26.5.15

ສຳຫຼວດອອກແບບໂຄງການກໍ່ສ້າງພື້ນຖານໂຄງລ່າງ ກວມຢູ່ສອງເມືອງ ຂອງແຂວງຫົວພັນ

ພາບ: ສະໝາມກິລາເມືອງຊ່ອນ
ແຂວງ​ຫົວ­ພັນໄດ້​ລົງ​ນາມ​ໃນ​ບົດບັນ­ທຶກເພື່ອ​ວ່າ​ຈ້າງ​ບໍ­ລິ­ສັດ​ເຂົ້າ​ໃນ​ການສຳ​ຫຼວດ​ອອກ​ແບບ​ໂຄງ­ການ​ກໍ່­ສ້າງ​ພື້ນຖານ​ໂຄງ​ລ່າງ​ກວມ​ເອົາ​ຢູ່​ສອງ​ເມືອງ​ຄື: ເມືອງ​ຊ່ອນ ແລະ​ ເມືອງ​ຊຽງ​ຄໍ້ ລວມ​ມີມູນ​ຄ່າ​ທັງ​ໝົດ 17 ຕື້​ກວ່າ​ກີບ ໂດຍ​ຖ້າສຳ­ເລັດ​ການ​ສຳ​ຫຼວດ ແລະ ​ອອກ​ແບບແມ່ນ​ບໍ­ລິ­ສັດ​ຈິດ​ຈະ­ເລີນ​ຈະ​ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ.
   ການ​ເຊັນ​ສັນ­ຍາ​ວ່າ​ຈ້າງ​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນ​ຕອນ​ແລງ​ວັນ​ທີ 21 ພຶດ­ສະ­ພາ 2015 ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ດຣ. ຈັນ​ແສງ ພິມ​ມະ​ວົງ ຮອງ​ເຈົ້າ­ແຂວງ ຜູ້​ຊີ້​ນຳ​ຂົງ­ເຂດ​ເສດ­ຖະ­ກິດ​ຂັ້ນ​ແຂວງ, ມີບັນ­ດາ​ທ່ານ​ຫົວ­ໜ້າ-Œຮອງ​ຫົວ­ໜ້າ​ພະ​ແນກການ​ກ່ຽວ­ຂ້ອງ​ຂອງ​ແຂວງ, ເຈົ້າ­ເມືອງຊຳ​ເໜືອ, ເມືອງ​ຊຽງ​ຄໍ້, ເມືອງ​ຊ່ອນ, ບໍລິ​ສັດ​ຜູ້​ຮັບ​ເໝົາ ແລະ​ ພະ­ນັກ­ງານ​ວິ­ຊາການ​ເຂົ້າ​ຮ່ວມ​ນຳ ພິ­ທີ​ເຊັນ​ສັນ­ຍາ​ຄັ້ງ​ນີ້​ມີ 2 ສັນ­ຍາ​ຄື: 
   ສັນ­ຍາ​ທີ 1 ແມ່ນການ​ກໍ່­ສ້າງ​ພື້ນ­ຖານ​ໂຄ່ງ​ລ່າງ​ເທ­ສະ​ບານເມືອງ​ຊ່ອນ ຊຶ່ງ​ປະ­ກອບ​ມີ: ກໍ່­ສ້າງ​ສະ​ໂມສອນ, ສະ­ໜາມ​ກີ­ລາ,
ສວນ​ສາ­ທາ­ລະ­ນະ, ຄ້າຍ​ໝວດ​ທະ­ຫານ, ເສັ້ນ­ທາງ​ແຕ່​ເມືອງ ຊ່ອນ​ຫາ​ບ້ານ​ຫ້ວຍ​ມ້າ (ຜາ​ຖີ່) ເມືອງ ຊໍາ​ເໜືອ ແລະ​ ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມນ້ຳ​ມ່າ, ສ້າງ​ທາງ​ເທ­ສະ​ບານ​ເມືອງ​ຊຽງ ຄໍ້ ບັນ­ດາ​ໂຄງ­ການ​ເຫຼົ່າ​ນີ້ ໂດຍ​ແມ່ນ​ກອງສຳ​ຫຼວດ​ອອກ​ແບບ ແລະ ​ທີ່​ປຶກ­ສາ​ແຂວງ ຫົວ­ພັນ​ເປັນ​ຜູ້​ສຳ​ຫຼວດ ຊຶ່ງ​ມີ​ມູນ​ຄ່າທັງໝົດ 6,28 ຕື້​ກວ່າ​ກີບ.
   ອີກ​ສັນ­ຍາ​ທີ 2 ແມ່ນ​ໂຄງ­ການ​ກໍ່­ສ້າງພື້ນ­ຖານ​ໂຄງ​ລ່າງ​ເມືອງ​ຊ່ອນ​ເຂົ້າ​ຮ່ວມຊຶ່ງປະ­ກອບ​ມີ ສ້າງ​ອາ­ຄານ​ຫ້ອງ­ການ​ຕ່າງໆ, ເສັ້ນທາງ ແລະ ​ຂົວ​ພາຍ​ໃນ​ເທ­ສະ​ບານເມືອງ​ຊ່ອນ ສັນ­ຍາ​ນີ້​ລວມ​ທັງ​ໝົດ​ມີ 11 ກິດ­ຈະ­ກຳ ແລະ ​ຮັບ­ຜິດ­ຊອບ​ສຳ​ຫຼວດ​ອອກແບບ​ໂດຍ​ແມ່ນ​ບໍ­ລິ­ສັດ​ບົວ​ຄຳ​ສຳ​ຫຼວດອອກ​ແບບ ແລະ ​ທີ່​ປຶກ­ສາ​ໃນ​ມູນ​ຄ່າ 1,4 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 11,58 ຕື້​ກີບ ໂດຍ​ທັງ​ສອງ​ໂຄງ­ການ​ນີ້ ເມື່ອ​ສຳເລັດ​ໃນ​ການ​ສຳ​ຫຼວດ​ອອກ​ແບບ​ແລ້ວແມ່ນ​ບໍ­ລິ­ສັດ​ຈິດ​ຈະ­ເລີນ​ຈະ​ເປັນ​ຜູ້​ຮັບ​ເໝົາກໍ່­ສ້າງ.
   ໃຫ້​ກຽດ​ລົງ​ນາມ​ເຊັນ​ບົດ​ບັນ­ທຶກ​ໃນການ​ສຳ​ຫຼວດ​ອອກ​ແບບ​ທັງ​ສອງ​ສັນ­ຍານີ້​ມີ  ທ່ານ ພອນ​ສຸກ ອິນ​ທະ​ວົງ ຫົວ­ໜ້າພະ​ແນກ​ໂຍ­ທາ​ທິ​ການ ແລະ ​ຂົນ­ສົ່ງ​ແຂວງ ຫົວ­ພັນ​ ໃນ​ນາມ​ເຈົ້າ​ຂອງ​ໂຄງ­ການ, ທ່ານ ພອນ​ໄຊ ອິນ​ທະ​ວົງ ຫົວ­ໜ້າ​ພະ​ແນກ​ແຜນການ- Œ ການ​ລົງ­ທຶນແຂວງ, ທ່ານ ອຸນ​ໃຈ ສີ​ແສງ​ຈັນ ຫົວ­ໜ້າ​ກອງ​ສຳ​ຫຼວດອອກແບບ ແລະ​ທີ່​ປຶກ­ສາ​ແຂວງ​ຫົວ­ພັນ, ທ່ານ ສີ​ສົມ​ພອນ ໜໍ່​ສັກ​ປະ­ເສີດ ອຳ­ນວຍ​ການ​ບໍລິ​ສັດ​ບົວ​ຄຳ​ສຳ​ຫຼວດŒອອກ​ແບບ ແລະ ທີ່​ປຶກ­ສາ​ໃນ​ນາມ​ເປັນ​ຜູ້​ສຳ​ຫຼວດ​ອອກ ແບບ​ໂຄງ­ການ​ດັ່ງກ່າວ.

ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ