາໂຄງການກໍ່ສ້າງຕາຂ່າຍ ໄຟຟ້າແຮງກາງ, ແຮງຕໍ່າ ແລະ ຕິດຕັ້ງໝໍ້ແປງໄຟຟ້າເຂົ້າບັນດາໝູ່ບ້ານຂອງ 8 ຕົວເມືອງພາຍໃນແຂວງ ລວມເປັນມູນຄ່າ 706,12 ຕື້ກີບ,   ໃນນີ້
ເປັນໂຄງການກໍ່ສ້າງຕາຂ່າຍໄຟຟ້າແຮງກາງຂະໜາດ 22-35 ກິໂລໂວນ, ແຮງຕໍ່າ 0,4 ກິໂລໂວນ ແລະ ຕິດຕັ້ງໝໍ້ແປງໄຟຟ້າທີ່ໄດ້ປະຕິບັດຈົນມາເຖິງງວດທຳອິດຂອງສົກປີນີ້ເຫັນວ່າຫຼາຍໂຄງການແມ່ນມີຄວາມຄືບໜ້າດີຕົ້ນຕໍແມ່ນໂຄງການດຶງໄຟຟ້າເຂົ້າ 9 ໝູ່ບ້ານໃນເຂດເມືອງກວັນຂອງເມືອງຊໍາໃຕ້ຄິດເປັນມູນຄ່າ 22,01 ຕື້ກີບປະ ຕິບັດໄດ້ 33,04%.
     ສ່ວນການກໍ່ສ້າງຕາຂ່າຍໄຟຟ້າແຮງກາງ, ແຮງຕໍ່າ ແລະ ຕິດຕັ້ງໝໍ້ ແປງໄຟຟ້າເຂົ້າບັນດາບ້ານຂອງເມືອງຫົວເມືອງ, ຊຳເໜືອ, ວຽງໄຊ, ສົບເບົາ ແລະ ເມືອງແອດ ໃນມູນຄ່າ 129,67 ຕື້ກີບ ດຽວນີ້ສຳເລັດ ແລ້ວ 33,99%, ຕິດຕັ້ງເຂົ້າເຂດສາງເລກ 6 ຫາ ບ້ານໜອງຄ້າງ ແລະ ຕິດຕັ້ງໄຟເຍືອງທາງເທສະບານເມືອງຊຳເໜືອ ເປັນມູນຄ່າ 23,44 ຕື້ກີບ, ໂຄງການຢູ່ບ້ານເມືອງປານ ຫາ ເຂດບ້ານນາຈອງ ແລະ ເຂດຕະແອ້ນ ເມືອງວຽງໄຊ ມູນຄ່າ 9,03 ຕື້ກີບ ກໍາລັງລົງມືກໍ່ສ້າງໄດ້ 19,33%, ສໍາລັບການຕິດຕັ້ງໄຟຟ້າເຂົ້າສູ່ເຂດຊົນນະບົດແຂວງຫົວພັນ ແລະ ຕິດຕັ້ງໄຟເຍືອງທາງເທສະບານເມືອງຮ້ຽມ, ເມືອງຊໍາເໜືອໄລຍະ II ມູນຄ່າ 49,25 ຕື້ກີບ ຄືບໜ້າ 31%, ສ່ວນເຂດເມືອງຊໍາເໜືອ ແມ່ນສ້າງສໍາເລັດແລ້ວ, ແລະ ກໍາລັງລໍຖ້າປັບປຸງເສັ້ນທາງ ແລະ ຕາຂ່າຍໄຟຟ້າຕົ້ນທາງຢູ່ເມືອງຫົວເມືອງ ສະເພາະໄຟເຍືອງທາງເທສະບານເມືອງ ຮ້ຽມແມ່ນກໍາລັງລົງມືໝາຍຂຸມຈຸດຕັ້ງເສົາ.
    ໂຄງການກໍ່ສ້າງຕາຂ່າຍແຮງດັນກາງ 22 ກິໂລໂວນ, ແຮງຕໍ່າ 0,4 ກິໂລໂວນ ແລະ ຕິດຕັ້ງໜໍ້ແປງໄຟຟ້າເຂົ້າເຂດເມືອງຮ້ຽມ ແລະ ເຂດຜາຖີ່ ມູນຄ່າ 188,22 ຕື້ກີບ ຄືບໜ້າແລ້ວ 85%,ນອກຈາກນີ້ ໂຄງການກໍ່ສ້າງຕາຂ່າຍໄຟຟ້າແຮງກາງລະດັບ 35 ກິ ໂລໂວນ, ແຮງຕ່ຳ 0,4 ກິໂລໂວນ ແລະ ຕິດຕັ້ງໝໍ້ແປງໄຟຟ້າເຂົ້າເຂດ ສາມເມືອງລຽບນໍ້າມ່າ ເຊັ່ນ: ເມືອງສົບເບົາ, ຊຽງຄໍ້ ແລະ ເມືອງແອດ ມູນຄ່າ 54,95 ຕື້ກີບ ພວມປະຕິບັດ 95%, ນອກນັ້ນ ການກໍ່ສ້າງ ຕາຂ່າຍໄຟຟ້າເຂົ້າ 33 ໝູ່ບ້ານ ມູນຄ່າ 57,23 ຕື້ກີບ ຢູ່ເມືອງຫົວເມືອງ, ສົບເບົາ, ເມືອງແອດ ກໍກຳລັງດຳເນີນໄປຢ່າງເຂັ້ມຂຸ້ນ ໜ້າວຽກໂດຍລວມຮອດຂະນະນີ້ ມີຄວາມຄືບໜ້າ 44% ນອກນັ້ນຍັງມີໂຄງການ ອື່ນໆອີກ.
    ຂໍ້ມູນຍັງໃຫ້ຮູ້ອີກວ່າ: ມາຮອດປະຈຸບັນທົ່ວແຂວງຫົວພັນມີ 717 ບ້ານ, 47.310 ຄົວເຮືອນ ແລະ ທີ່ໄດ້ຊົມໃຊ້ໄຟຟ້າແລ້ວມີທັງໝົດ 399 ບ້ານ ເທົ່າກັບ 55,65% ຂອງຈຳນວນບ້ານທັງໝົດໃນທົ່ວແຂວງ ແລະ ມີຈໍານວນ 30.018 ຄອບຄົວ ເທົ່າກັບ 63,45% ຂອງຄອບຄົວທັງ ໝົດໃນທົ່ວແຂວງ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ