11.5.15

ແຂວງຫົວພັນເກັບລາຍຮັບໄດ້ 30 ກ່ວາຕື້ໃນ6ເດືອນຕົ້ນປີ

ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນໃນຂອດການຈັດເກັບລາຍຮັບເຂົ້າງົບປະມ່ານໃນໄລຍະ 6 ເດືອນຕົ້ນປີຂອງສົກ, ສາມາດປະຕິບັດໄດ້ທັງໝົດ 30 ກ່ວາຕື້ກີບ ແລະ ຄາດວ່າຈະໃຫ້ໃຫ້ໄດ້ຕື່ມ 20 ກວ່າຕື້ກີບ
ອີງຕາມຂໍ້ມູນຂອງພະແນກແຜນການ ແລະ ການລົງທືນ ແຂວງຫົວພັນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິດບັດແຜນພັດະນາເສດຖະກິດ-ສັງຄົມໂດຍສະເພາະແມ່ນວຽກງານການຈັດເກັບລາຍຮັບເຂົາງົບປະມ່ານໃນ 6 ເດືອນຜ່ານມາທົ່ວແຂວງສາມາດຈັດເກັບລາຍຮັບເຂົ້າງົບປະມ່ານໄດ້ທັງທັງໝົດ 30.67 ຕື້ກີບ (ລ່ວມທັງບ້ວງຂອງແຂວງ ແລະ ສູນກາງ) ທຽບໃສ່ແຜນການປີເທົ່າກັບ
49.97% ສະເພາະລາຍຮັບພາຍໃນແຂວງປະຕິບັດໄດ້ 28.37 ຕື້ກີບ ເທົ່າກັບ 41.78%, ໃນນີ້ເປັນລາຍຮັບຈາກສວຍສາອາກອນຈຳນວນ 24 ຕື້ກີບ, ຮັບຈາກພູດພາສີແບ່ງປັນໃຫ້ເມືອງ
ສາມສ້າງປະຕິບັດໄດ້ 1.63 ຕື້ກີບ ແລະ ຈາກຊັບສິນ 2.74 ຕື້ກີບ, ນອກນັ້ນໃນສົກປີ 2014-2015 ກະຊວງສາທາລະນາສຸກໄດ້ແບ່ງກອງທືນ (ຄ່າບໍລິການ ແລະ ກອງທືນຢາ)ໃຫ້ແຂວງຫົວພັນຈຳນວນ 5.98 ຕື້ກີບ ແລະ ໄດ້ຈັດຕັ້ງປະຕິບັດໃນ 6 ເດືອນຕົ້ນປີໄດ້ 2.98 ຕື້ກີບເທົ່າກັບ 50 % ເມືອທຽບໃສ່ແຜນການປີ. ສ່ວນດ້ານລາຍຈ່າຍງົບປະມ່ານສາມາດປະຕິບັດໄດ້ 221.92 ຕື້ກີບເທົ່າກັບ 48.87% ໃນນີ້ ຈ່າຍເງີນເດືອນພື້ນຖານ 141.97 ຕື້ກີບ, ຈ່າຍເງີນ ນະໂຍບາຍຊ່ວຍໜູນຕ່າງໆ ຈຳນວນ 9.23 ຕື້ກີບ, ຈ່າຍຮັບໃຊ້ບໍລິຫານປົກກະຕິ 15.94 ຕື້ກີບ, ຈ່າຍເງີນດັດສົມ, ສົ່ງເສືມ ແລະ ບຳລູງ 6 ຕື້ກີບ ຈ່າຍການລົງທືນຂອງລັດ 48.03 ຕື້ກີບ ແລະ ຈ່າຍອື່ນໆ ຈຳນວນ 750 ລ້ານກີບ.
ເພື່ອສືບຕໍ່ເຮັດໃຫ້ຄາຍໝາຍໃນໄລຍະ 6 ເດືອນທ້າຍປີງົບປະມານນີ້ ແຂວງຫົວພັນຈະໃຫ້ບັນລຸໄດ້ຕາມແຜນການສູ້ຊົນຊົນສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ 21.04 ຕື້ກີບ, ໃນນັ້ນລາຍຮັບຈາກສວນສາອາກອນ 15.50 ຕື້ກີບ, ລາຍຮັບຈາກພູດແບ່ງປັນໄດ້ (ສາມສ້າງ)ໃຫ້ໄດ້ 1.65 ຕື້ກີບ, ລາຍຮັບຈາກຊັບສິນແມ່ນ 3.91 ຕື້ກີບ ແລະ ສືບຕໍ່ຈັດຕັ້ງປະຄໍຕິບັດກອງທືນ (ຄ່າບໍລິການ ແລະ ກອງທືນຢາ) ໃຫ້ໄດ້ 2.98 ຕື້ກີບ.
ນອກນັ້ນດ້ານລາຍຈ່າຍຈະໃຫ້ໄດ້ 221.21 ຕື້ກີບ, ໃນນີ້ຈ່າຍເງີນເດືອນໃຫ້ໄດ້ 149.37 ຕື້ກີບ, ຈ່າຍເງີນນະໂຍບາຍ ແລະ ເງີນຊ່ວຍ ແລະ ເງີນຊ່ວຍໜູນຕ່າງໆ ໃຫ້ໄດ້ 12.61 ຕື້ກີບ, ຈ່າຍເງີນບໍລິຫານປົກກະຕິໃຫ້ໄດ້ 16.34 ຕື້ກີບ, ຈ່າຍການລັດສົມສົ່ງເສີມ ແລະ ບຳລຸງໃຫ້ໄດ້ 9.66 ຕື້ກີບ, ຈ່າຍການລົງທືນຂອງລັດ 32. 47 ຕື້ກີບ ແລະ ຈ່າຍອື່ນໆ ຈຳນວນ 750 ລ້ານກີບ
ແຫລ່ງຂ່າວຈາກ: ພະແນກແຜນການ ແລະ ການລົງທືນ ແຂວງຫົວພັນ