31.3.15

ຂະແໜງບໍ່ແຮ່ຍັງຄອງອັນດັບໜຶ່ງການລົງທຶນຢູ່ແຂວງຫົວພັນ

ພາບປະກອບ
  ແຂວງຫົວພັນ ນອກຈາກຈະມີ ທິວທັດທຳມະຊາດທີ່ອຸດົມສົມບູນແລ້ວ ຍັງມີແຮ່ທາດສຳຄັນຫຼາຍຊະນິດທີ່ກຳ ລັງໄດ້ຮັບຄວາມສົນໃຈຈາກນັກລົງທຶນ ເປັນຢ່າງດີ, ທັງເປັນຂະແໜງມາແຮງໃນ ປະຈຸບັນ ແລະມີການລົງທຶນແລ້ວ 1.500 ຕື້ກວ່າກີບ.
    ທ່ານ ພອນໄຊ ອິນທະວົງ ຫົວໜ້າພະ ແນກແຜນການ ແລະການລົງທຶນແຂວງ ຫົວພັນໃຫ້ຮູ້ວ່າ: ຫົວພັນ ເປັນແຂວງໜຶ່ງທີ່ມີຊັບພະຍາກອນທຳມະຊາດອຸດົມສົມບູນນັບທັງແຮ່ທາດຢູ່ທີ່ໜ້າດິນ ແລະໃຕ້ດິນຊຶ່ງປະຈຸບັນຫຼາຍຊະນິດແຮ່ທາດແມ່ນໄດ້
ຮັບການຂຸດຄົ້ນແລ້ວ ແລະຍັງເປັນຈຸດດຶງດູດນັກລົງທຶນພາຍໃນ ແລະຕ່າງປະເທດໃນຈຳນວນຫຼາຍຂຶ້ນ ເຫັນໄດ້ຈາກຕົວເລກ ການລົງທຶນໃນໄລຍະ 4 ປີຜ່ານມານີ້, ທາງພະແນກ ກໍຄືແຂວງໄດ້ອອກໃບອະນຸຍາດລົງທຶນໃນກິດຈະການສໍາປະທານທັງໝົດ
33 ໂຄງການ ລວມເປັນມູນຄ່າ230,22 ລ້ານໂດລາ ຫຼື ເທົ່າກັບ1.841,76 ຕື້ກີບກວມເອົາປະມານ 33,61% ຂອງ GDP ເມື່ອທຽບໃສ່ແຜນການ 5 ປີທີ່ວາງໄວ້ (1.369 ຕື້ກີບ) ລື່ນຄາດໝາຍ 34,53%, ໃນນີ້ ເປັນການລົງທຶນພາຍໃນມີ 11 ໂຄງ ການເປັນມູນຄ່າ 10,96 ລ້ານໂດລາ ແລະ ຕ່າງປະເທດ 19 ໂຄງການ ມີມູນຄ່າ 185,33 ລ້ານໂດລາ, ສ່ວນການລົງທຶນ ແບບຮ່ວມທຶນມີ 3 ໂຄງການ ມີມູນຄ່າ 33,93 ລ້ານໂດລາສະຫະລັດ.
    ການລົງທຶນຂອງພາກເອກະຊົນທີ່ໄດ້ອອກອະນຸຍາດໄປນັ້ນສ່ວນຫຼາຍແມ່ນຂະ ແໜງບໍ່ແຮ່ ແລະກໍເປັນຂະແໜງທີ່ຍັງຕິດອັນດັບໜຶ່ງຂອງການລົງທຶນຂອງແຂວງທີ່ມີ 13 ໂຄງການ ເປັນມູນຄ່າ 192,32 ລ້ານໂດລາ ຫຼື ປະມານ 1.538,56 ຕື້ກີບ, ຮອງລົງມາເປັນພະລັງງານໄຟຟ້າມີ 2 ໂຄງການມູນຄ່າ 20,12 ລ້ານໂດລາ, ຂະແໜງບໍລິການ 9 ໂຄງການ ມີມູນຄ່າ 9,46 ລ້ານໂດລາສະຫະລັດ, ກະສິກຳມີ 4 ໂຄງການຄິດເປັນມູນຄ່າ 4,65 ລ້ານໂດລາ ແລະອີກ 5 ໂຄງການແມ່ນຂະ ແໜງອຸດສາຫະກຳ ແລະການຄ້າມີມູນ ຄ່າ 3,67 ລ້ານໂດລາ.
     ທ່ານຫົວໜ້າພະແນກໃຫ້ຮູ້ອີກວ່າ: ທີ່ຜ່ານມາຂະແໜງບໍ່ແຮ່ໄດ້ຂຸດຄົ້ນ ແລະ ຈໍາໜ່າຍແຮ່ຫີນກໍ່ສ້າງ (ຫີນພູ) ໄດ້ 58.411 ແມັດກ້ອນ ເປັນມູນຄ່າ 35,04 ຕື້ກີບ, ແຮ່ຫີນກໍ່ສ້າງ (1/2) 52.652 ແມັດກ້ອນ ມູນຄ່າ 5,26 ຕື້ກີບ ແລະ ສົ່ງອອກແຮ່ເຫຼັກໄດ້ 107.055,10 ໂຕນໃນມູນຄ່າ 2,35 ລ້ານໂດລາ, ແຮ່ກົ່ວ 400 ໂຕນສ້າງເງິນໄດ້ 2,86 ລ້ານໂດ ລາ, ແຮ່ກາກແນັດໄດ້ 131,99 ໂຕນ ມູນຄ່າ 86.981 ໂດລາ, ຖ່ານຫີນ 52.665,81 ໂຕນ ເປັນມູນຄ່າ 329.161,31 ໂດລາ ແລະ ສາມາດສ້າງ ລາຍຮັບເຂົ້າງົບປະມານຂອງແຂວງໄດ້ 17 ຕື້ກວ່າກີບ ຫຼື ປະມານ 2,13 ລ້ານ ໂດລາ.
ຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ