17.3.15

ຕາດນ້ຳນົ່ວ ເປັນແຫຼ່ງທ່ອງທ່ຽວທຳມະຊາດໜ້າທ່ຽວຊົມ

   ນ້ຳຕົກຕາດນ້ຳນົ່ວຖືເປັນນ້ຳຕົກຕາດທຳມະຊາດທີ່ໜ້າທ່ຽວຊົມທີ່ສຸດອີກແຫ່ງໜຶ່ງຂອງເມືອງວຽງໄຊ ແຂວງຫົວພັນ ເພາະເປັນນ້ຳຕົກຂະໜາດໃຫຍ່ມີສອງຊັ້ນແຕ່ລະຊັ້ນລ້ວນແຕ່ມີຄວາມສູງເວລາສາຍນ້ຳ¬ຕົກໄຫຼສາດໃສ່ວັກລຸ່ມແລ້ວໄຫຼລົງມາຕາມລຳທານນ້ອຍເບິ່ງແລ້ວເປັນພາບສວຍງາມໜ້າຕື່ນຕາຕື່ນໃຈ ຍິ່ງເມື່ອໄດ້ໄປຢືນໃກ້ນ້ຳຕົກສູບດົມອາກາດອັນບໍລິສຸດແລ້ວ ຍິ່ງສ້າງຄວາມປະທັບໃຈບໍ່ໜ້ອຍບໍ່ພຽງເທົ່ານີ້ ບໍລິເວນອ້ອມຮອບນ້ຳຕົກຍັງເຕັມໄປດ້ວຍຕົ້ນໄມ້ນາໆຊະ¬ນິດຂຽວກະຈີ ສົ່ງຜົນໃຫ້ໃນແຕ່ລະປີມີນັກທ່ອງທ່ຽວທັງພາຍໃນ ແລະ  ຕ່າງປະເທດເດີນ¬ທາງເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ.
   ນ້ຳຕົກຕາດທີ່ວ່ານີ້ ຕັ້ງຢູ່ກິໂລແມັດທີ 22 ລະຫວ່າງທາງຈາກຊຳເໜືອວຽງໄຊ ແລະ ຫ່າງຈາກຖ້ຳນົກແອນປະມານ 1 ກິໂລແມັດ, ທິດເໜືອຕິດກັບບ້ານສາມັກຄີ, ທິດໃຕ້ຕິດກັບບ້ານວັງໄຫ, ທິດຕາເວັນຕົກ ຕິດກັບບ້ານຫາງລອງ, ທິດຕາເວັນອອກ ຕິດກັບບ້ານນາແທນ, ສ່ວນການເດີນທາງໄປຍັງນ້ຳຕົກນັ້ນ ແມ່ນຕ້ອງໄດ້ເຊົ່າລົດຈັກ ຫຼື
ລົດໂດຍສານຮັບຈ້າງຈາກເມືອງຊຳເໜືອໄປເມືອງວຽງໄຊ (ກໍລະນີຜູ້ທີ່ບໍ່ໄດ້ເອົາລົດສ່ວນຕົວໄປ) ຫຼັງຈາກນັ້ນ ຍ່າງເຂົ້າໄປໃນປ່າອີກປະ¬ມານ 3 ກິໂລແມັດ ກໍຈະເຖິງຈຸດ¬ໝາຍແຕ່ລະຫວ່າງທາງບາງໄລຍະເປັນໜ້າຜາສູງຊັນ ແລະ ເປັນປ່າຮົກ ຄວນລະວັງໃນການເດີນທາງບໍລິເວນໃກ້ຄຽງນ້ຳຕົກນັ້ນບໍ່ມີຮ້ານອາ¬ຫານ ຫຼື ເຄື່ອງຂາຍ ເພາະການທ່ອງທ່ຽວເມືອງວຽງໄຊຍັງເປັນທຳມະຊາດລ້ວນໆ ສະ¬ນັ້ນ ນ້ຳດື່ມ ແລະ ອາຫານຕ້ອງໄດ້ກະກຽມໄປຕັ້ງແຕ່ຕົ້ນທາງ.
   ຢ່າງໃດກໍຕາມ ສຳລັບນັກທ່ອງທ່ຽວທ່ານໃດທີ່ສົນໃຈ ໂດຍສະ¬ເພາະຜູ້ທີ່ມັກຄວາມທ້າທາຍ ກໍສາມາດໄປທ່ຽວຊົມກັນໄດ້ ຊຶ່ງນອກ¬ຈາກຈະໄດ້ທ່ຽວຊົມນ້ຳ¬ຕົກ¬ຕາດນ້ຳນົ່ວແລ້ວ ທ່ານຍັງຈະໄດ້ເຫັນແຫຼ່ງທ່ອງທ່ຽວທີ່ສວຍງາມອີກຫຼາກຫຼາຍແຫ່ງ ເພາະດັ່ງທີ່ຮູ້ນຳກັນແລ້ວວ່າ ຫົວ¬ພັນເປັນແຂວງໜຶ່ງທີ່ມີຊື່ສຽງດ້ານການ¬ທ່ອງທ່ຽວ ບໍ່ວ່າຈະເປັນທາງວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ, ມີພູທີ່ທຳມະຊາດສ້າງໃຫ້ເປັນຖ້ຳຈຳນວນຫຼາຍກວ່າ 480 ແຫ່ງ, ຊຶ່ງບັນດາຖ້ຳສ່ວນຫຼາຍພົບເຫັນຢູ່ເມືອງວຽງໄຊ, ໃນປາງສົງຄາມບັນດາຖ້ຳດັ່ງ ກ່າວໄດ້ຖືກນຳໃຊ້ເປັນສູນກາງບັນຊາການຂອງກຳລັງຮັກຊາດ ກໍຄືເປັນທີ່ຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ສູນກາງແນວລາວຮັກຊາດ ແລະ ມາຮອດປະຈຸບັນມີຫຼາຍແຫ່ງໄດ້ຮັບການພັດທະນາເປັນສະຖານທີ່ທ່ອງທ່ຽວສ້າງລາຍຮັບເຂົ້າງົບປະມານຢ່າງມະຫາສານ.
   ນອກນີ້ ຍັງມີທຳມະຊາດນ້ຳຕົກຕາດຢັງຢາຍຢູ່ຫຼາຍໆບ່ອນ ຊຶ່ງມີທັງບ່ອນທີ່ມີຊື່ສຽງ ແລະ ສາ¬ມາດເຂົ້າເຖິງສະດວກສະບາຍເຊັ່ນ: ນ້ຳຕົກຕາດສະເຫຼີຍ ເມືອງຊຳເໜືອ, ນ້ຳຕົກຕາດນົ່ວ ເມືອງວຽງໄຊ, ນ້ຳຕົກ ຕາດລຸນ ເມືອງວຽງທອງ, ນ້ຳຕົກຕາດ ວັງໄນ, ຕາດຊາວວາ ເມືອງຊຳໃຕ້ ແລະ ຕາດຫ້ວຍຕາດ ເມືອງສົບເບົາທີ່ລ້ວນແລ້ວແຕ່ລໍຖ້າການໄປຢ້ຽມຊົມຂອງບັນດາທ່ານນັກທ່ອງທ່ຽວທັງຫຼາຍຢູ່.