20.5.15

ຫັດ­ຖະ­ກຳ​ແຂວງຫົວ­ພັນເດັ່ນ ​ກວມ​ກວ່າເຄິ່ງ​ໜຶ່ງ​ໃນ​ລາຍ​ຮັບ​ການ​ສົ່ງ​ອອກ

     ແຂວງຫົວ­ພັນ ເປັນ​ແຂວງ​ທີ່​ມີ​ເອ­ກະ­ລັກສະ­ເພາະ​ທາງ​ດ້ານ​ສີ­ໄມ້­ລາຍ­ມື​ທີ່​ໂດດເດັ່ນ ແລະ​ບໍ່​ຊ້ຳ​ແບບ​ໃນ​ເລື່ອງ​ຂອງ​ການຜະ­ລິດ​ຫັດ­ຖະ­ກຳ​ຕ່ຳ­ຫູກ​ທໍ​ໄໝ​ທີ່​ເປັນ​ມູນເຊື້ອ ຊຶ່ງ​ສາ­ມາດ​ສ້າງ​ເງິນ​ໄດ້​ຫຼາຍກວມອັດ­ຕາ​ສ່ວນ​ກວ່າ​ເຄິ່ງ​ໜຶ່ງ​ຂອງ​ມູນ​ຄ່າການ​ສົ່ງ​ອອກ​ໃນ 6 ເດືອນ​ປີ​ນີ້.
   ພະ​ແນກ​ແຜນ­ການ ແລະ​ການ​ລົງ­ທຶນແຂວງ​ຫົວ­ພັນ​ໃຫ້​ຮູ້​ວ່າ: ສະ­ເພາະ​ໃນ 6 ເດືອນ​ຕົ້ນ, ເຖິງ​ວ່າ​ລາ­ຄາ​ສິນ­ຄ້າສົ່ງ​ອອກຫຼາຍ​ຢ່າງ​ຈະ​ມີ​ລາ­ຄາ​ຕ່ຳ​ລົງ ແຕ່​ໃນທາງ​ກັບ​ກັນ​ການ​ຜະ­ລິດ​ອຸດ­ສາ­ຫະ­ກຳປຸງ​ແຕ່ງ ແລະ​ຫັດ­ຖະ­ກຳຜັດ​ມີ​ທ່າ​ອຽງດີ​ຂຶ້ນ​ບັນ­ລຸ​ໄດ້ 41,17 ຕື້​ກີບ, ໃນ​ນີ້ ອຸດສາ​ຫະ​ກຳ​ປຸງ​ແຕ່ງ​ມູນ​ຄ່າ 13,5 ຕື້​ກີບ ແລະ​ຫັດ­ຖະ­ກຳ 27,6 ຕື້​ກີບທີ່​ເດັ່ນ​ກວ່າໝູ່​ແມ່ນ​ການ​ຫັດ­ຖະ­ກຳ​ຕ່ຳ­ຫູກກວມ​ເອົາ 70% ຂອງ​ມູນ​ຄ່າ​ຫັດ­ຖະ­ກຳ, ດັ່ງ­ນັ້ນ ຈິ່ງ​ເຮັດ​ໃຫ້​ມູນ​ຄ່າ​ສົ່ງ​ອອກ​ບັນ­ລຸ​ໄດ້ 12,26 ລ້ານ​ໂດ​ລາ ຫຼື ປະ­ມານ 98 ຕື້​ກີບ ແລະ ມູນ​ຄ່າ​ນຳ​ເຂົ້າ​ມີ 35,60 ຕື້ ກີບ, ເຮັດ​ໃຫ້​ແຂວງ​ມີ​ຍອດ​ເກີນ​ດຸນ​ແລ້ວ
7,81 ລ້ານ​ໂດ​ລາ.
   ໂດຍ​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ມູນ​ຄ່າ​ການເກັບ​ຊື້​ທົ່ວ​ແຂວງ​ປະ­ຕິ­ບັດ​ໄດ້ 193,26 ຕື້ກີບ, ການ​ຈໍ​ລະ​ຈອນ​ຂາຍ­ຍ່ອຍ 121,48 ຕື້​ກີບ, ຂາຍ­ຍົກ 29,57 ຕື້​ກີບ, ຊຶ່ງ​ທົ່ວແຂວງ​ມີ​ໂຮງ­ງານ​ທັງ​ໝົດ 132 ແຫ່ງ, ສາ­ມາດ​ຕ່ຳ​ສິ້ນ​ໄດ້ 18.151 ຜືນ ມູນ​ຄ່າ 2,17 ຕື້​ກີບ, ຕ່ຳ​ຜ້າ​ໄດ້ 25.288 ແມັດ ລວມ​ມີ 1,60 ຕື້​ກີບ, ຜະ­ລິດ​ເສັ້ນ​ໄໝ 760 ລ້ານ​ກີບ ແລະ​ຜະ­ລິດ​ຫັດ­ຖະ­ກຳ 5,02 ລ້ານ​ກີບ.
   ສຳ­ລັບ​ທິດ​ທາງ​ແຜນ­ການ​ໃນ 6 ເດືອນ​ທ້າຍ​ປີ ແຂວງ​ໄວ້​ວາງ​ຄາດ­ໝາຍ ລວມ​ຍອດ​ການ​ສົ່ງ​ອອກ​ປະ­ມານ 180 ຕື້​ກວ່າ​ກີບ ຫຼື 22,54 ລ້ານ​ໂດ​ລາ ແລະ ມູນ​ຄ່າ​ນຳ​ເຂົ້າ 137 ຕື້​ກວ່າ​ກີບ ຫຼື ປະມານ 17,15  ລ້ານ​ໂດ​ລາ, ທັງ​ນີ້ ແຂວງຈຳ​ຕ້ອງ​ສືບ­ຕໍ່​ຊຸກ­ຍູ້​ສົ່ງ­ເສີມ​ການ​ຜະ­ລິດເປັນ​ສິນ­ຄ້າ​ໃຫ້​ເປັນ​ຂະ​ບວນ​ຟົດ­ຟື້ນ, ປັບ­ປຸງ​ພື້ນ­ຖານ​ໂຄງ​ລ່າງ​ດ້ານ​ການ​ຄ້າ-ການ​ບໍ­ລິ­ການ​ໃຫ້​ມີ​ຄວາມ​ພ້ອມ, ຄຸ້ມຄອງ​ຕະ­ຫຼາດ ແລະ​ລາ­ຄາ​ສິນ­ຄ້າ​ໃຫ້​ໄປຕາມ​ລະ­ບຽບ​ກົດ­ໝາຍ, ພ້ອມ​ທັງສູ້​ຊົນໃຫ້​ມູນ​ຄ່າ​ຂາຍ­ຍ່ອຍ​ໄດ້ 422 ຕື້​ກີບ, ຂາຍຍົກ 64,34 ຕື້​ກີບ ແລະ​ມູນ​ຄ່າ​ເກັບ​ຊື້​ສິນຄ້າ 199,41 ຕື້​ກີບ, ພັດ­ທະ­ນາ​ຄຸນ​ນະ ພາບ​ສິນ­ຄ້າ​ຕົ້ນ­ຕໍ​ສິນ­ຄ້າ​ໜຶ່ງ​ເມືອງ​ໜຶ່ງຜະ­ລິດ​ຕະ​ພັນ​ໃຫ້​ໄດ້​ມາດ­ຕະ­ຖານ, ເພີ່ມທະ­ວີ​ການ​ຮ່ວມ​ມື​ການ​ຄ້າ​ກັບ​ປະ­ເທດອ້ອມ​ຂ້າງ, ສ້າງ​ເງື່ອນ­ໄຂ​ອຳ­ນວຍຄວາມ​ສະ­ດວກ​ໃຫ້​ນັກ­ທຸ­ລະ­ກິດ ແລະ​ປະຊາ​ຊົນ​ມີ​ການ​ແລກ­ປ່ຽນ​ຊື້​ຂາຍ​ສິນ­ຄ້າຮ່ວມ​ກັນ.
   ນອກ­ຈາກ​ນັ້ນ ຍັງ​ສືບ­ຕໍ່​ປຸກ­ລະ­ດົມນັກ­ທຸ­ລະ­ກິດ​ທັງ​ພາຍ​ໃນ ແລະ​ຕ່າງ​ປະເທດ​ເຂົ້າ​ມາ​ລົງ­ທຶນ​ສ້າງ­ຕັ້ງ​ໂຮງ­ງານຊີ­ມັງ, ປັ້ນ​ຫຼໍ່​ແບບ​ທັນ​ສະ­ໄຫມ, ປຸງ​ແຕ່ງຜົນ​ຜະ­ລິດ​ກະ­ສິ­ກຳ ແລະ​ອື່ນໆ, ສົ່ງ­ເສີມການ​ຜະ­ລິດ​ຫັດ­ຖະ­ກຳ​ທີ່​ເປັນ​ມູນ­ເຊື້ອ ແລະ ທ່າ­ແຮງ​ຂອງ​ແຂວງ ຄື​ສິນ­ຄ້າ​ຫັດຖະ​ກຳ​ຜ້າ­ແພ​ໄໝ​ມ້ອນ, ຈັກ­ສານ, ເຄາະຈອດ ແລະ​ເຟີ​ນີ​ເຈີ ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ ຄາດ​ວ່າ​ມູນ​ຄ່າ​ອຸດ­ສາ­ຫະ­ກຳ-ຫັດຖະ​ກຳ​ໃຫ້​ບັນ­ລຸ 191 ຕື້ກ​ກີບ, ໃນ​ນີ້ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ 40 ຕື້​ກີບ ຫຼື ເທົ່າກັບ 20,9% ແລະ​ອີກ 151 ຕື້​ກີບ ແມ່ນຫັດ­ຖະ­ກຳ​ເທົ່າ 97,1%.

ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ