9.6.15

ມອບ-ຮັບໂຮງຮຽນການເມືອງ-ການປົກຄອງ ແຂວງຫົວພັນ

ປະ­ຊາ­ຊົນ​ຫວຽດ­ນາມ​ກໍ​ຄື​ແຂວງ​ແທັງ​ຮວ່າ ນ້ຳ­ໃຈ​ງາມ​ນຳ​ເງິນ 38,7 ຕື້ ກີບ ຫຼື ປະ­ມານ 104,52 ຕື້​ດົງ ມາ​ສ້າງ​ໂຮງ­ຮຽນ​ການ­ເມືອງŒ-ການ​ປົກຄອງ​ໃຫ້ແກ່​ແຂວງ​ຫົວ­ພັນ​ລ້າ ໂດຍ​ຂະ­ນະ​ນີ້​ການ​ກໍ່­ສ້າງ​ແມ່ນ​ໄດ້​ສຳ­ເລັດ​ເປັນ​ທີ່​ຮຽບ​ຮ້ອຍແລ້ວ ແລະ​ ມີ​ພິ­ທີ​ມອບŒຮັບ​ຢ່າງ​ເປັນ​ທາງ​ການ​ຈາກ​ບໍ­ລິສັດ​ຮັບ​ເໝົາ​ກໍ່­ສ້າງ​ເມື່ອແລງ​ວັນ​ທີ 5 ມິ­ຖຸ­ນາ​ຜ່ານ​ມາ.
   ໃຫ້​ກຽດ​ເຂົ້າ​ຮ່ວມ​ໃນ​ພິ­ທີ​ມີ ທ່ານ ພົທ ແສງ​ນວນ ໄຊ​ຍະ​ລາດ ຄະ­ນະ​ເລ­ຂາ​ທິການ​ສູນ​ກາງ​ພັກ, ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ,
   ທ່ານ ຄຳ​ຮຸ່ງ ເຮືອງ​ວົງ​ສີ ກຳ­ມະ­ການ​ສູນກາງ​ພັກ, ເລ­ຂາ​ພັກ​ແຂວງເຈົ້າ­ແຂວງໆຫົວ­ພັນ, ທ່ານ ຈິ້ງ ວັນ​ຈ່ຽນ ກຳ­ມະ­ການສູນ​ກາງ​ພັກ,
ເລ­ຂາ​ພັກ​ແຂວງ​ປະ­ທານສະ­ພາ​ປະ­ຊາ­ຊົນ​ແຂວງ​ແທັງ​ຮວ່າ​ແຫ່ງ ສສ ຫວຽດ­ນາມ ແລະ​ ມີ​ການ​ນຳ​ຂັ້ນ​ສູງສອງ​ແຂວງ​ຫົວ­ພັນŒແທັງ​ຮວ່າ, ທ່ານ ກົງ​ສູນ​ໃຫຍ່​ຫວຽດ­ນາມ​ປະ­ຈຳ​ພາກເໜືອ​ລາວ, ການ​ນຳ​ເມືອງ 10 ເມືອງ ຂອງ​ແຂວງ​ຫົວ­ພັນ, ຄູ​ອາ­ຈານ, ນັກ​ສຶກສາ​ໂຮງ­ຮຽນ​ການ­ເມືອງŒການ​ປົກ­ຄອງເຂົ້າ​ຮ່ວມ.
   ໂຮງ­ຮຽນ​ການ­ເມືອງ​ການ​ປົກ­ຄອງແມ່ນ​ຕັ້ງ​ຢູ່​ບ້ານ​ບັກເມືອງ​ວຽງ​ໄຊ ເປັນອາ­ຄານ​ຖາ­ວອນ 2 ຊັ້ນມີ 2 ຫຼັງ, ສາມາດ​ບັນ­ຈຸ​ນັກ­ຮຽນ​ໄດ້ 420 ຄົນ, ມີ​ສະໂມ​ສອນ 1 ຫຼັງ ສາ­ມາດ​ບັນ­ຈຸ​ໄດ້ 350 ຄົນ, ຫ້ອງ­ການ 1 ຫຼັງ 2 ຊັ້ນ, ຫໍ​ສະ​ມຸດ 1 ຫຼັງ 2 ຊັ້ນ, ຫໍ​ພັກ​ນັກ­ຮຽນ 2 ຫຼັງ 2 ຊັ້ນ ສາ­ມາດ​ບັນ­ຈຸ​ນັກ​ສຶກ​ສາ​ໄດ້ 168 ຄົນ, ເຮືອນ­ຄົວ 1 ຫຼັງ, ຫໍ​ພັກ​ຄູ​ອາ­ຈານ 1 ຊັ້ນ 2 ຫຼັງ, ລະ­ບົບ​ໂຄງ​ສ້າງ​ອາ­ຄານ​ເບ​ຕົງ ເສີມ​ເຫຼັກ, ໂຄງ​ຫຼັງ­ຄາ​ເຫຼັກ​ມຸງ​ດ້ວຍ​ກະເບື້ອງ, ໄດ້​ປະ­ກອບ​ໂຕະ​ຕັ່ງ, ຕຽງ​ນອນ, ໄຟ­ຟ້າ, ນ້ຳ​ປະ­ປາ​ຄົບ​ຊຸດ.
   ນອກ​ນັ້ນຍັງ​ກໍ່­ສ້າງ​ກຳ­ແພງ​ຮົ້ວ​ອ້ອມຮອບ​ຍາວ 680 ແມັດ, ປູ​ພື້ນ​ເດີ່ນ ແລະ ທາງ​ລົດ​ແລ່ນ​ພາຍ​ໃນ​ຄຸ້ມ​ຂອງ​ໂຮງຮຽນ, ກໍ່­ສ້າງ​ລະ­ບົບ​ນ້ຳ­ພຸ, ປູກ​ຕົ້ນ­ໄມ້ ແລະ ປູກ​ຫຍ້າໂດຍ​ແມ່ນ​ບໍ­ລິ­ສັດ​ຮຶງ​ຟາດກໍ່­ສ້າງ​ສ້ອມ­ແປງ, ເຄ­ຫາ​ສະ­ຖານ, ຂົວທາງ​ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ​ລວມ​ໄລ­ຍະເວ­ລາ 36 ເດືອນ ນັບ​ແຕ່​ວັນ​ທີ 1 ມີ­ນາ 2011 ເຖິງ 1 ມີ­ນາ 2014.
   ການ​ໃຫ້​ທຶນ​ຊ່ວຍ­ເຫຼືອ​ລ້າ​ຂອງແຂວງ​ແທັງ​ຮວ່າ​ໃນ​ການ​ກໍ່­ສ້າງ​ໂຮງຮຽນ​ແຫ່ງ​ນີ້​ມີ​ຄວາມ​ສຳ­ຄັນ​ຫຼາຍ​ຕໍ່​ການພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມ​ຂອງແຂວງ​ຫົວ­ພັນ ໂດຍ​ສະ​ພາ​ະ​ແມ່ນ​ການພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ແກ່ແຂວງ​ຫົວ­ພັນ​ໄດ້​ຕິດ​ພັນ​ກັບ​ປະ­ຫວັດສາດ​ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ, ປະ­ຫວັດ­ສາດ​ແຫ່ງ​ການ​ກຳ­ເນີດ ແລະ ຂະ­ຫຍາຍ­ຕົວ​ຂອງ​ສະ​ຖາ​ບັນ​ການເມືອງŒການ​ປົກ­ຄອງ​ແຫ່ງ​ຊາດ, ມີຄວາມ​ໝາຍ​ສຳ­ຄັນ​ທາງ​ດ້ານ​ປະ­ຫວັດສາດ ຊຶ່ງ​ເປັນ​ການ​ອະ­ນຸ​ຮັກ ແລະ​ ຟື້ນ​ຟູຄືນ​ມູນ­ເຊື້ອ​ປະ­ຕິ­ວັດ​ຂອງ​ໂຮງ­ຮຽນ​ທິດສະ​ດີ​ການ­ເມືອງŒການ​ປົກ­ຄອງ.
   ໃນ­ຕໍ່­ໜ້າ​ໂຮງ­ຮຽນ​ແຫ່ງ​ນີ້​ຈະ​ກາຍເປັນ­ໃຈ​ກາງ ແລະ​ ສູນ​ລວມ​ແຫ່ງ​ສະ­ຕິປັນ­ຍາ​ເພື່ອ​ບັນ­ລຸ​ຄາດ­ໝາຍ​ບຸກ​ທະ­ລຸ​ໃນການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ໂດຍ​ສະ­ເພາະ​ແມ່ນ​ການ​ບຳ­ລຸງກໍ່­ສ້າງພະ­ນັກ­ງານ​ນຳ­ພາ, ພະ­ນັກ­ງານ​ຄຸ້ມ​ຄອງ ແລະ​ ພະ­ນັກ­ງານ​ສືບ​ທອດ​ໃຫ້​ແກ່​ແຂວງຫົວ­ພັນ​ທີ່​ມີ​ຫຼາຍ​ລະ­ບົບ ແລະ ​ນັບ​ທັງ​ການ​ເຝິກ­ອົບ­ຮົມ​ເພື່ອ​ການ​ພັດ­ທະ­ນາ​ໃນ​ດ້ານ​ວິ­ຊາ​ສະ­ເພາະ​ຕ່າງໆ ໃນ​ພິ­ທີ ທ່ານ ຄຳ​ຮຸ່ງ ເຮືອງ​ວົງ​ສີ ກຳ­ມະ­ການ​ສູນ​ກາງ​ພັກເລ­ຂາ​ພັກ​ແຂວງເຈົ້າ ແຂວງ​ຫົວ­ພັນ ຍັງ​ໄດ້​ຕາງ­ໜ້າ​ລັດ​ຖະບານ​ລາວ​ມອບ​ຫຼຽນ​ໄຊ​ພັດ­ທະ­ນາ​ຊັ້ນ I ຂອງ​ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ ໃຫ້​ແຂວງ​ແທັງ​ຮວ່າ, ຕາງ­ໜ້າ​ລັດ​ຖະບານ​ຫວຽດ­ນາມ ແລະ​ແຂວງ​ແທັງ​ຮວ່າ ກ່າວ​ຮັບ​ໂດຍ ທ່ານ ຈິ້ງ ວັນ​ຈ່ຽນ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ