2.6.15

ລົງມືກໍ່ສ້າງຂົວຂ້າມນ້ຳແອດ ແຂວງຫົວພັນ

ພາບປະກອບຂ່າວ: ແກ້ງລິດ (ເມືອງແອດ)
ວັນ​ທີ 25 ພຶດ­ສະ­ພາ​ຜ່ານ​ມາ ແຂວງ​ຫົວ­ພັນ​ໄດ້​ເປີດ​ພິ­ທີກໍ່­ສ້າງ​ຂົວ​ຂ້າມ ນ້ຳ​ແອດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ເປັນກຽດ​ເຂົ້າ​ຮ່ວມ​ມີ ທ່ານ ຕຳ­ລາ ອຳ​ຄາ ທອງ­ຄຳ ຮອງ​ເລ­ຂາ​ພັກ​ແຂວງ, ມີ​ບັນ­ດາ ທ່ານ​ການ​ນຳ​ທີ່​ມາ​ຈາກ​ພະ­ແນກ­ການກ່ຽວ­ຂ້ອງ​ຂັ້ນ​ແຂວງ ແລະ​ເມືອງ, ບໍ​ລິສັດ, ພະ­ນັກ­ງານ​ວິ­ຊາ​ການ, ຄະ­ນະ​ພັກອຳ­ນາດ​ການ​ປົກ­ຄອງ​ບ້ານ​ຕະ­ຫຼອດຮອດ​ພໍ່​ແມ່​ປະ­ຊາ­ຊົນ​ເຂົ້າ​ຮ່ວມ.
   ຂົວ​ແຫ່ງ​ນີ້​ຈະ​ສ້າງ​ເປັນ​ຂົວ​ເບ​ຕົງເສີມ​ເຫຼັກ ມີ​ລວງ​ຍາວ​ທັງ​ໝົດ 80 ແມັດ, ກວ້າງ 9 ແມັດ ລວມ​ທັງ​ທາງ​ຍ່າງສອງ​ຝາກ​ຂ້າງ​ກວ້າງ​ເບື້ອງ​ລະ 1,20 ແມັດ, ມີ​ທາງ​ລົດ​ແລ່ນ​ສອງ​ເລນ, ເລນລະ 3,5 ແມັດ. ພ້ອມ​ທັງ​ຈະ​ຕິດ​ຕັ້ງ​ດອກໄຟ​ເຍື່ອງ​ທາງ​ຕາມ​ຂົວ ໂດຍ​ແມ່ນ​ບໍ­ລິ­ສັດ
ຮົວ​ທາຍ​ພັດ­ທະ­ນາ​ຄົບ​ວົງ​ຈອນຈຳ­ກັດແຫ່ງ​ສາ­ທາ­ລະ­ນະ​ລັດ​ປະ­ຊາ­ຊົນ​ຈີນ​ເປັນຜູ້​ຮັບ​ເໝົາ​ໃນ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 28 ຕື້​ກີບ. ໂດຍ​ແມ່ນ​ທຶນ​ຂອງ​ລັດ​ຖະບານ​ແຫ່ງ ສປປ ລາວ ແລະ​ ຈະ​ໃຊ້​ເວ­ລາເຂົ້າ​ໃນ​ການ​ກໍ່­ສ້າງ 21 ເດືອນ​ໃຫ້​ສຳເລັດ.
   ຖ້າ​ຫາກ​ໂຄງ­ການ​ນີ້​ສຳ­ເລັດ​ຈະ​ເປັນການ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ປະຊາ​ຊົນ​ທັງ​ສອງ​ຟາກ​ຝັ່ງ​ຈຳ­ນວນ 53 ໝູ່ບ້ານ​ໄດ້​ໄປ­ມາ­ຫາ­ສູ່, ຂົ່ນ​ສົ່ງ ແລະ​ ແລກປ່ຽນ​ສິນ­ຄ້າ​ຕ່າງໆ​ເຊິ່ງ​ກັນ ແລະ​ ກັນ​ງ່າຍຂຶ້ນ ສິ່ງ​ສຳ­ຄັນ​ຍັງ​ຊ່ວຍ​ເຮັດ​ໃຫ້­ການ​ພັດທະ​ນາ​ເສດ­ຖະ­ກິດŒສັງ­ຄົມ ແລະ ​ແກ້​ໄຂຄວາມ­ທຸກ​ຍາກ ເວົ້າ​ສະ­ເພາະ​ແມ່ນ​ການ​ແກ້​ໄຂ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ເມືອງ​ແອດ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.

ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ